ປະກາດ 2 ໂຮງຮຽນ ເປັນໂຮງຮຽນປອດສິ່ງເສບຕິດ

    ໂດຍປະຕິບັດຕາມຂໍ້ຕົກລົງວ່າດ້ວຍການປະກາດໂຮງຮຽນ ເປັນໂຮງຮຽນປອດສິ່ງເສບຕິດໃນສົກປີ 2020-2021 ອີງຕາມແຜນການຂອງການສ້າງຄວາມເຂັ້ມແຂງໃຫ້ແກ່ສື່ຕ້ານສິ່ງເສບຕິດໃນໂຮງຮຽນ ທັງພາກລັດ ແລະ ເອກະຊົນ ທີ່ພະແນກສຶກສາທິການ ແລະ ກີລາ ນະຄອນຫຼວງວຽງຈັນ ຮ່ວມກັບຫ້ອງການສຶກສາທິການ ແລະ ກີລາເມືອງ ທ່ານຜູ້ອຳນວຍການໂຮງຮຽນ ໄດ້ພ້ອມກັນດຳເນີນວຽກງານໃນໄລຍະຜ່ານມາ ດັ່ງນັ້ນ ເພື່ອເຮັດໃຫ້ວຽກງານການເຄື່ອນ ໄຫວຕ້ານ ແລະ ສະກັດກັ້ນບັນຫາປະກົດການຫຍໍ້ທໍ້ຕ່າງໆ ພະແນກສຶກສາທິການ ແລະ ກີລາ ນວ ຈຶ່ງໄດ້ເຫັນດີຕົກລົງປະກາດ 2 ໂຮງຮຽນ ຢູ່ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ ຄື: ໂຮງຮຽນລ້ຽງເດັກ-ອະນຸບານ ແລະ ປະຖົມແສງອາທິດ ແລະ ໂຮງຮຽນປະຖົມສົມບູນດົງກະເລົາ ເປັນໂຮງຮຽນປອດສິ່ງເສບຕິດ. 

    ພິທີປະກາດທັງ 2 ໂຮງຮຽນເປັນໂຮງຮຽນປອດສິ່ງເສບຕິດ ຈັດຂຶ້ນວັນທີ 19 ກຸມພາ 2021 ຢູ່ໂຮງຮຽນລ້ຽງເດັກ-ອະນຸບານ ແລະ ປະຖົມແສງອາທິດ ໂດຍເປັນປະທານຂອງທ່ານ ບຸນທົງ ຫົດທິລາດ ຮອງເຈົ້າເມືອງສີໂຄດຕະບອງ ມີທ່ານ ອຸດົມ ສຸລິນ ຮອງຫົວໜ້າຫ້ອງການສຶກສາທິການ ແລະ ກີລາເມືອງ ທ່ານພັນໂທ ຄຳໄຊ ແກ້ວວົງສາ ຮອງຫົວໜ້າ ປກສ ເມືອງ ທ່ານ ຄິມ ດົງວັນ ຜູ້ອຳນວຍການໂຮງຮຽນປະຖົມແສງອາທິດ ພ້ອມບັນດາຄູ-ອາຈານ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

                    # ຂ່າວ & ພາບ: ຊິລິການດາ

error: Content is protected !!