ກອງປະຊຸມປຶກສາຫາລືຂອງຄະນະສະເພາະກິດ ໜ່ວຍງານນະໂຍບາຍດ້ານການສົ່ງເສີມການຜະລິດ-ບໍລິການ

    ອີງ​ຕາມ ຂໍ້​ຕົກ­ລົງ​ຂອງ​ນາ­ຍົກ­ລັດ­ຖະ­ມົນ­ຕີ ສະ­ບັບ​ເລກ​ທີ 32/ນຍ ລົງ​ວັນ​ທີ 3 ເມ­ສາ 2020 ວ່າ​ດ້ວຍ​ການ​ແຕ່ງ­ຕັ້ງ​ຄະ­ນະ​ສະ­ເພາະ​ກິດ ​ຮັບ­ຜິດ­ຊອບ​ຕິດ­ຕາມ​ຜົນ​ກະ­ທົບ ແລະ ຜັນ​ຂະ­ຫຍາຍ​ນະ­ໂຍ­ບາຍ ແລະ ມາດ​ຕະ­ການ ​ເພື່ອ​ຫຼຸດ​ຜົນ​ກະ­ທົບ​ຈາກ​ການ­ລະ­ບາດ­ພະ­ຍາດ​ອັກ­ເສບ​ປອດ​ເຊື້ອ​ຈຸ​ລະ​ໂຣກ COVID-19 ຕໍ່ ເສດ­ຖະ­ກິດ​ລາວ ຂໍ້​ຕົກ­ລົງ​ຂອງ​ຄະ­ນະ​ສະ­ເພາະ​ກິດ ເພື່ອ​ປ້ອງ​ກັນ ຄວບ​ຄຸມ ແລະ ແກ້​ໄຂ​ການ​ລະ­ບາດ​ຂອງ​ພະ­ຍາດ COVID-19 ວ່າ​ດ້ວຍ​ການ​ແບ່ງ​ຄວາມ​ຮັບ­ຜິດ­ຊອບ​ພາຍ​ໃນ​ຂອງ​ຄະ­ນະ​ສະ­ເພາະ​ກິດ ​ເພື່ອ​ປ້ອງ​ກັນ​ຄວບ​ຄຸມ ແລະ ແກ້​ໄຂ​ການ​ລະ­ບາດ​ຂອງ​ພະ­ຍາດ COVID-19 ສະ­ບັບ​ເລກ​ທີ 023/ສພ ລົງ​ວັນ​ທີ 06 ເມ­ສາ 2020.

    ຫ້ອງ­ການ​ກະ­ຊວງ​ອຸດ­ສາ­ຫະ­ກຳ ແລະ ການ​ຄ້າ ຈັດ​ກອງ​ປະ­ຊຸມ​ປຶກ­ສາ​ຫາ­ລື​ຄະ­ນະ​ສະ­ເພາະ​ກິດ ໜ່ວຍ​ງານ​ນະ­ໂຍ­ບາຍ​ດ້ານ​ການ​ສົ່ງ­ເສີມ​ການ​ຜະ­ລິດ-ບໍ­ລິ­ການ ຄຸ້ມ​ຄອງ​ລາ­ຄາ ແລະ ຈໍ​ລະ​ຈອນ​ສິນ­ຄ້າ ຕາມ​ການ​ແບ່ງ​ວຽກ​ຂອງ​ທ່ານ​ຮອງ​ນາ­ຍົກ­ລັດ­ຖະ­ມົນ­ຕີ ລັດ­ຖະ­ມົນ­ຕີ​ກະ­ຊວງ​ແຜນ­ການ ແລະ ການ​ລົງ­ທຶນ ແລະ ໜ່ວຍ​ງານ​ວຽກ​ງານ​ການ​ຄຸ້ມ​ຄອງ​ລາ­ຄາ​ສິນ­ຄ້າ ແລະ ສົ່ງ­ເສີມ​ການ​ຜະ­ລິດ​ພາຍ​ໃນ ຕາມ​ຂໍ້​ຕົກ­ລົງ​ຂອງ​ທ່ານ​ຮອງ​ນາ­ຍົກ­ລັດ­ຖະ­ມົນ­ຕີ ລັດ­ຖະ­ມົນ­ຕີ​ກະ­ຊວງ​ການ​ເງິນ ສະ­ບັບ​ເລກ​ທີ 023/ສພກ ກອງ​ປະ­ຊຸມ​ດັ່ງ­ກ່າວ ຈັດ​ຂຶ້ນ​ວັນ​ທີ 9 ເມ­ສາ 2020 ທີ່​ຫ້ອງ​ປະ­ຊຸມ​ກະ­ຊວງ​ອຸດ­ສາ­ຫະ­ກຳ ແລະ ການ​ຄ້າ ໂດຍ​ເປັນ​ປະ­ທານ​ຂອງ​ທ່ານ ສົມ​ຈິດ ອິນ​ທະ​ມິດ ຮອງ​ລັດ­ຖະ­ມົນ­ຕີ​ກະ­ຊວງ​ອຸດ­ສາ­ຫະ­ກຳ ແລະ ການ​ຄ້າ ມີ​ທ່ານ​ຮອງ​ລັດ­ຖະ­ມົນ­ຕີ​ກະ­ຊວງ​ຖະ­ແຫຼງ​ຂ່າວ ວັດ­ທະ­ນະ­ທຳ-ທ່ອງ​ທ່ຽວ ແລະ ພາກ­ສ່ວນ​ກ່ຽວ­ຂ້ອງ​ເຂົ້າ​ຮ່ວມ.

    ກອງ​ປະ­ຊຸມ​ຄັ້ງ​ນີ້ ຈະ​ໄດ້​ພ້ອມ​ກັນ​ຄົ້ນ­ຄວ້າ ປຶກ­ສາ​ຫາ­ລື​ກ່ຽວ​ກັບ​ການ​ແບ່ງ​ຄວາມ​ຮັບ­ຜິດ­ຊອບ​ຂອງ​ຄະ­ນະ​ຕິດ­ຕາມ​ຜົນ​ກະ­ທົບ ແລະ ຜັນ​ຂະ­ຫຍາຍ​ມາດ​ຕະ­ການ​ດ້ານ​ເສດ­ຖະ­ກິດ ເພື່ອ​ແກ້​ໄຂ​ບັນ­ຫາ​ຜົນ​ກະ­ທົບ ຂອງ​ການ­ລະ­ບາດ­ພະ­ຍາດ ໂຄ​ວິດ-19 ໂດຍ​ສະ­ເພາະ​ອີງ­ໃສ່​ຂໍ້​ຕົກ­ລົງ​ຂອງ​ຄະ­ນະ​ສະ­ເພາະ​ກິດ​ດ້ານ​ເສດ​ຖະ ກິດ ເລກ​ທີ 001/ສພກ ລົງ​ວັນ​ທີ 8 ເມ­ສາ 2020 ເຊິ່ງ​ໄດ້​ລະ­ບຸ​ຄວາມ​ຮັບ­ຜິດ­ຊອບ ໜ້າ­ທີ່​ພາ­ລະ​ບົດ­ບາດ ລະ­ອຽດ ເພື່ອ​ຈັດ​ຕັ້ງ​ຜັນ​ຂະ­ຫຍາຍ ແລະ ຮັບ­ປະ­ກັນ​ໃຫ້​ກັບ​ການ­ຈັດ­ຕັ້ງ​ປະ­ຕິ­ບັດ​ຂໍ້​ຕົກ­ລົງ​ຂອງ​ທ່ານ​ນາ­ຍົກ ລັດ­ຖະ­ມົນ­ຕີ ສະ­ບັບ​ເລກ​ທີ 31/ນຍ ລົງ​ວັນ​ທີ 2 ເມ­ສາ 2020 ແລະ ເລກ​ທີ 32/ນຍ ລົງ​ວັນ​ທີ 3 ເມ­ສາ 2020 ໃຫ້​ປາ­ກົດ​ເປັນ​ຈິງ.

error: Content is protected !!