ຜູ້ສຳເລັດການສຶກສາພະຍາບານ ຈະປະກອບການບໍລິການວິຊາຊີບການພະຍາບານ ຕ້ອງຜ່ານການສອບເສັງລະດັບຊາດ

    ກົມການສຶກສາສາທາລະນະສຸກ ກະຊວງສາທາລະນະສຸກ ຮ່ວມກັບໂຄງການ LEE Jong-wook _ Seoul Project ຈາກ ສ. ເກົາຫຼີ ຈັດພິທີເປີດຊຸດເຝິກອົບຮົມກ່ຽວກັບການສ້າງຄໍາຖາມ MCQs ທີ່ໃຊ້ໃນການສອບເສັງໃບປະກອບວິຊາຊີບພະຍາບານ ຈັດລະຫວ່າງວັນທີ 1-5 ມີນາ 2021 ທີ່ກົມການສຶກສາສາທາລະນະສຸກ ກະຊວງສາທາລະນະສຸກ ເປັນກຽດເຂົ້າຮ່ວມຂອງທ່ານ ປອນເມກ ດາລາລອຍ ປະທານສະພາຄຸ້ມຄອງວິຊາຊີບປິ່ນປົວ ທ່ານນາງ ຜາສຸກ ວົງວິຈິດ ຫົວໜ້າກົມການສຶກສາສາທາລະນະສຸກ ພ້ອມດ້ວຍສຳມະນາກອນ ແລະ ຂະແໜງການກ່ຽວຂ້ອງ.

    ທ່ານນາງ ຜາສຸກ ວົງວິຈິດ ກ່າວວ່າ: ເພື່ອແລກປ່ຽນປະສົບການ ແລະ ເພີ່ມຄວາມສາມາດໃນການອອກແບບຄໍາຖາມສອບເສັງ ສ້າງຄໍາຖາມ MCQs ທີ່ມີຄຸນນະພາບສໍາລັບໃນການສອບເສັງເອົາໃບປະກອບວິຊາຊີບພະຍາບານໃນ ສປປ ລາວເພື່ອນໍາມາປະເມີນຂີດຄວາມສາມາດຂອງຜູ້ສຳເລັດການສຶກສາພະຍາບານ ຫຼືສາຂາອື່ນໆ ການອອກໃບຢັ້ງຢືນອະນຸຍາດປະກອບວິຊາຊີບນັ້ນ ມັນບໍ່ແມ່ນເລື່ອງງ່າຍ ການສ້າງຄໍາຖາມໃດໜື່ງ ມັນຈໍາເປັນຕ້ອງອາໄສຄວາມຮູ້ ຄວາມສາມາດ ແລະ ປະສົບການຂອງບັນດາຜູ້ປະກອບໃສ່ປະສົບການໃນການຮຽນ-ການສອນ ການປະເມີນນັກສຶກສາທີ່ຜ່ານມາ ນອກນັ້ນ ຄຳຖາມທີ່ນໍາມາໃຊ້ ຕ້ອງຮັບປະກັນຄຸນນະພາບ ສອດຄ່ອງກັບມາດຕະຖານການປະເມີນ ຮັບປະກັນວ່າຜູ້ຖືກປະເມີນໄດ້ຮັບການປະເມີນດ້ວຍຄໍາຖາມທີ່ມີຄຸນນະພາບ ຮັບປະກັນທາງດ້ານເນື້ອໃນ ແມ່ນສິ່ງທີ່ໄດ້ຮຽນຮູ້ໃນຫຼັກສູດການສຶກສາ ບົດຮຽນຈາກສາກົນ ພ້ອມກັນນັ້ນ ຕ້ອງຮັບປະກັນສັດສ່ວນຄວາມຍາກ-ງ່າຍຂອງຄໍາຖາມສອບເສັງ ທັງນີ້ ເພື່ອຮັບປະກັນວ່າຄົນເຈັບຈະໄດ້ຮັບການເບິ່ງແຍງສຸຂະພາບຈາກທ່ານໝໍ ພະຍາບານ ແລະ ບຸຄະລາກອນທາງການແພດທີ່ມີຄວາມສາມາດ ຜູ້ປະກອບວິຊາຊີບ ຈະຕ້ອງມີໃບອະນຸຍາດປະກອບວິຊາຊີບໂດຍຜ່ານການສອບເສັງລະດັບຊາດ.

# ຂ່າວ & ພາບ : ອົ່ນ ໄຟສົມທອງ

error: Content is protected !!