ໄຂການແຂ່ງຂັນເທັນນິສ ອາໂນໄທ ໂອເພັນ 2021

    ການແຂ່ງຂັນເທັນນິສ ລາຍການ ອາໂນໄທ ໂອເພັນ ປະຈໍາປີ 2021 (ANOTHAI OPEN 2021) ຊີງເງິນລາງວັນ 40 ລ້ານກີບ ເຊິ່ງດໍາເນີນລະຫວ່າງວັນທີ 24 ມັງກອນ ຫາວັນທີ 7 ກຸມພາ 2021 ຈຶ່ງສໍາເລັດ ທີ່ສະໜາມເທັນນິສ ອາໂນໄທ ສະປອດຕິງ ຄລັບ ບ້ານດົງນາໂຊກ ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ ການແຂ່ງຂັນຄັ້ງນີ້ ຈັດຂຶ້ນເມື່ອທ້າຍອາທິດຜ່ານມາ ຢູ່ສະໜາມເທັນນິສ ອາໂນໄທ ສະປອດຕິງ ຄລັບ.

    ໂອກາດດັ່ງກ່າວ ທ່ານ ອາແຊນ ອາໂນໄທ ກ່າວວ່າ: ການແຂ່ງຂັນເທັນນິສລາຍການນີ້ ເປັນລາຍການທໍາອິດຂອງປີ 2021 ຂອງວົງການເທັນນິສ ສປປ ລາວ ແລະ ເປັນລາຍການ ອາໂນໄທ ໂອເພັນ ເປີດກວ້າງ ທີ່ທຸກຄົນສາມາດເຂົ້າຮ່ວມແຂ່ງຂັນໄດ້ ໃນນັ້ນ ຈັດໃຫ້ມີການຊີງໄຊທັງໝົດ 9 ລາຍການ ປະກອບມີ ຊາຍດ່ຽວ ຊາຍຄູ່ ຍິງດ່ຽວ ຍິງຄູ່ ແລະ ຄູ່ປະສົມ ຈາກຮຸ່ນທົ່ວໄປ ແລະ ຮຸ່ນອາຍຸ 35 45 50 ແລະ 60 ປີຂຶ້ນໄປ ທັງນີ້ກໍເພື່ອເປັນການສົ່ງເສີ່ມ ແລະ ພັດທະນານັກກີລາເທັນນິສໃນຮຸ່ນເຍົາວະຊົນ ແລະ ຊາວໜຸ່ມ ກໍຄືການພັດທະນາກີລາເທັນນິສໃນປະເທດລາວຕາມເປົ້າໝາຍຂອງພວກເຮົາ ເພື່ອດຶງດູດນັກກີລາເຂົ້າມາຫຼິ້ນເທັນນິສໃຫ້ນັບມື້ເຕີບໃຫຍ່ຂະຫຍາຍຕົວຂຶ້ນເລື້ອຍໆ.

    ສໍາລັບລາຍການດັ່ງກ່າວ ແມ່ນເລີ່ມແຂ່ງຂັນມາແຕ່ວັນທີ 24 ມັງກອນຜ່ານມານີ້ ແລະ ຈະສໍາເລັດໃນວັນທີ 7 ກຸມພາ 2021 ສ່ວນເງິນລາງວັນຊະນະເລີດ ຝ່າຍຊາຍຈະໄດ້ຮັບຂັນແຊັມ ແລະ ເງິນລາງວັນ 4 ລ້ານກີບ ແລະ ຮອງຊະນະເລີດ ຈະໄດ້ຮັບ 2,5 ລ້ານກີບ ຂະນະທີ່ຊະນະເລີດຝ່າຍຍິງ ກໍຈະໄດ້ຮັບ 3 ລ້ານກີບ ແລະ ຮອງຊະນະເລີດ ຈະໄດ້ຮັບ 1,8 ລ້ານກີບ.

# ຂ່າວ & ພາບ : ສີພອນ

error: Content is protected !!