ລາວ-ອິນເຕີ ຄລີນິກ ແຈກຜ້າອັດປາກ ແລະ ກວດສຸຂະພາບບໍ່ເສຍຄ່າ

ໃນໂອກາດທີ່ລາວ-ອິນເຕີ ຄລີນິກ ເຂົ້າຮ່ວມງານເທສະການອາຫານລາວທີ່ຈັດຂຶ້ນວັນທີ 23-27 ກຸມພາ 2021 ຢູ່ແຄມຂອງທ່າວັດຈັນ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ລາວ-ອິນເຕີ ຄລີນິກໄດ້ມີສ່ວນຮ່ວມຈັດກິດຈະກຳແຈກຜ້າອັດປາກ-ອັດດັງ ແລະ ກວດສຸຂະພາບໂດຍບໍ່ເສຍຄ່າ ໃນໄລຍະຈັດງານເລີ່ມແຕ່ເວລາ 9.00 ໂມງເຊົ້າ ເຖິງ 17:00 ໂມງແລງ ດັ່ງນັ້ນ ຜູ້ທີ່ຕ້ອງການໄປກວດສຸຂະພາບ ສາມາດໄປກວດໄດ້ ຮ້ານຢູ່ສົ້ນສຸດດ້ານເໜືອຂອງງານ.

error: Content is protected !!