ຮສສ ນວ ສະເຫຼີມສະຫຼອງວັນແມ່ຍິງສາກົນ ຄົບຮອບ 111 ປີ

    ພະແນກແຮງງານ ແລະ ສະຫວັດດີການ-ສັງຄົມ ນະຄອນຫຼວງວຽງຈັນ (ຮສສ ນວ) ໄດ້ຈັດພິທີ ສະເຫຼີມສະຫຼອງວັນແມ່ຍິງສາກົນ (ວັນທີ 8 ມີນາ) ຄົບຮອບ 111 ປີ ພາຍໃຕ້ຄໍາຂວັນ “ການນໍາແມ່ຍິງ ການບັນລຸຄວາມສະເໝີພາບພາຍໃນໄລຍະໂຄວິດ-19    “ ຂຶ້ນວັນທີ 2 ມີນາ 2021 ທີ່ພະແນກດັ່ງກ່າວ ໃຫ້ກຽດເຂົ້າຮ່ວມຂອງທ່ານ ວິໄລພອນ ບຸນລາວົງ ຮອງຫົວໜ້າພະແນກ ຮສສ ນວ ທ່ານ ນາງ ຫຼຽນຄໍາ ວິລະພັນ ປະທານສະຫະພັນແມ່ຍິງນະຄອນຫຼວງວຽງຈັນ ພ້ອມດ້ວຍຄະນະສະຫະພັນແມ່ຍິງ ແລະ ສະມາຊິກແມ່ຍິງພາຍໃນພະແນກເຂົ້າຮ່ວມຢ່າງພ້ອມພຽງ. 

    ທ່ານນາງ ສົມປອງ ພະລະກຸນ ປະທານສະຫະພັນແມ່ຍິງ ຫົວໜ້າຂະແໜງນະໂຍບາຍຕໍ່ຜູ້ທີ່ມີຜົນງານ ພະແນກ ຮສສ ນວ ໄດ້ຜ່ານບົດສະຫຼຸບການເຄື່ອນໄຫວວຽກງານ 3 ເດືອນຕົ້ນປີ ແລະ ທິດທາງແຜນການ 9 ເດືອນທ້າຍປີ 2021 ຂອງສະຫະພັນແມ່ຍິງພະແນກ ຮສສ ນວ ຈາກນັ້ນ ທ່ານນາງ ຫຼຽນຄໍາ ວິລະພັນ ໄດ້ໃຫ້ກຽດປາຖະກະຖາຫວນຄືນມູນເຊື້ອວັນສ້າງຕັ້ງແມ່ຍິງສາກົນຄົບຮອບ 111 ປີ ເຊິ່ງຍົກໃຫ້ເຫັນເຖິງປະຫວັດຄວາມເປັນມາຂອງວັນແມ່ຍິງສາກົນ ວັນທີ 8 ມີນາ ບັນດາອົງການຈັດຕັ້ງສົນທິສັນຍາ ຖະແຫຼງການ ແລະ ກອງປະຊຸມຕ່າງໆກ່ຽວກັບແມ່ຍິງໃນລະດັບສາກົນ ພາກພື້ນ ແລະ ອາຊຽນ ນະໂຍບາຍ ກົນໄກຄວາມສົ່ງເສີມຄວາມກ້າວໜ້າຂອງແມ່ຍິງໃນ ສປປ ລາວ ວຽກງານພົວພັນ ແລະ ຮ່ວມມືກັບຕ່າງປະເທດໃນປີ 2020 ຕື່ມອີກ.

# ຂ່າວ & ພາບ : ຂັນທະວີ

error: Content is protected !!