ສັງຄົມກວດສອບ

       ບັນຫາ​ປາກົດການ​ໃນ​ທາງ​ລົບ​ທີ່​ເກີດ​ຂຶ້ນ​ໃນ​ສັງຄົມ​ນັ້ນມີ​ຫຼາຍ​ແນວ​ທີ່​ຫຼາຍ​ວົງ​ສົນທະນາ​ໃນ​ຮ້ານ​ກາເຟ ເຂົາ​ຍົກ​ຫົວຂໍ້​ມາ​ຖາມ​ກັນ ເຊັ່ນ: ກຸ່ມ​ຂາຍເຄື່ອງ​ອອນ​ລາຍ​ທີ່​ມັກ​ໃຊ້​ຄຳ​ເວົ້າ​ກັນ​ແບບ​ບໍ່​ຮູ້ສຶກ​ໂຕ​ເອງ​ວ່າເອົາ​ຄຳ​ເວົ້າ​ຂອງ​ຊາດ​ອື່ນ​ມາ​ເວົ້າ​ກັນ​ຈົນ​ຕິດ​ປາກ ເຊັ່ນ​ຄຳ​ວ່າ ຈະຈາ ຜູ້​ຂຽນ​ຈື່​ໄດ້​ວ່າມີ​ການຈັດຕັ້ງ​ເຄີຍ​ຮຽກຮ້ອງ​ໃຫ້​ຜູ້​ໃຊ້​ເຟດ​ບຸກ​ລົງທະບຽນ ຫຼື ໃຊ້​ເພດ (Page) ລົງ​ຊື່​ເປັນ​ທາງ​ການ ເພື່ອ​ຕິດຕາມ​ໄດ້​ງ່າຍ ແຕ່​ປັດຈຸບັນ​ນີ້ ມີ​ຫາງ​ສຽງ​ຫຼາຍ​ແນວ ເຖິງ​ແມ່ນ​ວ່າ​ມັນ​ແມ່ນ​ສິດ​ຂອງ​ຜູ້ກ່ຽວ​ເວົ້າ​ສະແດງ​ອອກ ແຕ່​ບໍ່​ຖືກຕ້ອງ​ໃນ​ລັກສະນະ​ຊາດ ເຮົາ​ຈະ​ມີ​ວິທີ​ການ​ຕ້ານ ຫຼື ຊີ້​ນຳ​ສັງຄົມ​ແນວໃດ?.

   ປາກົດການ​ຫຍໍ້ທໍ້​ອີກ ກໍ​ແມ່ນ​ເລື່ອງ​ປາກ​ທ້ອງ-ບັນຫາ​ເສດຖະກິດ​ທີ່​ໄດ້​ຮັບ​ຜົນ​ກະທົບ​ຈາກ​ໂຄ​ວິດ-19 ເຮັດ​ໃຫ້​ເກີດ​ມີ​ຄົນ​ຈຳນວນ​ໜຶ່ງ​ປະພຶດ​ທາງ​ບໍ່​ດີເກີດ​ມີ​ຂີ້ລັກ ປຸ້ນ​ຈີ້ ເພາະ​ເສດຖະກິດ​ບີບ​ຮັດ ເຖິງ​ແມ່ນ​ວ່າ​ເລື່ອງ​ລັກ ປຸ້ນ-ຈີ້ ມີ​ມາ​ກ່ອນ​ແລ້ວແຕ່​ເມື່ອ​ພົບ​ກັບ​ບັນຫາ​ເສດຖະກິດ​ຊ້ຳ​ຕື່ມ ເຮັດ​ໃຫ້​ບາງ​ຄົນ​ຄິດ​ຜິດ ເດີນທາງ​ຜິດເກີດ​ມີ​ມິດສາຊີບ ຄວາມ​ຈິງ​ມັນ​ເກີດ​ມາ​ຈາກ​ທາງ​ອອກ​ຕອນ​ຄິດ​ກໍ​ຜິດ​ແລ້ວ ໂດຍ​ສະເພາະ ພວກ​ມັກງ່າຍ​ບໍ່​ຢາກ​ອອກແຮງ​ງານ ເລີຍ​ຊອກ​ລັກ.

   ເລື່ອງ​ບັນຫາ​ສັງຄົມ​ບາງ​ປະເດັນ​ນັກ​ຂ່າວ ຫຼື ນັກ​ຂຽນ​ກໍ​ອາດ​ບໍ່​ສາມາດ​ຂີດ​ຂຽນ ຫຼື ນຳ​ມາສະ​ທ້ອນ​ບອກ​ກ່າວ​ໄດ້​ໝົດ​ເປືອກ ເພາະ​ເຮົາ​ຮູ້​ຢູ່​ແກ່​ໃຈ​ວ່າ ບາງ​ບັນຫາ​ມັນ​ພົວພັນ​ນຳ​ກຸ່ມ​ຄົນ​ເປັນ​ສາຍ​ໃຍ ເຊິ່ງ​ມີ​ຫຼາຍ​ບັນຫາ​ທີ່​ມັນສັບຊ້ອນ​ປານ​ເລື່ອງ​ຄົດ​ໃນ​ຂໍ້​ງໍ​ໃນ​ກະດູກ ຍາກ​ແກ່​ໃຜ​ຄົນ​ໜຶ່ງ​ຈະ​ນຳ​ມາ​ບອກ​ກ່າວ​ເປີດ​ແປນ​ໄດ້ ເພາະ​ຄົນ​ເປັນ​ຜູ້​ບົງ​ການ ເຖິງ​ແມ່ນ​ວ່າ ທ່ານ​ນາຍົກ ທອງ​ລຸນ ສີ​ສຸ​ລິດ ໄດ້​ໃຫ້​ທັດສະນະ​ແກ່​ສື່​ມວນ​ຊົນ​ແລ້ວ​ວ່າ ໃຫ້​ເປັນ​ຜູ້​ປາກ​ອອກ​ແສງ ແທງ​ທະລຸ… ແຕ່​ມັນ​ຕ້ອງ​ໄດ້​ອາໄສ​ທຸກ​ຝ່າຍ​ເຫັນ​ດີ​ພ້ອມ​ກັນບໍ່​ແມ່ນ​ວ່າ​ຈະ​ໃຊ້​ສູດ​ເອົາ​ໄມ້​ນ້ອຍ ໄປ​ງັດ​ໄມ້​ທ່ອນ ແລ້ວ​ໄມ້​ນ້ອຍ​ກໍ​ຈະ​ມີ​ແຕ່​ຫັກ​ຝ່າຍ​ດຽວ.

   ເລື່ອງ​ສັງຄົມ​ກວດ​ສອບ​ນີ້ ຜູ້​ຂຽນ​ຍັງ​ຄິດ​ເຫັນ​ຄຳ​ຖາມ​ຂອງ​ທ່ານ​ນາຍົກທີ່​ກ່າວ​ໃນ​ສະພາ​ສະ​ໃໝ​ສາມັນ​ເທື່ອ​ທີເກົ້າ 25/6/2020 ຜ່ານ​ມາ ມີ 9 ຄຳ​ຖາມ ເຊັ່ນ: ຈະ​ສ້າງ​ສັງຄົມ​ແຂ່ງຂັນ​ແບບ​ໃດ? ແຂ່ງຂັນ​ແບບ​ສັງຄົມ​ໄດ້​ປະໂຫຍດຫຼາຍ​ຂຶ້ນ! ແຂ່ງ​ກັນ​ສ້າງ​ຄຸນ​ນະ​ພາບ​ຊີວິດ​ໃໝ່​ດີ​ກວ່າ​ເກົ່າ ຫຼື ຊິ​ແຂ່ງຂັນ​ແບບ​ເຈົ້າ​ຢູ່ ຂ້ອຍ​ບໍ່​ຢູ່ ເຈົ້າ​ຍັງ ຂ້ອຍ​ໄປ ເຊິ່ງ​ເພິ່ນ​ເວົ້າ​ວ່າ ມີ​ລັກສະນະ​ເກີດ​ມີ​ໜໍ່​ແໜງ…!

   ສະເໜີ​ແລກປ່ຽນ.

error: Content is protected !!