ສ້າງຄວາມເຂັ້ມແຂງດ້ານການບໍລິຫານຈັດການທຸລະກິດ

    ທ່ານ ອຸເດດ ສຸວັນນະວົງ ປະທານສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ (ສຄອຊ) ກ່າວໃນພິທີເຝິກອົບຮົມການບໍລິຫານຈັດການ Management Training Progam ໂດຍເນັ້ນໜັກທັກສະຍຸກໃໝ່ ທີ່ຈັດຂຶ້ນລະຫວ່າງວັນທີ 24-27 ກຸມພາ 2021 ທີ່ໂຮງແຮມເສດຖາປາລາຊ ວ່າ ເພື່ອແນໃສ່ເຮັດໃຫ້ການບໍລິຫານ ຈັດການທຸລະກິດ ກໍຄືຂະແໜງທຸລະກິດຕ່າງໆໃຫ້ເປັນຜູ້ບໍລິຫານແບບມືອາຊີບ ເພີ່ມປະສິດທິພາບໃນການເຮັດວຽກດ້ານການບໍລິຫານຈັດການອົງກອນໃຫ້ນັບມື້ດີຂຶ້ນ ເນື່ອງຈາກວ່າລາວເປັນປະເທດໜຶ່ງທີ່ມີການເປີດກວ້າງດ້ານການຄ້າ ແລະ ການລົງທຶນ ໄປຄຽງຄູ່ກັບການພັດທະນາດ້ານຊັບພະຍາກອນມະນຸດ ເພື່ອໃຫ້ສາມາດຕອບສະໜອງໄດ້ຕາມການພັດທະນາເສດຖະກິດ-ສັງຄົມ ຕາມຄາດໝາຍສູ້ຊົນຂອງລັດຖະບານທີ່ວາງໄວ້ ເພື່ອນຳພາປະເທດຊາດຫຼຸດພົ້ນອອກຈາກການເປັນປະເທດດ້ອຍພັດທະນາໃນປີ 2024 ສະນັ້ນ ບັນດາຫົວໜ່ວຍທຸລະກິດ ຈຳເປັນຕ້ອງມີການປັບປຸງການບໍລິຫານ ແລະ ຄຸ້ມຄອງທຸລະກິດຂອງຕົນໃຫ້ແທດເໝາະກັບສະພາບການພັດທະນາແຕ່ລະໄລຍະ ເປັນຕົ້ນແມ່ນການເພີ່ມປະສິດທິພາບການເຮັດວຽກຂອງພະນັກງານໃນອົງກອນ ແລະ ຄຸນນະພາບຂອງການຜະລິດໃຫ້ສາມາດແຂ່ງຂັນໄດ້ໃນລະດັບສາກົນ.

      ໄລຍະຜ່ານມາ ສະມາຄົມດ້ານວິຊາການຕ່າງປະເທດໄດ້ໃຫ້ການຊ່ວຍເຫຼືອທຶນໃນການເຝິກອົບຮົມໄລຍະສັ້ນຢູ່ປະເທດຍີ່ປຸ່ນ ໃຫ້ແກ່ຂະແໜງທຸລະກິດທີ່ເປັນສະມາຊິກຂອງ ສຄອຊ ໃນການຍົກລະດັບໃຫ້ແກ່ຜູ້ບໍລິຫານທຸລະກິດ ການບໍລິຫານບຸຄະລາກອນ ການປັບປຸງຄຸນນະພາບຂອງຜະລິດຕະພັນ ວຽກງານສຸຂະພາບ ແລະ ຄວາມປອດໄພໃນສະຖານທີ່ເຮັດວຽກ ທີ່ເປັນການເພີ່ມປະສິດທິພາບໃນການເຮັດວຽກຄຽງຄູ່ກັບຄຸນນະພາບຂອງການຜະລິດ.

​                           # ຂ່າວ & ພາບ: ອົ່ນ ໄຟສົມທອງ

error: Content is protected !!