ບ້ານນາໄຊ ເຂັ້ມງວດເພີ່ມທະວີມາດຕະການປ້ອງກັນ ແລະ ຄວບຄຸມການແຜ່ລະບາດພະຍາດ COVID-19

    ທ່ານ ນາງ ຈັນ​ເພັງ ສໍ​ພາບ​ມີ​ໄຊ ເລ­ຂາ​ພັກ​ບ້ານ ນາຍ­ບ້ານ​ນາ​ໄຊ ເມືອງ​ໄຊ​ເຊດ​ຖາ ນະ­ຄອນ­ຫຼວງ​ວຽງ​ຈັນ ໃຫ້​ສຳ­ພາດ​ວັນ​ທີ 7 ເມ­ສາ 2020 ວ່າ: ນັບ​ແຕ່​ໄດ້​ຮັບ​ຄຳ​ສັ່ງ​ເລກ​ທີ 06/ນຍ ລົງ​ວັນ​ທີ 31 ມີ­ນາ 2020 ແລະ ແຈ້ງ​ການ​ຂອງ​ຫ້ອງ­ການ​ປົກ­ຄອງ​ເມືອງ​ໄຊ​ເສດ​ຖາ ສະ­ບັບ​ເລກ​ທີ 035/ຫວກ.ຊຖ ລົງ​ວັນ​ທີ 30 ມີ­ນາ 2020 ແລະ ອີງ​ຕາມ​ກອງ​ປະ­ຊຸມ​ຄົ້ນ­ຄວ້າ​ຄະ­ນະ​ໜ່ວຍ​ພັກ ອຳ­ນາດ​ການ​ປົກ­ຄອງ​ບ້ານ ວັນ​ທີ 31 ມີ­ນາ 2020 ວ່າ​ດ້ວຍ​ການ​ແຕ່ງ­ຕັ້ງ​ຄະ­ນະ​ຮັບ­ຜິດ­ຊອບ​ການ​ຕ້ານ ສະ­ກັດ​ກັ້ນ ເພີ່ມ​ທະ­ວີ ແລະ ກຽມ​ຄວາມ​ພ້ອມ​ຮອບ­ດ້ານ ເພື່ອ​ຕ້ານ​ພະ­ຍາດ​ອັກ­ເສບ​ປອດ​ຈາກ​ເຊື້ອ​ຈຸ​ລະ​ໂຣກ​ສາຍ​ພັນ​ໃໝ່ (COVID-19) ອຳ­ນາດ​ການ​ປົກ­ຄອງ​ບ້ານ​ນາ​ໄຊ ກໍ​ໄດ້​ແຕ່ງ­ຕັ້ງ​ຄະ­ນະ​ສະ­ເພາະ​ກິດ​ຂອງ​ບ້ານ​ຂຶ້ນ ໂດຍ​ແບ່ງ​ເປັນ 3 ຈຸ​ລົງ​ເຄື່ອນ​ໄຫວ​ກວດ­ກາ ລາດ­ຕະ­ເວນ​ຕາມ​ຮ້ານ​ອາ­ຫານ ຮ້ານ​ອິນ​ເຕີ​ເນັດ ແລະ ຮ້ານ​ຂາຍ­ເຄື່ອງ​ຍ່ອຍ​ພາຍ​ໃນ​ບ້ານ ພ້ອມ​ທັງ​ເຮັດ​ບົດ​ບັນ­ທຶກ​ໃຫ້​ເຂັ້ມ​ງວດ​ໃນ​ການ​ປ້ອງ​ກັນ ແລະ ຄວບ​ຄຸມ​ການ​ແຜ່​ລະ­ບາດ​ຂອງ​ພະ­ຍາດ​ໂຄ​ວິດ-19 ສະ­ເພາະ​ຮ້ານ​ອາ­ຫານ​ຕາມ​ສັ່ງ ໄດ້​ແນະ­ນຳ​ໃຫ້​ເພີ່ມ​ມາດ​ຕະ­ການ​ປ້ອງ​ກັນ ໂດຍ​ບໍ່​ໃຫ້​ມີ​ໂຕະ​ຕັ່ງ​ພາຍ​ໃນ​ຮ້ານ ເວ­ລາ​ລູກ​ຄ້າ​ມາ​ຊື້​ຕ້ອງ​ໃສ່​ຖົງ​ໃຫ້​ເມືອ​ກິນ​ຢູ່​ເຮືອນ ນອກ​ນີ້​ໄດ້​ແຈກ​ຢາຍ​ຄຳ​ສັ່ງ​ຂອງ​ຂັ້ນ​ເທິງ ໃຫ້​ຫົວ­ໜ້າ​ໜ່ວຍ​ເອົາ​ໄປ​ເຜີຍ­ແຜ່​ໃຫ້​ແຕ່​ລະ​ຄົວ​ເຮືອນ ແລະ ໄດ້​ປະ­ກາດ​ຜ່ານ​ໂທລະ​ໂຄ່ງ ກ່ຽວ​ກັບ​ຜົນ​ຮ້າຍ ແລະ ວິ­ທີ​ການ​ປ້ອງ​ກັນ​ຕົນ​ເອງ ແລະ ຄົນ​ອື່ນ​ຈາກ​ພະ­ຍາດ​ໂຄ​ວິດ-19 ມື້​ລະ​ສອງ​ຄັ້ງ ເພື່ອ​ໃຫ້​ປະ­ຊາ­ຊົນ​ໄດ້​ຮັບ​ຮູ້ ເຂົ້າ­ໃຈ ແລະ ພ້ອມ​ກັນ​ຈັດ​ຕັ້ງ​ປະ­ຕິ­ບັດ​ຢ່າງ​ເຂັ້ມ​ງວດ ສ່ວນ​ຜູ້​ທີ່​ມາ​ພົວ­ພັນ​ວຽກ​ງານ​ພາຍ​ໃນ​ຫ້ອງ­ການ​ປົກ­ຄອງ​ບ້ານ ພວກ​ເຮົາ​ກໍ​ໄດ້​ມີ​ມາດ​ຕະ­ການ​ປ້ອງ​ກັນ​ຄື ໃຫ້​ໃສ່​ຜ້າ​ອັດ​ປາກ-ອັດ​ດັງ ແລະ ລ້າງ​ມື​ດ້ວຍ​ເຈວ​ລ້າງ​ມື​ທຸກ​ຄັ້ງ.

    ບ້ານ​ນາ​ໄຊ ປະ­ກອບ​ມີ 41 ໜ່ວຍ 531 ຫຼັງ­ຄາ​ເຮືອນ 304 ຄອບ­ຄົວ ມີ​ພົນ­ລະ­ເມືອງ 1.951 ຄົນ ຍິງ 1.020 ຄົນ ເຊິ່ງ​ເລີ່ມ​ແຕ່​ທ້າຍ​ເດືອນ​ມີ­ນາ​ເປັນ­ຕົ້ນ​ມາ ບ້ານ​ດັ່ງ­ກ່າວ​ມີ­ແຮງ​ງານ​ກັບ​ຈາກ​ຕ່າງ­ປະ­ເທດ 1 ຄົນ ໄດ້​ເອົາ​ໄປ​ກັກ​ໂຕ 14 ມື້​ຕາມ​ແຈ້ງ​ການ​ຂອງ​ຄະ­ນະ​ສະ­ເພາະ​ກິດ ເພື່ອ​ປ້ອງ​ກັນ​ຄວບ​ຄຸມ ແລະ ແກ້​ໄຂ​ພະ­ຍາດ​ໂຄ​ວິດ-19 ຢູ່​ສູນ​ໂຮງ­ຮຽນ​ມັດ­ທະ­ຍົມ​ສຶກ​ສາ​ສົມ­ບູນ​ນາ​ຄວາຍ ແລະ ນັກ​ສຶກ​ສາ​ກັບ​ຈາກ​ປະ­ເທດ​ອັງ­ກິດ 1 ຄົນ ເປັນ​ເພດ​ຍິງ​ອາ­ຍຸ 20 ປີ ໃນ​ນີ້​ພາຍ­ຫຼັງ​ທີ່​ຮອດ​ເດີ່ນ​ບິນ ຄອບ­ຄົວ​ໄດ້​ເອົາ​ຜູ້­ກ່ຽວ​ໄປ​ກັກ​ໂຕ​ຢູ່​ທີ່​ເຮືອນ​ສວນ​ຂອງ​ຜູ້­ກ່ຽວ ໂດຍ​ອີງ​ຕາມ​ການ​ຖະ­ແຫຼງ​ຂ່າວ​ຂອງ​ຄະ­ນະ​ສະ­ເພາະ​ກິດ​ເພື່ອ​ປ້ອງ​ກັນ ຄວບ​ຄຸມ ແລະ ແກ້​ໄຂ​ການ­ລະ­ບາດ­ພະ­ຍາດ​ໂຄ​ວິດ-19 ແມ່ນ​ຜູ້­ກ່ຽວ​ໄດ້​ຕິດ­ເຊື້ອ​ພະ­ຍາດ​ດັ່ງ­ກ່າວ ແລະ ໄດ້​ເຂົ້າ​ປິ່ນ­ປົວ​ທີ່​ໂຮງ­ໝໍ​ມິດ­ຕະ­ພາບ 150 ຕຽງ.

    ເຖິງ​ຢ່າງ­ໃດ​ກໍ​ຕາມ ອຳ­ນາດ​ການ​ປົກ­ຄອງ​ບ້ານ​ຂອງ​ພວກ​ເຮົາ ແມ່ນ​ໄດ້​ເອົາ­ໃຈ­ໃສ່​ປະ­ຕິ­ບັດ​ຄຳ​ສັ່ງ​ເລກ​ທີ 06/ນຍ ແລະ ແຈ້ງ​ການ​ຕ່າງໆ​ຂອງ​ຂັ້ນ​ເທິງ​ຢ່າງ​ເຂັ້ມ​ງວດ ພາຍ­ຫຼັງ​ທີ່​ບ້ານ​ຂອງ​ພວກ​ເຮົາ​ໄດ້​ມີ​ຜູ້​ຕິດ­ເຊື້ອ​ພະ­ຍາດ​ໂຄ​ວິດ-19 ອຳ­ນາດ​ການ​ປົກ­ຄອງ​ບ້ານ​ຈະ​ໄດ້​ເພີ່ມ​ມາດ​ຕະ­ການ​ຂຶ້ນ​ຕື່ມ​ອີກ ໂດຍ​ການ​ໂຄ­ສະ­ນາ​ຜ່ານ​ໂທລະ​ໂຄ່ງ​ບ້ານ​ເລື້ອຍໆ​ເປັນ​ແຕ່​ລະ​ຊົ່ວ­ໂມງ ແຕ່​ລະ​ໄລ­ຍະ ເພື່ອ​ໃຫ້​ປະ­ຊາ­ຊົນ​ພາຍ​ໃນ​ບ້ານ​ມີ​ຄວາມ​ຕື່ນ​ຕົວ ແລະ ປ້ອງ​ກັນ​ຕົນ​ເອງ​ຂື້ນ​ຕື່ມ​ອີກ ເຊິ່ງ​ບ້ານ​ນາ​ໄຊ​ໄດ້​ຕິດ​ຕັ້ງ​ໂທລະ​ໂຄ່ງ​ກວມ 70-80% ນອກ​ນີ້​ແລ້ວ​ຍັງ​ໄດ້​ອະ­ນາ­ໄມ​ປັດ­ກວາດ ພ້ອມ​ທັງ​ສີດ​ຢາ​ຂ້າ​ເຊື້ອ​ພາຍ​ໃນ​ຫ້ອງ­ການ​ບ້ານ​ອີກ​ດ້ວຍ.

error: Content is protected !!