ໂຄວິດ ຕິດແລ້ວ 14 ຫຼັງວັນນີ້ ສປປ ລາວ ມີເພີ່ມອີກ 2 ເປັນເພດຍິງ ແລະ ຊາຍ

    ທ່ານ ພູ­ທອນ ເມືອງ​ປາກ ຮອງ​ລັດ­ຖະ­ມົນ­ຕີ​ກະ­ຊວງ​ສາ­ທາ­ລະ­ນະ​ສຸກ ພ້ອມ​ຄະ­ນະ ໄດ້​ຖະ­ແຫຼງ​ຕໍ່​ສື່​ມວນ​ຊົນ ໃນ​ວັນ​ທີ 7 ເມ­ສາ 2020 ທີ່​ສູນ​ປະ­ຕິ­ບັດ​ຄະ­ນະ​ສະ­ເພາະ​ກິດ ຄວບ​ຄຸມ­ພະ​ຍາດ COVID-19 ວ່າ: ມາ​ຮອດ​ເວ­ລາ 6:00 ໂມງ​ເຊົ້າ​ຂອງ​ວັນ​ທີ 7 ເມ­ສາ 2020 ທົ່ວ​ໂລກ​ມີ​ລາຍ​ງານ​ກໍ­ລະ­ນີ​ທັງ​ໝົດ 209 ປະ­ເທດ ເພີ່ມ​ຂຶ້ນ 1 ປະ­ເທດ​ຄື ປະ­ເທດ​ເຊົາ​ທູມ​ພິມ​ຊິບ ກໍ­ລະ­ນີ​ຜູ້​ຕິດ­ເຊື້ອ​ພະ­ຍາດ COVID-19 ມີ 1,3 ລ້ານ​ກວ່າ​ຄົນ (ເພີ່ມ​ຂຶ້ນ 69,404 ຄົນ) ເສຍ​ຊິ­ວິດ 74.558 ຄົນ (ເພີ່ມ​ຂຶ້ນ 5.134 ຄົນ) ແລະ ປີ່ນ​ປົວ​ຫາຍ​ດີ 278.182 ຄົນ (ເພີ່ມ​ຂຶ້ນ 15.965 ຄົນ) ພ້ອມ​ນັ້ນ ມີ​ບາງ​ປະ­ເທດ​ຍັງ​ມີ​ການ​ລາຍ​ງານ​ກໍ­ລະ­ນີ​ຕິດ­ເຊື້ອ​ເພີ່ມ​ຂຶ້ນ 27.393 ຄົນ ແລະ ມີ​ກໍ­ລະ­ນີ​ເສຍ​ຊີ­ວິດ​ເພີ່ມ​ຂຶ້ນ 1.176 ຄົນ ພາຍ​ໃນ 1 ວັນ.

    ສ່ວນ​ການ​ເຝົ້າ​ລະ­ວັງ COVID-19 ປະ­ຈຳ​ດ່ານ​ໃນ ສປປ ລາວ ຮອດ​ເວ­ລາ 17:00 ໂມງ​ຂອງ​ວັນ​ທີ 6 ເມ­ສາ 2020 ຕາມ​ດ່ານ​ຊາຍ​ແດນ ແລະ ສະ­ໜາມ​ບິນ​ສາ­ກົນ ວຽກ​ງານ​ຈຸດ​ຜ່ານ​ດ່ານ ມີ​ຈຳ­ນວນ​ຜູ້​ເດີນ­ທາງ​ເຂົ້າ​ມາ​ທັງ​ໝົດ 1.653 ຄົນ ຈຳ­ນວນ​ຜູ້​ເດີນ­ທາງ​ຜ່ານ​ທາງ​ດ່ານ​ລາວ-ໄທ ທັງ​ໝົດ 943 ຄົນ ລາວ-ຈີນ 318 ຄົນ ລາວ-ຫວຽດ­ນາມ 588 ຄົນ ແລະ ຈຳ­ນວນ​ດັ່ງ­ກ່າວ​ບໍ່​ພົບ​ຜູ້​ມີ​ອາ­ການ​ໄຂ້.

    ສຳ­ລັບ​ການ​ເຝົ້າ​ລະ­ວັງ ແລະ ວິ­ເຄາະ ມາ​ຮອດ​ວັນ​ທີ 6 ເມ­ສາ 2020 ໄດ້​ມີ​ກໍ­ລະ­ນີ​ສົງ­ໄສ​ເກັບ​ຕົວ­ຢ່າງ​ມາ​ກວດ 73 ຄົນ ໃນ​ນີ້ ນະ­ຄອນ­ຫຼວງ​ວຽງ​ຈັນ 59 ຄົນ ແລະ ຕ່າງ​ແຂວງ 14 ຄົນ ທັງ​ໝົດ​ໄດ້​ເກັບ​ຕົວ­ຢ່າງ ແລະ ສາ­ມາດ​ກວດ​ພົບ​ເຫັນ​ເຊື້ອ 2 ກໍ­ລະ­ນີ ເຊິ່ງ​ຜູ້​ທີ 1 ກໍ­ລະ­ນີ​ທີ 13 ເປັນ​ເພດ​ຊາຍ​ອາ­ຍຸ 40 ປີ ເປັນ​ພະ­ນັກ­ງານ ບໍ­ລິ­ສັດ ພູ​ເບ້ຍ​ມາຍ​ນິງ ຢູ່​ບ້ານ​ດອນ​ກອຍ ເມືອງ​ສີ​ສັດ­ຕະ​ນາກ ນະ­ຄອນ­ຫຼວງ​ວຽງ​ຈັນ (ນວ) ຜູ້­ກ່ຽວ​ໄດ້​ພົວ­ພັນ​ກັບ​ກໍ­ລະ­ນີ​ຜູ້​ຕິດ­ເຊື້ອ​ທີ 11 (ພະ­ນັກ­ງານ​ບໍ­ລິ­ສັດ​ພູ​ເບ້ຍ​ມາຍ​ນິງ) ສ່ວນ​ຜູ້​ທີ 2 ກໍ­ລະ­ນີ​ທີ 14 ເປັນ​ເພດ​ຍິງ​ອາ­ຍຸ 19 ປີ ນັກ​ສຶກ​ສາ​ລາວ​ຮຽນ​ຢູ່​ປະ­ເທດ​ອັງ­ກິດ ປັດ­ຈຸ­ບັນ​ຢູ່​ບ້ານ ຊ້າງ​ຄູ້ ເມືອງ​ໄຊ​ທາ­ນີ ນວ ປະ­ຫວັດ​ການ​ເດີນ­ທາງ ວັນ​ທີ 22 ມີ­ນາ 2020 ຜູ້­ກ່ຽວ​ໄດ້​ເດີນ­ທາງ​ຈາກ​ປະ­ເທດ​ອັງ­ກິດ ວັນ​ທີ 23 ມີ­ນາ 2020 ເດີນ­ທາງ​ຈາກ​ສະ­ໜາມ​ບິນ​ສຸ­ວັນ­ນະ​ພູມ ປະ­ເທດ​ໄທ ດ້ວຍ​ຖ້ຽວ​ບິນ TG 574 ແລະ ຮອດ​ສະ­ໜາມ​ບິນ​ວັດ​ໄຕ​ໃນ​ວັນ​ດຽວ​ກັນ (ຖ້ຽວ​ບິນ​ດຽວ​ກັບ​ກໍ­ລະ­ນີ 11 ແລະ 12) ພາຍ­ຫຼັງ​ມາ​ຮອດ ສປປ ລາວ ຕົນ​ເອງ​ໄດ້​ກັກ​ໂຕ​ຢູ່​ເຮືອນ ວັນ​ທີ 5 ເມ­ສາ ຜູ້­ກ່ຽວ​ໄດ້​ຮັບ​ຂ່າວ​ວ່າ​ໝູ່​ທີ່​ມາ​ນຳ​ຕິດ­ເຊື້ອ (ຜູ້​ທີ 12) ແຕ່​ວ່າ​ຕົນ​ເອງ​ບໍ່​ສະ­ແດງ​ອາ­ການ ເພື່ອ​ສະ­ບາຍ​ໃຈ ຈຶ່ງ​ຟ້າວ​ໄປ​ກວດ​ຢູ່​ໂຮງ­ໝໍ​ມິດ­ຕະ­ພາບ ຈາກ​ນັ້ນ ຈຶ່ງ​ພົບ​ວ່າ​ຕົນ​ເອງ​ຕິດ­ເຊື້ອ COVID-19 ເຊິ່ງ​ປັດ­ຈຸ­ບັນ ທັງ​ສອງ​ກໍ­ລະ­ນີ​ແມ່ນ​ໄດ້​ນອນ​ປິ່ນ­ປົວ​ແຍກ​ປ່ຽວ​ຢູ່​ໂຮງ­ໝໍ​ມິດ­ຕະ­ພາບ ພ້ອມ​ຄະ­ນະ​ສະ­ເພາະ​ກິດ ຍັງ​ຈະ​ໄດ້​ສືບ​ນຳ​ເອົາ​ຜູ້​ສຳ­ຜັດ​ໃກ້​ກັບ​ກໍ­ລະ­ນີ​ຕິດ­ເຊື້ອ​ດັ່ງ­ກ່າວ ມາ​ຕິດ­ຕາມ​ອາ­ການ​ທັງ​ໝົດ 70 ຄົນ​ຕື່ມ​ອີກ.

error: Content is protected !!