ເປີດໂຄງການອຸດໜູນໄລຍະສັ້ນ ເພື່ອຊ່ວຍຜູ້ປະກັນຕົນໃນຂົງເຂດໂຮງງານຕັດຫຍິບ

    ພິທີເປີດໂຄງການອຸດໜູນໄລຍະສັ້ນ ສໍາລັບຜູ້ປະກັນຕົນໃນຂົງເຂດຕັດຫຍິບ ທີ່ໄດ້ຮັບຜົນກະທົບຈາກໂຄວິດ-19 ໄດ້ຈັດຂຶ້ນວັນທີ 23 ກຸມພາ 2021 ທີ່ໂຮງແຮມຄຣາວພລາຊາ ນະຄອນຫຼວງວຽງຈັນ ໂດຍມີທ່ານ ປະເດີມພອນ ສົນທະນີ ຮອງລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການ-ສັງຄົມ ທ່ານ ເຈັນ ລຸດເກນເຮມ (Jen Lutkenherm) ເອກອັກຄະລັດຖະທູດສະຫະພັນເຢຍລະມັນປະຈໍາ ສປປ ລາວ ທ່ານ ວິໄລ ວົງຂະເສີມ ຮອງປະທານສະຫະພັນກໍາມະບານລາວ ພ້ອມດ້ວຍບັນດາຜູ້ຕາງໜ້າຈາກກະຊວງ ອົງການຈັດຕັ້ງສາກົນປະຈໍາລາວ ບໍລິສັດ ແລະ ຂະແໜງການກ່ຽວຂ້ອງເຂົ້າຮ່ວມ. 

    ຜູ້ປະກັນຕົນຂອງອົງການປະກັນສັງຄົມແຫ່ງຊາດໃນຂົງເຂດໂຮງງານຕັດຫຍິບ ປະມານ 17.000 ກວ່າຄົນໃນ ສປປ ລາວ ທີ່ໄດ້ຮັບຜົນກະທົບຈາກການລະບາດຂອງເຊື້ອພະຍາດໂຄວິດ-19 ຈະໄດ້ຮັບອຸດຫນູນລາຍຮັບໄລຍະສັ້ນຜູ້ລະ 900.000 ກີບ ເຊິ່ງໃນວັນທີ 23 ກຸມພາ 2001 ອົງການປະກັນສັງຄົມແຫ່ງຊາດໄດ້ປະກາດໃຫ້ເງິນອຸດໜູນໄລຍະສັ້ນ ມູນຄ່າ 1,8 ລ້ານໂດລາສະຫະລັດ ຫຼື ປະມານ 16,80 ຕື້ກີບ ເພື່ອຊ່ວຍເຫຼືອແຮງງານໃນຂົງເຂດຕັດຫຍິບທີ່ສູນເສຍລາຍຮັບ ແລະ ເພື່ອເປັນການສະໜັບສະໜູນໃຫ້ໂຮງງານ ໃນການຫຼຸດຜ່ອນຄ່າໃຊ້ຈ່າຍໃນການຊ່ວຍເຫຼືອຜູ້ອອກແຮງງານ ແລະ ສາມາດສືບຕໍ່ດໍາເນີນທຸລະກິດ ໂດຍໄດ້ຮັບທຶນຊ່ວຍເຫຼືອຈາກກະຊວງການຮ່ວມມືດ້ານເສດຖະກິດ ແລະ ການພັດທະນາຂອງສະຫະພັນເຢຍລະມັນ (BMZ) ຜ່ານການສະໜັບສະໜູນດ້ານວິຊາການຈາກອົງການແຮງງານສາກົນ (ILO) ແລະ ຜູ້ທີ່ໄດ້ຮັບເງິນອຸດໜູນໄລຍະສັ້ນຄັ້ງນີ້ ສ່ວນຫຼາຍປະມານ 85% ແມ່ນເປັນແຮງງານເພດຍິງ ການໃຫ້ເງິນອຸດໜູນຄັ້ງນີ້ແມ່ນຈະເລີ່ມຕົ້ນໃນເດືອນມີນາ 2021.

                # ຂ່າວ & ພາບ: ວຽງມາ

error: Content is protected !!