ພິກວິກິດ ໂຄວິດ-19 ໃຫ້ເປັນໂອກາດດໍາເນີນທຸລະກິດຂາຍອາຫານຜ່ານອອນລາຍ

    ທ່ານ ນາງ ສະຫວັນດາລີ ສີຫາວົງ ໃຫ້ສໍາພາດໂອກາດທີ່ເຂົ້າຮ່ວມວາງສະແດງ ແລະ ຈໍາໜ່າຍອາຫານລາວວັນທີ 23 ກຸມພາ 2021 ວ່າ: ບໍລິສັດ ລາວບໍລິການທ່ອງທ່ຽວ ຈໍາກັດ ເປັນບໍລິສັດທີ່ຮັບເອົານັກທ່ອງທ່ຽວຈາກຕ່າງປະເທດເຂົ້າມາທ່ຽວ ສປປ ລາວ ເປັນຕົ້ນ ນັກທ່ອງທ່ຽວຈາກເອີຣົບ ຮົງກົງ ມາເລເຊຍ ສິງກະໂປ ແລະ ນັກທ່ອງທ່ຽວຈາກໄຕ້ຫວັນເປັນສ່ວນໃຫຍ່ ເຊິ່ງການທ່ອງທ່ຽວຂອງບໍລິສັດ ໄດ້ຈັດລາຍການທ່ອງທ່ຽວແຕ່ເໜືອ-ຮອດໃຕ້ ຕາມຄວາມຕ້ອງການຂອງລູກຄ້າ ໂດຍເນັ້ນໃສ່ການບໍລິການທີ່ມີຄຸນນະພາບ ແລະ ລູກຄ້າມີຄວາມປະທັບໃຈ ນັບແຕ່ມີການແຜ່ລະບາດຂອງພະຍາດໂຄວິດ-19 ເຮັດໃຫ້ການບໍລິການທ່ອງທ່ຽວໄດ້ຮັບຜົນກະທົບໂດຍກົງ ດັ່ງນັ້ນ ຈຶ່ງໄດ້ຫັນປ່ຽນມາເຮັດທຸລະກິດອາຫານເພື່ອສຸຂະພາບຈໍາໜ່າຍຜ່ານເພຟບຸກ Molou By ຄົວແມ່ໂຫຼຍ ເນື່ອງຈາກວ່າຕົນເອງມີຄວາມມັກຮັກດ້ານການປຸງແຕ່ງອາຫານ ແລະ ຄອບຄົວໄດ້ເຮັດຮ້ານອາຫານເປັນທີ່ນິຍົມຂອງລູກຄ້າ ພ້ອມນັ້ນ ຍັງເຫັນວ່າສັງຄົມເຂົ້າເຖິງສື່ອອນລາຍເປັນຈໍານວນຫຼວງຫຼາຍ ໃນນີ້ ແຕ່ລະອາທິດຈະມີການໂພສລາຍອາຫານໂດຍປັບປ່ຽນເປັນແຕ່ລະມື້ ສ້າງຄວາມສົນໃຈໃຫ້ກັບຜູຸ້ບໍລິໂພກ ນອກນີ້ ຍັງເນັ້ນວິທີການປຸງແຕ່ງທີ່ສະອາດ ແລະ ຫຼີກລ່ຽງການນໍາໃຊ້ຢາງປລາສຕິກ ເພື່ອຮັກສາສິ່ງແວດລ້ອມຕື່ມອີກ.

    ສໍາລັບລາຍການອາຫານ ປະກອບມີ ແຈ່ວສຸກີ້ ແຈ່ວຊີ້ນດາດ ແຈ່ວຊີ້ນຈຸ່ມ ໜ້າເຂົ້າຊອຍເມືອງສິງສູດດັ່ງເດີມ ມີລາຄາຈໍາໜ່າຍແຕ່ 15.000 ກີບ ຫາ 35.000 ກີບ ນອກນັ້ນ ຍັງມີສະຫຼັດແຮມ ສະຫຼັດທູນ່າ ແລະ ສະຫຼັດອື່ນໆ ໃສ່ຊ໊ອດສູດຝຣັ່ງ ອີຕາລີ ຍີ່ປຸ່ນ ແລະ ຊ໊ອດສະຫຼັດລາວ ໂດຍມີການປັບປຸງສູດໃຫ້ກັບຜູ້ບໍລິໂພກໃນປັດຈຸບັນ ພ້ອມທັງນໍາໃຊ້ວັດຖຸດິບກະສິກໍາອິນຊີ ແລະ ອໍແກນິກຂອງຄົນລາວປູກ ເປັນຕົ້ນ ຜັກ ແລະ ໝາກໄມ້ ມີລາຄາຈໍາໜ່າຍກ່ອງລະ 18.000 ກີບ ຜ່ານການດໍາເນີນທຸລະກິດ ເຫັນວ່າໄດ້ຮັບຜົນຕອບຮັບດີສົມຄວນຈາກລູກຄ້າ ແລະ ໃນອະນາຄົດ ຈະເຮັດເປັນຍີ່ຫໍ້ ພ້ອມມີໜ້າຮ້ານຈໍາໜ່າຍ.

​                           # ຂ່າວ & ພາບ: ຂັນທະວີ

error: Content is protected !!