ປະເທດສະມາຊິກອາຊຽນ ໄດ້ຮັບເງິນເພື່ອຈັດຊື້ວັກແຊັງຕ້ານພະຍາດໂຄວິດ-19

    ທ່ານ ທອງຜ່ານ ສະຫວັນເພັດ ຮອງລັດຖະມົນຕີກະຊວງການຕ່າງປະເທດ ຫົວໜ້າເຈົ້າໜ້າທີ່ອາວຸໂສອາຊຽນ ຂອງ ສປປ ລາວ ນໍາພາຄະນະຜູ້ແທນລາວເຂົ້າຮ່ວມກອງປະຊຸມໜ່ວຍງານວິຊາການສະພາປະສານງານອາຊຽນ ວ່າດ້ວຍການຊ່ວຍເຫຼືອສຸກເສີນດ້ານສາທາລະນະສຸກ ຄັ້ງທີ 6 ແບບທາງໄກ ວັນທີ 18 ກຸມພາ 2021 ຢູ່ກະຊວງການຕ່າງປະເທດ ໂດຍເປັນປະທານຂອງປະເທດບຣູໄນ ມີເຈົ້າໜ້າທີ່ອາວຸໂສອາຊຽນ ເຈົ້າໜ້າທີ່ອາວຸໂສອາຊຽນເສົາຄໍ້າອື່ນທີ່ກ່ຽວຂ້ອງ (ວັດທະນະທໍາ-ສັງຄົມ ເສດຖະກິດ ສາທາລະນະສຸກ ແລະ ຂົນສົ່ງ) ຄະນະກໍາມະການຜູ້ຕາງໜ້າຖາວອນປະຈໍາອາຊຽນ ບັນດາກົມຮັບຜິດຊອບວຽກເຂົ້າ-ອອກເມືອງ ແລະ ກົງສູນ ອົງການທ່ອງ ທ່ຽວແຫ່ງຊາດອາຊຽນ ແລະ ກອງເລຂາອາຊຽນ ເຂົ້າຮ່ວມ.

    ກອງປະຊຸມຄັ້ງນີ້ ໄດ້ຕີລາຄາຕໍ່ຜົນການຈັດຕັ້ງປະຕິບັດບັນດາໜ້າວຽກ ໃນການຮັບມື ແລະ ແກ້ໄຂການແຜ່ລະບາດຂອງພະຍາດໂຄວິດ-19 ໂດຍສະເພາະ ການຜັນຂະຫຍາຍຜົນກອງປະຊຸມສຸດຍອດອາຊຽນ ຄັ້ງທີ 37 ໃນເດືອນພະຈິກ 2020 ແລະ ກອງປະຊຸມວົງແຄບລັດຖະມົນຕີຕ່າງປະເທດອາຊຽນ ວັນທີ 21 ມັງກອນ 2021 ໃນນີ້ ໄດ້ເຫັນດີຮັບຮອງເອົາການສ້າງຕັ້ງໜ່ວຍງານປະຈໍາກອງເລຂາອາຊຽນ ເພື່ອຕິດຕາມການຈັດຕັ້ງປະຕິບັດແຜນຟື້ນຟູຮອບດ້ານຂອງອາຊຽນ ເຫັນດີເອົາງົບປະມານ 10,5 ລ້ານໂດລາສະຫະລັດ ຈາກກອງທຶນອາຊຽນ ເພື່ອຮັບມືກັບພະຍາດໂຄວິດ-19 ເພື່ອຈັດຊື້ວັກແຊັງຕ້ານພະຍາດໂຄວິດ-19 ໃຫ້ປະຊາຊົນອາຊຽນ ໂດຍ 10 ລ້ານໂດລາສະຫະລັດ ແບ່ງປັນໃຫ້ແຕ່ລະປະເທດສະມາຊິກອາຊຽນ (ປະເທດລະ 1 ລ້ານໂດລາສະຫະລັດ) ແລະ 500.000 ໂດລາສະຫະລັດ ສໍາລັບພະນັກງານກອງເລຂາອາຊຽນຢູ່ຈາກາຕາ ປະເທດອິນໂດເນເຊຍ ແລະ ເຫັນດີສ້າງຕັ້ງໜ່ວຍງານສະເພາະກິດ ເພື່ອຮ່າງຂອບຂໍ້ຕົກລົງໃນການສ້າງແລວການເດີນທາງໃນອາຊຽນ ພ້ອມທັງໃຫ້ສືບຕໍ່ປຶກສາຫາລືຮ່າງພາລະບົດບາດຂອງໜ່ວຍງານດັ່ງກ່າວ. 

    ກອງປະຊຸມຄັ້ງນີ້ ຍັງໄດ້ຊຸກຍູ້ໃຫ້ເລັ່ງລັດສ້າງຄັງແຮຢາປົວພະຍາດ ແລະ ອຸປະກອນການແພດສໍາລັບພາວະສຸກເສີນດ້ານສາທາລະ ນະສຸກພາກພື້ນອາຊຽນໃຫ້ສໍາເລັດໂດຍໄວ ແລະ ໄດ້ເຫັນດີດ້ານຫຼັກການ ໃນການສະເໜີສ້າງຄັງແຮຢາປົວພະຍາດ ແລະ ອຸປະກອນການແພດສໍາລັບພາວະສຸກເສີນດ້ານສາທາລະນະສຸກອາຊຽນ+3 ໂດຍໃຫ້ສືບຕໍ່ປຶກສາຫາລືໃນລາຍລະອຽດຕື່ມ ພິເສດ ຍັງໄດ້ປຶກສາຫາລື ແລະ ແລກປ່ຽນຄໍາຄິດເຫັນກ່ຽວກັບການຄັດເລືອກປະເທດເຈົ້າພາບຂອງສູນສາທາລະນະສຸກສຸກເສີນ ແລະ ພະຍາດລະບາດພາກພື້ນອາຊຽນ ເຊິ່ງໄດ້ມອບໃຫ້ເຈົ້າໜ້າທີ່ອາວຸໂສສາທາລະນະສຸກອາຊຽນ ສືບຕໍ່ປຶກສາຫາລືກັນໃນການຄັດເລືອກດັ່ງກ່າວ ຜົນຂອງການປຶກສາຫາລືຄັ້ງນີ້ຈະນໍາສະເໜີລາຍງານຕໍ່ກອງ​ປະ​ຊຸມສະພາປະສານງານອາຊຽນ ຄັ້ງທີ 29 ໃນເດືອນສິງຫາ 2021 ເພື່ອມີທິດຊີ້ນໍາຕໍ່ໄປ.

                    # ຂ່າວ & ພາບ: ສະບາໄພ

error: Content is protected !!