ມສ ວຽງຈັນ ເປີດ-ປິດແຂ່ງຂັນກີລາ-ສີລະປະ ແລະ ກິດຈະກໍາຕ່າງໆ ຄັ້ງທີ XXII

    ພິທີເປີດ-ປິດການແຂ່ງຂັນກີລາ-ສີລະປະ ແລະ ກິດຈະກໍາຕ່າງໆ ຄັ້ງທີ XXII ຂອງໂຮງຮຽນມັດທະຍົມສົມບູນວຽງຈັນ (ມສ ວຽງຈັນ) ຈັດຂຶ້ນວັນທີ 19 ກຸມພາ 2021 ຢູ່ໂຮງຮຽນດັ່ງກ່າວ ມີທ່ານ ວິໄລວັນ ບຸນສຸກໄທ ຫົວໜ້າກົມພະລະ-ສີລະປະສຶກສາ ກະຊວງສຶກສາທິການ ແລະ ກີລາ (ສສກ) ທ່ານນາງ ພູໄຊ ແພງພົງ ຮອງຫົວໜ້າກົມກີລາລະດັບສູງ ກະຊວງ ສສກ ທ່ານນາງ ແສງມະນີ ໄຊຍະກອນ ຫົວໜ້າຝ່າຍການຕະຫຼາດ ບໍລິສັດ ເບຍລາວ ຈໍາກັດ ບັນດາຜູ້ໃຫ້ການສະໜັບສະໜູນ ຕະຫຼອດຮອດຄະນະອໍານວຍການໂຮງຮຽນ ສະມາຄົມພໍ່ແມ່ນັກຮຽນ ຄູອາຈານ ພະນັກງານ ແລະ ນ້ອງນັກຮຽນເຂົ້າຮ່ວມ.

    ໂອກາດນີ້ ທ່ານ ທອງພັນ ອຸໄລທອນ ຜູ້ອໍານວຍການ ມສ ວຽງຈັນ ກ່າວວ່າ: ດັ່ງທີ່ພວກເຮົາຮູ້ນໍາກັນແລ້ວວ່າ ຂະບວນກີລາ ສີລະປະ ແລະ ກິດຈະກໍາຕ່າງໆໃນໂຮງຮຽນ ແມ່ນກິດຈະກໍາທີ່ສາມາດສ້າງໃຫ້ເຮົາໄດ້ມີການພັດທະນາ ຂະຫຍາຍຕົວຢ່າງຮອບດ້ານເຊັ່ນ: ແນວຄິດນໍ້າໃຈລວມໝູ່ ເສຍສະຫຼະ ມີສະຕິປັນຍາ ຮູ້ແກ້ໄຂບັນຫາ ຮ່າງກາຍໄດ້ມີການພັດທະນາຢ່າງສົມສ່ວນ ມີສຸຂະພາບແຂງແຮງ ຫ່າງໄກຈາກສິ່ງເສບຕິດຕ່າງໆ ດັ່ງຄໍາເວົ້າທີ່ວ່າ: ກີລາເພື່ອສຸຂະພາບ ກີລາເພື່ອມິດຕະພາບ ສີລະປະ ເພື່ອຄວາມສີວິໄລທາງດ້ານຈິດໃຈ.

    ການແຂ່ງຂັນກີລາ-ສີລະປະ ແລະ ກິດຈະກໍາຕ່າງໆຄັ້ງນີ້ ປະກອບມີ: ກີລາ 6 ປະເພດ ມີບານເຕະຊາຍ-ຍິງ ມ ຕົ້ນ-ມ ປາຍ ບານສົ່ງຊາຍ-ຍິງ ມ ຕົ້ນ-ມ ປາຍ ກະຕໍ້ ຊາຍ-ຍິງ ມ ຕົ້ນ-ມ ປາຍ ປິງປ່ອງຊາຍ-ຍິງ ມ ຕົ້ນ-ມ ປາຍ ແລ່ນ ແລະ ລານ ຊາຍ-ຍິງ ມ ຕົ້ນ-ມ ປາຍ ແລະ ເປຕັງ ສ່ວນປະເພດສີລະປະ ລວມມີ ຟ້ອນ ມ ຕົ້ນ-ມ ປາຍ ຮ້ອງເພງ ມ ຕົ້ນ-ມ ປາຍ ຂັບລໍາທ້ອງຖິ່ນ ມ ຕົ້ນ-ມ ປາຍ ລະຄອນ ເຕັ້ນເພື່ອສຸຂະພາບ ແລະ ດົນຕີພື້ນເມືອງ ລະນາດ ເປົ່າແຄນ ສໍາລັບເນື້ອໃນບົດຟ້ອນ-ບົດລໍາ-ບົດລະຄອນ ແມ່ນສຸມໃສ່ຊຸກຍູ້ຂະບວນການຮໍ່າຮຽນຕ້ານຢາເສບຕິດ ແລະ ສິ່ງຫຍໍ້ທໍ້ຕ່າງໆພາຍໃນໂຮງຮຽນ ນອກຈາກນີ້ ພວກເຮົາກໍຈະໄດ້ຈັດຕັ້ງການຖາມ-ຕອບ ວິທະຍາສາດ ແຂ່ງຂັນໂຕ້ວາທີ ກິດຈະກໍາພາສາຕ່າງປະເທດ ອະນຸຮັກສິ່ງແວດລ້ອມ ປ້ອງກັນ ແລະ ສີລະທໍາເພື່ອຊີວິດ ເຊິ່ງພວກເຮົາໄດ້ເລີ່ມການແຂ່ງຂັນມາແຕ່ເດືອນຕຸລາ 2020 ຈົນມາເຖິງປັດຈຸບັນ ແລະ ຄາດຄາດວ່າການແຂ່ງຂັນຈະໄດ້ດໍາເນີນໄປເຖິງເດືອນກຸມພາ 2021 ຈຶ່ງສໍາເລັດ.

    ສໍາລັບໂຮງຮຽນ ມສ ວຽງຈັນ ໃນສົກນີ້ ປະກອບມີຄູ-ອາຈານ ພະນັກງານ ຈໍານວນ 140 ທ່ານ ຍິງ 94 ທ່ານ ແລະ ມີນັກຮຽນ 3.331 ຄົນ ຍິງ 1.895 ຄົນ ມີຫ້ອງຮຽນ 81 ຫ້ອງ ໂດຍປະຕິບັດຕາມທິດທາງແຜນການເຄື່ອນໄຫວປະຈໍາສົກຮຽນ 2020 – 2021 ເຊິ່ງມີເປົ້າຫມາຍສ້າງໂຮງຮຽນ ມສ ວຽງຈັນ ໃຫ້ກາຍເປັນໂຮງຮຽນຕົວແບບດ້ານພາລະ-ສິລະປະ ທັງນີ້ ກໍເພື່ອເປັນການສ້າງຂະບວນການຄໍານັບຮັບຕ້ອນວັນສໍາຄັນຂອງຊາດ ພ້ອມທັງເປັນການປະຕິບັດ 3 ຂໍ້ແຂ່ງຂັນ ແລະ 5 ຫຼັກມູນການສຶກສາທີ່ກະຊວງ ສສກ ວາງອອກ ໃຫ້ປາກົດຜົນເປັນຈິງ.

​                                  # ຂ່າວ & ພາບ: ສີພອນ

error: Content is protected !!