ເບິ່ງ​ມາດ​ຕະການ​ຄວບ​ຄຸມ​ກັນຊາ ຢາສູບ

   ມື້ນີ້ ຂໍ​ເວ​ຫົວຂໍ້​ໄປ​ຫາ​ເລື່ອງ​ບົດຮຽນ​ການ​ຄວບ​ຄຸມ​ກັນຊາ-ຢາສູບ ຢູ່​ບາງ​ປະເທດ ເຊັ່ນ:

   ທີ່​ສະຫະລັດ​ອາ​ເມ​ຣິ​ກາ: ໜັງສືພິມ​ຜູ້​ແທນ​ປະຊາຊົນ ສະບັບ​ທີ 719 ວັນ​ທີ 5-8 ທັນວາ 2020 ໂດຍ​ອ້າງ​ຕາມ​ແຫຼ່ງ​ຂ່າວ AP ໄດ້​ໃຫ້​ຮູ້​ວ່າ ສະພາ​ຜູ້​ແທນ​ລາຊະ​ດອນ ສະຫະລັດ​ອາ​ເມ​ຣິ​ກາ ໄດ້​ມີ​ມະຕິ​ເຫັນ​ດີ​ຕໍ່​ຮ່າງ​ກົດໝາຍ ວ່າ​ດ້ວຍ​ກັນຊາ ຖືກ​ກົດໝາຍ ເພື່ອ​ກຽມ​ລຶບ​ກັນຊາ​ອອກ​ຈາກ​ບັນຊີ​ຢາ​ເສບ​ຕິດ​ປະເພດ​ຮ້າຍ​ແຮງ​ລະດັບ​ກ່ຽວ​ກັບ​ເຮ​ໂລ​ອິນ ແລະ ໂຄ​ເຄນ ຮ່າງ​ກົດໝາຍ​ນີ້ ໄດ້​ກຳນົດ​ນະໂຍບາຍ​ຜ່ອນຜັນ​ການ​ປູກ ການ​ບໍລິໂພກ​ກັນຊາ​ຕະຫຼອດ​ຮອດ​ການ​ກຳນົດ​ອັດຕາ​ພາສີ​ສຳລັບ​ຜູ້​ຄ້າຂາຍ​ກັນຊາ ຊຶ່ງ​ສອດຄ່ອງ​ກັບ​ກົດ  ໝາຍ​ຂອງ​ຫຼາຍໆ​ລັດ​ທີ່​ໄດ້​ອະນຸຍາດ​ໃຫ້​ບໍລິໂພກ​ກັນຊາ​ເພື່ອ​ຄວາມ​ຜ່ອນຄາຍ ກ່ອນ​ໜ້າ​ນັ້ນ ຄະນະ​ກຳມະການ​ການ​ຄ້າ​ສານ​ເສບ​ຕິດ​ຂອງ​ອົງການ​ສະຫະ​ປະຊາ​ຊາດ ໄດ້​ມີ​ມະຕິ​ສຽງ​ສ່ວນ​ຫຼາຍ (27 ຕໍ່ 25 ສຽງ​ເຫັນ​ດີ​ລຶບ​ກັນຊາ​ອອກ​ຈາກ​ບັນຊີ ໝວດ 4 ຂອງ​ອະນຸ​ສັນຍາ ວ່າ​ດ້ວຍ​ຢາ​ເສບ​ຕິດ​ໃຫ້​ໂທດ ສະບັບ​ປີ 1961 ອະນຸ​ສັນຍາ​ສະ​ບັນ​ດັ່ງກ່າວ ໄດ້​ຈັດ​ລະດັບ​ຄວາມ​ຮ້າຍ​ແຮງ​ເປັນ​ອັນຕະລາຍ​ຂອງ​ກັນຊາ​ທຽບ​ເທົ່າ​ກັບ​ເຮ​ໂຣ​ອິນ ນີ້​ກໍ​ເປັນ​ສ່ວນ​ໜຶ່ງ​ທີ່​ກະຕຸກ​ຊຸກຍູ້​ໃຫ້​ສາ​ພາ​ຜູ້​ແທນ​ລາຊະ​ດອນ ສະຫະລັດ​ອາ​ເມ​ຣິ​ກາ ຕົກລົງ​ເຫັນ​ດີ​ຕໍ່​ກົດໝາຍ ວ່າ​ດ້ວຍ​ກັນຊາ​ຖືກ​ກົດໝາຍ.

   ທີ່ ​ສປປ ເກົາຫຼີ: ຂ່າວ​ຕ່າງປະເທດ​ໃນ​ຕົ້ນ​ເດືອນ​ພະຈິກ 2020 ໃຫ້​ຮູ້​ວ່າ ສະພາ​ປະຊາຊົນ​ສູງ​ສຸດ ​ສປປ ເກົາຫຼີ ໄດ້​ອອກ​ກົດໝາຍ​ຫ້າມ​ສູບຢາ​ຕາມ​ສະຖານທີ່​ສາທາລະນະ​ຈຳນວນ​ໜຶ່ງ ແນໃສ່​ສ້າງ​ສະພາບ​ແວດ​ລ້ອມ​ທີ່​ດີ​ຕໍ່​ການ​ດຳລົງ​ຊີວິດ​ທີ່​ບໍລິສຸດ ແລະ ປອດ​ໄພ ເພື່ອ​ປົກ​ປ້ອງ​ຊີວິດ ແລະ ສຸຂະພາບ​ຂອງ​ພົນລະເມືອງ​ຂອງ​ປະເທດ ກົດໝາຍ​ສະບັບ​ນີ້ ເຮັດ​ໜ້າທີ່​ຄວບ​ຄຸມ​ຂອດ​ການ​ຜະລິດ ແລະ ການຈຳໜ່າຍ​ຢາສູບ ສະຖານທີ່​ສາທາລະນະ​ທີ່​ເກືອດ​ຫ້າມ​ການ​ສູບຢາ ນັ້ນ ລວມ​ມີ​ສູນ​ເຝິກອົບຮົມ​ການເມືອງ ໂຮງ​ຮູບເງົາ ໂຮງ​ລະຄອນ ສູນ​ການ​ແພດ ແລະ ຕາມ​ສະຖານທີ່​ເຮັດ​ວຽກ​ຂອງ​ໜ່ວຍ​ງານ​ສາທາລະນະ​ສຸກ ສະຖິຕິ​ໃນ​ປີ 2013 ຂອງ​ອົງການ​ອະນາໄມ​ໂລກ​ຊີ້​ອອກ​ວ່າ ຈຳນວນ​ຄົນ​ສູບຢາ​ຢູ່ ​ສປປ ເກົາຫຼີ ນັ້ນ ມີ​ສູງ​ເຖິງ 43,9% ຂອງ​ພົນລະເມືອງ​ທັງ​ໝົດ​ໃນ​ປະເທດ.

   ທີ່ ນິວ​ຊີ​ແລນ (ນູ​ແວນ​ເຊ​ລັງ) ຂ່າວ​ນີ້​ອ່າວ​ແປກ​ທີ່​ບອກ​ວ່າ ໃນ​ຕົ້ນ​ເດືອນ​ກັນຍາ 2020 ປະເທດ​ນິວ​ຊີ​ແລນ ໄດ້​ຜ່ານ​ຮ່າງ​ກົດໝາຍ​ຄວບ​ຄຸມ​ຜະລິດ​ຕະ​ພັນ​ທີ່​ບໍ່​ມີ​ຄວັນ​ທີ່​ສາມາດ​ໃຊ້​ທົດ​ແທນ​ຢາສູບ​ທີ່​ມີ​ຄວັນ​ໄດ້ ຜະລິດ​ຕະ​ພັນ​ປາສະຈາກ​ຄວັນ​ທີ່​ໃຊ້​ແທນ​ຢາສູບ​ນີ້ ກໍ​ຍັງ​ມີ​ຄວາມ​ສ່ຽງ​ຢູ່​ແຕ່​ໜ້ອຍ​ກວ່າ​ຢາສູບ​ເຖິງ 95% ຈຸດ ປະສົງ​ຕົ້ນຕໍ​ຂອງ​ກົດໝາຍ​ນີ້ ແມ່ນ​ເພື່ອ​ຊ່ວຍເຫຼືອ​ຜູ້​ທີ່​ຕ້ອງການ​ເລີກ​ສູບຢາ​ຢ່າງ​ຖາວອນ ແລະ ຊ່ວຍ​ກະ​ຕຸ້ນ ໃຫ້​ໄວ​ໜຸ່ມ​ຫ່າງ​ໄກ​ຢາສູບ​ທີ່​ເປັນ​ອັນຕະລາຍ​ຕໍ່​ສຸຂະພາບ ຂ່າວ​ບໍ່​ໄດ້​ບອກ​ວ່າ ຜະລິດ​ຕະ​ພັນ​ປາສະຈາກ​ຄວັນ​ນັ້ນ ມີ​ສ່ວນ​ປະກອບ​ຫຍັງ​ແດ່ ແຕ່​ຜູ້​ຂຽນ​ເຊື່ອ​ວ່າ​ຄົງ​ມີ​ສ່ວນ​ປະກອບ​ຂອງ​ຢາສູບ​ນຳ ແຕ່​ບໍ່​ແມ່ນ​ປະເພດ​ຈູດ​ສູບ ອາດ​ເປັນ​ປະເພດ​ສູບ​ເອົາ​ກິ່ນ ຫຼື ໃຊ້​ອົມ ຜະລິດ​ຕະ​ພັນ​ທີ່​ວ່າ​ນີ້​ມີ​ຢູ່ 2 ແບບ ແບບ​ທີ​ໜຶ່ງ ທີ່​ມີ​ລົດ​ຊາດ​ໃບ​ຢາສູບ ລົດ​ຊາດ​ຜັກຫອມ​ຫໍ້ ແລະ ລົດ​ຊາດ​ເຢັນ​ນັ້ນ ອະນຸຍາດ​ໃຫ້​ຂາຍ​ໄດ້​ຕາມ​ຮ້ານ​ຂາຍຍ່ອຍ​ທົ່ວ​ໄປ​ຕາມ​ປ້ຳນ້ຳມັນ ແລະ ຮ້ານ​ສະດວກ​ຊື້ ສ່ວນ​ແບບ​ທີ​ສອງ ທີ່​ມີ​ລົດ​ຊາດ​ອື່ນໆ​ນັ້ນ ອະນຸຍາດ​ໃຫ້​ຈຳໜ່າຍ​ໄດ້​ຢູ່​ຮ້ານ​ຂາຍຍ່ອຍ​ສະເພາະ ຂາຍ​ທາງ​ອອນ​ລາຍ ທາງ​ເວັບ​ໄຊ​ຂອງ​ຜູ້​ຜະລິດ​ໂດຍ​ກົງ.

error: Content is protected !!