ຖອດຖອນບົດຮຽນ ປະເມີນຜົນວຽກງານຈະລາຈອນ

    ກອງ​ປະ­ຊຸມ​ສະ­ຫຼຸບ​ຖອດ​ຖອນ​ບົດ­ຮຽນ​ການ​ລົງ​ຊຸກ­ຍູ້​ວຽກ​ງານ​ຢູ່​ນະ­ຄອນ­ຫຼວງ​ວຽງ​ຈັນ (ນວ) ຂອງ​ກົມຕຳ­ຫຼວດ​ຈະ­ລາ­ຈອນ ຈັດ​ຂຶ້ນ​ວັນ​ທີ 6 ມີ­ນາ 2020 ຢູ່​ກອງ​ບັນ­ຊາ​ການ ປກສ ນວ ໂດຍ​ມີ​ທ່ານ ພັນ​ເອກ ກົງ­ສີ ສຸ­ວັນ­ນະ​ຕຸ້ມ ຫົວ­ໜ້າ​ກົມ​ຈະ­ລາ­ຈອນ ກົມ​ໃຫຍ່​ຕຳ­ຫຼວດ ກະ­ຊວງ ປກສ ທ່ານ ພົນ​ຈັດ­ຕະ­ວາ ທອງສະ­ຫວັນ ວົງ​ສະ​ຫວັດ ຮອງ​ຫົວ­ໜ້າ​ກົມ​ໃຫຍ່​ຕຳ­ຫຼວດ ຜູ້​ຊີ້​ນຳ​ວຽກ​ງານ​ຕຳ­ຫຼວດ​ຈະ­ລາ­ຈອນ ທ່ານ ພັນ​ເອກ ຄຳ​ເກີດ ກຸມ­ມານ ຮອງ​ຫົວ­ໜ້າ​ກອງ​ບັນ­ຊາ​ການ ປກສ ນວ ພ້ອມ​ດ້ວຍ​ພາກ­ສ່ວນ​ກ່ຽວ­ຂ້ອງ ເຂົ້າ​ຮ່ວມ.

    ທ່ານ ພັນ​ໂທ ຄຳ​ເຫຼັກ ໄຊ​ຍະ​ລາດ ຮອງ​ຫົວ­ໜ້າ​ກົມ​ຈະ­ລາ­ຈອນ ກ່າວ​ວ່າ: ຈຸດ­ປະ­ສົງ​ເພື່ອ​ສະ­ຫຼຸບຖອດ​ຖອນ​ບົດ­ຮຽນ ກ່ຽວ​ກັບ​ການ­ຈັດ­ຕັ້ງ​ເຄື່ອນ​ໄຫວ​ຕາມ​ທິດ​ຊີ້​ນຳ​ຂອງ​ທ່ານ​ລັດ­ຖະ­ມົນ­ຕີ​ກະ­ຊວງ ປກສ ເຊິ່ງກົມ​ຕຳ­ຫຼວດ​ຈະ­ລາ­ຈອນ​ເຮັດ​ໜ້າ­ທີ່​ຊີ້​ນຳ​ມະ­ຫາ​ພາກ ໂດຍ​ໄດ້​ສ້າງ​ແຜນ­ການ­ເຄື່ອນ­ໄຫວ​ຊຸກ­ຍູ້​ຈະ­ລາ­ຈອນ ນວ ໃນ​ການ­ຈັດ­ຕັ້ງ​ຜັນ​ຂະ­ຫຍາຍ​ຕາມ​ທິດ​ຊີ້​ນຳ​ຂອງ​ລັດ­ຖະ­ມົນ­ຕີ ກ່ຽວ​ກັບ​ວຽກ​ງານ​ຈະ­ລາ­ຈອນ ເຊິ່ງ​ປະ­ຕິບັດ​ແຕ່​ວັນ​ທີ 17 ມັງ­ກອນ-21 ກຸມ­ພາ 2020 ແລະ ໄດ້​ສະ­ຫຼຸບ​ຖອດ​ຖອນ​ບົດ­ຮຽນ​ປະ​ເມີນ​ຜົນ​ການ­ຈັດ­ຕັ້ງເຄື່ອນ​ໄຫວ​ໃນ​ມື້­ນີ້ ການ­ເຄື່ອນ­ໄຫວ​ຊຸກ­ຍູ້​ວຽກ​ງານ​ວິ­ຊາ​ສະ­ເພາະ​ຢູ່​ພະ​ແນກ​ຕຳ­ຫຼວດ​ຈະ­ລາ­ຈອນ ນວ ເພື່ອຊຸກ­ຍູ້​ຄວາມ​ສາ­ມາດ​ໃຫ້​ກຳ­ລັງ​ຕຳ­ຫຼວດ​ຈະ­ລາ­ຈອນ​ ໃນ​ການ​ບໍ­ລິ­ການ​ຈັດ­ການ​ວຽກ​ງານ​ຈະ­ລາ­ຈອນ ເພື່ອ​ບໍ​ລິການ​ຮັບ​ໃຊ້​ປະ­ຊາ­ຊົນ ໃນ​ນີ້ ໄດ້​ເຕົ້າ­ໂຮມ​ກຳ­ລັງ​ຕຳ­ຫຼວດ​ຈະ­ລາ­ຈອນ ນວ ເພື່ອ​ເຊື່ອມ​ຊຶມ​ທິດ​ຊີ້​ນຳ​ຂອງ​ລັດ­ຖະ­ມົນ­ຕີ​ກະ­ຊວງ ປກສ ຈາກ​ນັ້ນ ກໍ​ໄດ້​ເກັບ​ກຳ​ຈຳ­ນວນ​ພົນ ເພື່ອ​ບັນ­ຈຸ​ເຂົ້າ​ຢູ່​ຕາມ​ປ້ອມ​ຖາ­ວອນ ແລະ ປ້ອມ​ຊົ່ວ­ຄາວ ເພື່ອ​ເຮັດ​ໜ້າ­ທີ່​ບໍ­ລິ­ການ​ປະ­ຊາ­ຊົນ ຕະ­ຫຼອດ 24 ຊົ່ວ­ໂມງ.

    ພາຍ­ຫຼັງ​ສຳ­ເລັດ​ຢູ່ ນວ ກົມ​ຕຳ­ຫຼວດ​ຈະ­ລາ­ຈອນ ຈະ​ສືບ­ຕໍ່​ເຄື່ອນ​ໄຫວ​ຢູ່​ບັນ­ດາ​ແຂວງ​ທົ່ວ​ປະ­ເທດ ໂດຍ​ເລັ່ງ​ໃສ່​ວຽກ​ງານ​ການ​ໂຄ­ສະ­ນາ​ສຶກ​ສາ​ອົບ­ຮົມ ປູກ​ຈິດ​ສຳ­ນຶກ​ໃຫ້​ຜູ້​ໃຊ້​ລົດ​ໃຊ້​ຖະ­ໜົນ​ໃຫ້​ເຂົ້າ­ໃຈ ຮັບ​ຮູ້ ຄວາມ​ເປັນ​ລະ­ບຽບ​ຮຽບ​ຮ້ອຍ ຄວາມ​ປອດ​ໄພ​ຂອງ​ການ​ສັນ­ຈອນ ຄຽງ​ຄູ່​ກັບ​ການ​ບໍ­ລິ­ການ​ປະ­ຊາ­ຊົນ ເຮັດໜ້າ­ທີ່​ລະ­ບາຍ​ການ​ສັນ­ຈອນ ກວດ­ກາ ແນະ­ນຳ​ການ​ສັນ­ຈອນ​ໃຫ້​ຖືກ­ຕ້ອງ ແລະ ມີ​ຄວາມ​ເປັນ​ລະ­ບຽບ ພ້ອມ​ນີ້ ຍັງ​ໄດ້​ແນະ­ນຳ​ການ​ດຳ­ເນີນ​ແກ້​ໄຂ​ຄະ­ດີ​ອຸ­ບັດ­ເຫດ​ໃຫ້​ຖືກ­ຕ້ອງ​ຕາມ​ກົດ­ໝາຍ ມີ​ຄວາມ​ວ່ອງ­ໄວ ແລະ ຊັດ​ເຈນ​ຂຶ້ນ​ກວ່າ​ເກົ່າ ເພື່ອ​ຮັບ­ປະ­ກັນ​ຄຸນ​ນະ​ພາບ​ການ­ເຄື່ອນ­ໄຫວ ​ວຽກ​ງານ​ວິ­ຊາ​ສະ­ເພາະ​ຂອງ​ຕຳຫຼວດ​ຈະ­ລາ­ຈອນ.

error: Content is protected !!