ປັບປຸງເສັ້ນທາງແຕ່ໄຟອຳນາດດົງນາໂຊກຫາດົງປ່າສັກ

    ທ່ານ ອຳຄາ ວົງພະຈັນ ຮອງຫົວໜ້າຂະແໜງຂົວທາງ ພະແນກໂຍທາທິການ ແລະ ຂົນສົ່ງ (ຍທຂ) ນະຄອນຫຼວງວຽງຈັນ (ນວ)ໃຫ້ສຳພາດວັນທີ 25 ກຸມພາ 2021 ວ່າ: ເພື່ອສ້າງຄວາມສະດວກໃຫ້ແກ່ການສັນຈອນໄປ-ມາຕາມທ້ອງຖະໜົນ ພະແນກ ຍທຂນວ ໃນນາມເຈົ້າຂອງໂຄງການ ຈຶ່ງໄດ້ຈັດປັບປຸງເສັ້ນທາງເຊື່ອມຕໍ່ລະຫວ່າງຖະໜົນສີທອງ ແລະ ຖະໜົນອາຊຽນ ແຕ່ສີ່ແຍກໄຟອຳນາດດົງນາໂຊກ ຫາໄຟອຳນາດສີ່ແຍກດົງປ່າສັກ ເຊິ່ງມີຄວາມຍາວທັງໝົດ 460 ແມັດ ຈາກທາງປູຢາງສອງຊັ້ນ ກວ້າງ 6 ແມັດ ມາເປັນທາງເບຕົງທີ່ມີຄວາມໜາ 23 ຊັງຕີແມັດ ແລະ ຂະຫຍາຍໜ້າທາງອອກຕື່ມ 3 ແມັດ ລວມເປັນ 9 ແມັດ ພ້ອມທັງປັບປຸງລະບົບລະບາຍນໍ້າໂຕເກົ່າໃຫ້ດີຂຶ້ນ ເພື່ອບໍ່ໃຫ້ນໍ້າອັ່ງຂັງຄືຜ່ານມາ ໂຄງການນີ້ ແມ່ນບໍລິສັດເອເຊຍລົງທຶນ ພັດທະນາ ແລະ ກໍ່ສ້າງຈຳກັດ ຜູ້ດຽວ ເປັນຜູ້ຮັບເໝົາກໍ່ສ້າງ ໂດຍຈະໃຊ້ເວລາກໍ່ສ້າງ 45 ວັນ ຄາດວ່າຮອດທ້າຍເດືອນມີນາ 2021 ຈະສຳເລັດ ຖ້າດິນຟ້າອາກາດອຳນວຍໃຫ້ ໂຄງການນີ້ໃຊ້ງົບປະມານ 2,45 ຕື້ກີບ ໂດຍໃຊ້ງົບແຜນບ້ວງທຶນສົບທົບ 5% ຂອງເງິນກູ້ຢືມທີ່ ນວ ມອບໃຫ້ພະແນກ ຍຂທນວ ນຳໃຊ້ເຂົ້າໃນການປັບປຸງຍົກລະດັບເສັ້ນທາງຢູ່ ນວ ໃນຈຳນວນ 32 ໂຄງການ ແຕ່ໂຄງການອື່ນສຳເລັດແລ້ວ ຍັງເຫຼືອແຕ່ໂຄງການນີ້ ແຕ່ອີງໃສ່ເງິນເຫຼືອນັ້ນບໍ່ພຽງພໍ ແຕ່ການນຳພະແນກ ຍທຂນວ ໄດ້ແບ່ງປັນງົບປະມານຂອງ ນວ ແບ່ງໃຫ້ປີ 2021 ເພື່ອເພີ່ມເຂົ້າຕື່ມ.

    ໃນໄລຍະກໍ່ສ້າງ ຮຽກຮ້ອງມາຍັງຜູ້ໃຊ້ລົດໃຊ້ຖະໜົນ ຈົ່ງຫຼີກລ່ຽງໄປນຳໃຊ້ເສັ້ນທາງອື່ນແທນ ລໍຖ້າເທເບຕົງເບື້ອງໜຶ່ງສຳເລັດກ່ອນ ຈຶ່ງຈະເປີດໃຫ້ໃຊ້ແກ້ໄຂ ສ່ວນຜູ້ປະກອບການ ແລະ ຜູ້ອາໄສຢູ່ເຂດນີ້ ທາງໂຄງການໄດ້ມີຜູ້ອັດທາງຢູ່ສອງສົ້ນ ຈົ່ງແຈ້ງເຂົາໃຫ້ປ່ອຍເຂົ້າໄປໄດ້ເປັນແຕ່ລະໄລຍະ ແລະ ຂໍໂທດມາຍັງຜູ້ໃຊ້ເສັ້ນທາງເສັ້ນນີ້ ທີ່ສ້າງຄວາມບໍ່ສະດວກ ຕ້ອງໄປເວັ້ນເສັ້ນທາງອື່ນທີ່ໄກ.

​                           # ຂ່າວ & ພາບ: ສົມສະຫວັນ

error: Content is protected !!