ບຣາເດີ ໄດ້ຮັບການຮັບຮອງຄຸນນະພາບການໃຫ້ບໍລິການ ລະດັບ Gold ຈາກສະຖາບັນ SQI

    ບຣາເດີ ນຳໜ້າດ້ານຄຸນນະພາບວຽກບໍລິການອີກຂັ້ນ ດ້ວຍການຜ່ານການຮັບຮອງຄຸນນະພາບການໃຫ້ບໍລິການ ລະດັບ Gold ຈາກສະຖາບັນ Service Quality Institution (SQI) ເພີ່ມຄວາມໝັ້ນໃຈໃຫ້ລູກຄ້າອີກລະດັບ ພ້ອມກຽມເສີມການພັດທະນາການຕໍ່ຍອດວຽກບໍລິການດ້ວຍນະວັດຕະກຳເຕັກໂນໂລຊີເພື່ອມອບຄວາມເພິ່ງພໍໃຈສູງສຸດແກ່ລູກຄ້າ.

    ທ່ານ ທີລະວຸດ ສຸພະພັນພິນໂຍ ກຳມະການຜູ້ຈັດການບໍລິສັດ ບຣາເດີ ຄອມເມີຊຽວ (ປະເທດໄທ) ຈຳກັດ ກ່າວເມື່ອບໍ່ດົນມານີ້ວ່າ: ບຣາເດີ ໄດ້ໃຫ້ຄວາມສຳຄັນຕໍ່ການບໍລິການຫຼັງການຂາຍມາໂດຍຕະຫຼອດ ເຊິ່ງບໍ່ພຽງແຕ່ເພີ່ມທັກສະໃຫ້ທີມບໍລິການ ແຕ່ຍັງເສີມດ້ານການປັບ mindset ເຂົ້ານໍາ ເຊິ່ງເຊື່ອວ່າການໄດ້ຮັບການຮັບຮອງຄຸນນະພາບການໃຫ້ບໍລິການ ລະດັບ Gold ຈາກສະຖາບັນ SQI ຄັ້ງນີ້ ຈະເປັນສ່ວນໜຶ່ງທີ່ຊ່ວຍຕໍ່ຍອດການບໍລິການຫຼັງການຂາຍຂອງບຣາເດີ ໃຫ້ສາມາດພັດທະນາຕໍ່ເນື່ອງສູ່ອະນາຄົດ at your side ຄືຫຼັກໃນການປະຕິບັດ (motto) ທີ່ບຣາເດີຍຶດຖືມາໂດຍຕະຫຼອດ ພວກເຮົາພ້ອມຈະຢູ່ຄຽງຂ້າງລູກຄ້າ ພັນທະມິດທາງທຸລະກິດ ແລະ ສັງຄົມ ເຊິ່ງຫຼັກການດຳເນີນທຸລະກິດຂອງບຣາເດີ ຈະມຸ່ງໄປທີ່ການພັດທະນາທຸລະກິດໃຫ້ເຕີບໂຕຢ່າງຍຶນຍົງ ແລະ ການສ້າງຄວາມເພິ່ງພໍໃຈສູງສຸດໃຫ້ລູກຄ້າ.

    ທ່ານ ດຣ ລັດຊຸມາ ຫຸຕາຍົນ ກຳມະການຜູ້ຈັດການສະຖາບັນ SQI ກ່າວວ່າ: ບຣາເດີ ເປັນໜຶ່ງອົງກອນທີ່ໃຫ້ຄວາມສຳຄັນຕໍ່ການພັດທະນາປະສິດທິຜົນການໃຫ້ບໍລິການແກ່ລູກຄ້າແຕ່ລະດັບຜູ້ບໍລິຫານ ທີ່ກຳນົດນະໂຍບາຍ ເຖິງລະດັບປະຕິບັດທີ່ຕ້ອງຮັບນະໂຍບາຍດັ່ງກ່າວມາສານຕໍ່ໃຫ້ເກີດເປັນຮູບປະທຳແຫ່ງການບໍລິການທີ່ເຕັມໄປດ້ວຍທ່າແຮງ ແລະ ຖືເປັນບ່ອນທຳອິດທີ່ໃຊ້ເວລາໃນການທົດສອບຕາມເກນການຮັບຮອງຄຸນນະພາບວຽກບໍລິການໄດ້ວ່ອງໄວກວ່າທີ່ສະຖາບັນກຳນົດ ເນື່ອງຈາກຄວາມພ້ອມຂອງລະບົບການໃຫ້ບໍລິການທີ່ໄດ້ວາງຮາກຖານມາດີແລ້ວ ຍັງປະກອບກັບຄວາມຕັ້ງໃຈ ແລະ ມຸ່ງໝັ້ນທີ່ຈະພັດທະນາຢ່າງຈິງຈັງ ເຮັດໃຫ້ການກ້າວໄປອີກໜຶ່ງຂັ້ນບໍ່ໄດ້ເປັນອຸປະສັກແຕ່ຢ່າງໃດຕໍ່ບຣາເດີ

    ທ່ານ ວໍລະສັກ ປະດິດກຸນ ຜູ້ຈັດການທົ່ວໄປຝ່າຍບໍລິການລູກຄ້າບໍລິສັດ ບຣາເດີ ຄອມເມີຊຽວ (ປະເທດໄທ) ຈຳກັດ ກ່າວວ່າ: ປັດຈຸບັນ ບຣາເດີ ມີສູນບໍລິການຄວບຄຸມທົ່ວປະເທດ ການສ້າງມາດຕະຖານການບໍລິການທີ່ເປັນໜຶ່ງດຽວ ເປັນເລື່ອງສຳຄັນ ເພື່ອສ້າງຄວາມເພິ່ງພໍໃຈສູງສຸດແກ່ລູກຄ້າ ບຣາເດີຈຶ່ງໄດ້ພັດທະນາມາດຕະຖານ Service Excellence ຂຶ້ນ ເພື່ອວາງຂອບການບໍລິການແກ່ພະນັກງານຝ່າຍບໍລິການທຸກຄົນໃຫ້ຍຶດເປັນແນວທາງປະຕິບັດ ໂດຍນຳຄວາມຕ້ອງການຂອງລູກຄ້າເປັນປັດໃຈຫຼັກ ນອກນີ້ ຍັງໄດ້ຈັດເຝິກອົບຮົມທີມບໍລິການຢູ່ສະເໝີ ເພື່ອພັດທະນາຄວາມພ້ອມໃນການມອບບໍລິການອັນເປັນເລີດ ບຣາເດີໄດ້ຂໍຮັບການປະເມີນການຮັບຮອງຄຸນນະພາບເກນການຮັບຮອງ SQI ເພື່ອໃຫ້ໜ່ວຍງານພາຍນອກທີ່ໄດ້ຮັບຄວາມເຊື່ອໝັ້ນຈາກອົງກອນຊັ້ນແນວໜ້າ ມາຮ່ວມປະເມີນຄຸນນະພາບເພື່ອເພີ່ມຄວາມໝັ້ນໃຈຍິ່ງຂຶ້ນແກ່ລູກຄ້າ ໄລຍະຜ່ານມາບຣາເດີໄດ້ມີການພັດທະນາຄຸນນະພາບວຽກບໍລິການຢ່າງຕໍ່ເນື່ອງ ເກນການຮັບຮອງ SQI ໄດ້ໃຫ້ຄວາມສຳຄັນຕໍ່ແນວນະໂຍບາຍຄຸນນະພາບການໃຫ້ບໍລິການລູກຄ້າແຕ່ພາຍໃນອົງກອນໄປຈົນເຖິງການມອບປະສົບການທາງບວກໃຫ້ລູກຄ້າພາຍນອກ.

    ທ່ານນາງ ລັດສິຍາກອນ ຕັນທະວະນິດ ຮັກສາການຜູ້ຈັດການທົ່ວໄປຝ່າຍບໍລິການລູກຄ້າບໍລິສັດ ບຣາເດີ ຄອມເມີຊຽວ (ປະເທດໄທ) ຈຳກັດ ກ່າວວ່າ: ເປົ້າໝາຍທີມບໍລິການຫຼັງການຂາຍຂອງບຣາເດີ ຄືການມອບບໍລິການຫຼັງການຂາຍທີ່ເປັນເລີດ ຫຼັກການເຮັດວຽກແບບ outside in ຈຶ່ງເປັນອີກໜຶ່ງຫຼັກທີ່ ບຣາເດີຍຶດຖືມາໂດຍຕະຫຼອດ ເພາະຄວາມຕ້ອງການຂອງລູກຄ້າຄືຫົວໃຈຫຼັກໃນການມອບບໍລິການ ລະຫວ່າງກາງການປ່ຽນແປງທີ່ວ່ອງໄວຍິ່ງຂຶ້ນໃນທຸກວັນ ສົ່ງຜົນໂດຍກົງຕໍ່ວິຖີການດຳເນີນຊີວິດຂອງລູກຄ້າ ລວມເຖິງຄວາມຫຼວງຫຼາຍຂອງ generation ກໍເປັນຕົວແປສຳຄັນທີ່ບຣາເດີນຳມາເປັນໜຶ່ງໃນປັດໃຈທີ່ຄຳນຶງເຖິງທຸກຄັ້ງທີ່ຕ້ອງການພັດທະນາວຽກບໍລິການ ນອກນີ້ ຍັງໄດ້ພັດທະນາ product ດ້ານການບໍລິການເພື່ອອຳນວຍປະໂຫຍດແກ່ລູກຄ້າ ເຊັ່ນ: Brother Care Pack ບໍລິການເສີມພ້ອມເບິ່ງແຍງຫຼັງການຂາຍ ເພີ່ມຄວາມໝັ້ນໃຈຍິ່ງຂຶ້ນ ດ້ວຍການຂະຫຍາຍເວລາການຮັບປະກັນ ບໍລິການສ້ອມແປງນອກສະຖານທີ່ ບໍລິ ການຕິດຕັ້ງເຄື່ອງ ບໍລິການບຳລຸງຮັກສາ ບໍລິການກວດເຊັກບໍາລຸງຮັກສາລາຍປີ ແລະ Brother Care Express ບໍລິການຮັບສົ່ງສ້ອມແປງພ້ອມສົ່ງຄືນເພື່ອຄວາມສະດວກໃຫ້ລູກຄ້າ ມອບບໍລິການພິເສດຮັບສົ່ງ ສ້ອມແປງພ້ອມສົ່ງຄືນແບບຮັບໄວເຖິງທີ່ ສົ່ງໄວເຖິງມື ປະຢັດເວລາບໍ່ຕ້ອງເດີນທາງ ບຣາເດີພ້ອມນຳຄວາມແຂງແກ່ນຂອງທີມບໍລິການມາພັດທະນາຄວບຄູ່ໄປກັບການໃຊ້ເຕັກໂນໂລຊີເຂົ້າມາເສີມ ເພື່ອຕອບສະໜອງໄລສະໄຕຂອງລູກຄ້າໃນປັດຈຸບັນ ບຣາເດີໄດ້ພັດທະນາ Brother Live Chat ແລະ bot ເພື່ອເພີ່ມຄວາມສະດວກ ແລະ ວ່ອງໄວໃຫ້ລູກຄ້າ ເສີມທີມ contact center ທີ່ພ້ອມໃຫ້ບໍລິການ.

error: Content is protected !!