ມອບ​ສິດ​ໃຫ້ ທນບ ບໍ​ລິ​ການ 34 ເມືອງ

   ວັນທີ 23 ກຸມພາ 2021 ທີ່ກະ​ຊວງ​ການ​ເງິນ ໄດ້​ຈັດ​ພິທີເຊັນສັນຍາ​ຮັບ​ຮອງ​ເອົາ​ການ​ໃຫ້​ບໍ​ລິ​ການ​ຂອງ​ທະ​ນາ​ຄານ​ນະ​ໂຍ​ບາຍ (ທນບ) ໃນ​ການ​ຮັບ​ຝາກ​ເງິນ ຖອນ​ເງິນ ແລະ ໂອນ​ເງິນ​ຂອງ​ຄັງ​ເງິນ​ແຫ່ງ​ຊາດ ຢູ່​​ບັນ​ດາ​ເມືອງ​ທີ່ບໍ່​ມີ​      ໜ່ວຍ​ບໍ​ລິ​ການ​ທະ​ນາ​ຄານ​ທຸ​ລະ​ກິດ ທັງ​ນີ້ ກໍເພື່ອ​ຈັດ​ຕັ້ງ​ປະ​ຕິ​ບັດ​ຕາມ​ຂໍ້​ຕົກ​ລົງ​ຂອງ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ເງິນ ວ່າ​ດ້ວຍ​ການ​ຮັບ​ຮອງ​ເອົາ​ການ​ໃຫ້​​ບໍ​ລິ​ການ​ຂອງ​ ທນບ ໃນ​ການ​ຮັບ​ຝາກ​ເງິນ ຖອນ​ເງິນ ແລະ ໂອນ​ເງິນ​ຂອງ​ຄັງ​ເງິນ​ແຫ່ງ​ຊາດ ຢູ່​​ບັນ​ດາ​ເມືອງ​ທີ່ບໍ່​ມີ​ໜ່ວຍ​ບໍ​ລິ​ການ​ທະ​ນາ​ຄານ​ທຸ​ລະ​ກິດ ຊຶ່ງ​ການ​ເຊັນ​ສັນ​ຍາ​ລະ​ຫວ່າງຄັງເງິນແຫ່ງຊາດ ແລະ ທນບ ໂດຍ​ແມ່ນທ່ານ ນາງ ວັນພອນ ພົມມະສອນ ຫົວໜ້າຄັງເງິນແຫ່ງຊາດ ແລະ ທ່ານ  ວຸດ​ທິ ເລື່ອນ​ວິ​ໄລ​ວົງ ຜູ້ອໍານວຍການ ທນບ ພ້ອມ​ດ້ວຍ​ພາກສ່ວນກ່ຽວຂ້ອງ ເຂົ້າ​ຮ່ວມ.

   ປັດຈຸບັນໃນ 148 ເມືອງທົ່ວປະເທດ ຍັງມີ 34 ເມືອງ ທີ່​ບໍ່ມີໜ່ວຍບໍ​ລິ​ການ​ຂອງທະນາຄານ​ທຸລະ​ກິດ ສໍາລັບການໃຫ້ບໍລິການຂອງ ທນບ ເບື້ອງຕົ້ນຈະໄດ້ທົດລອງຈັດຕັ້ງປະຕິບັດຢູ່ 10 ເມືອງ ຫຼັງຈາກນັ້ນ ຈຶ່ງຈະປະເມີນຜົນການຈັດຕັ້ງປະຕິບັດ ເພື່ອລາຍງານໃຫ້ຄະນະນໍາກະຊວງການເງິນ ແລະ ຈະໄດ້ສືບຕໍ່ຜັນຂະຫຍາຍໄປສູ່ບັນດາ 24 ເມືອງທີ່ຍັງເຫຼືອ.

    ສໍາລັບວຽກງານການໃຫ້ບໍລິການຮັບຝາກເງິນ ຖອນເງິນ ແລະ ໂອນເງິນຂອງຄັງເງິນແຫ່ງຊາດ ຢູ່ບັນດາເມືອງທີ່ບໍ່ມີໜ່ວຍບໍລິການທະນາຄານທຸລະກິດຕັ້ງຢູ່ ກໍໍຖືເປັນບາດກ້າວ​ໜຶ່ງທີ່ສໍາຄັນ ເພື່ອກ້າວໄປສູ່ການໃຫ້ບໍລິການ ເຕັມຮູບແບບໃຫ້ແກ່ປະຊາຊົນ ທັງເປັນການຕອບສະໜອງ ແລະ ອໍານວຍຄວາມສະດວກໃຫ້ແກ່ຂະແໜງການອ້ອມຂ້າງ ໂດຍສະເພາະແມ່ນຂະແໜງຄັງເງິນແຫ່ງຊາດ ທີ່ມີ​ສ່ວນ​ຕິດ​ພັນ​ກັບ ທນບ ຫຼື ບັນດາເມືອງ ທີ່ບໍ່ມີທະນາຄານທຸລະກິດອື່​ນໆ​ຕັ້ງ​ຢູ່ໃຫ້​ເຂົ້າ​ເຖິງວຽກງານການໃຫ້ ບໍລິການທາງດ້ານການເງິນ ແລະ ຮັບປະກັນຄວາມປອດໄພໃຫ້ມີ ປະສິດທິຜົນສູງສຸດ.

error: Content is protected !!