ເຄື່ອງກວດວິເຄາະຫາເຊື້ອ COVID-19 ກຳລັງຖຶກຕິດຕັ້ງ ພ້ອມຈະຮັບຕົວຢ່າງຈາກ 4 ແຂວງພາກໃຕ້ໄວໆນີ້

    ໂຮງ­ໝໍ​ແຂວງ​ຈຳ­ປາ​ສັກ ຮ່ວມ​ກັບ​ຊ່ຽວ­ຊານ​ທີ່​ມາ​ຈາກ ສປ ຈີນ ຊ່ຽວ­ຊານ​ມາ​ຈາກ​ສູນ​ກາງ ກະ­ຊວງ​ສາ​ທາ­ນະ​ລະ​ສຸກ ແລະ ຊ່ຽວ­ຊານ​ອົງ­ການ​ອະ­ນາ­ໄມ​ໂລກ ໃດ້​ທຳ​ການ​ຕິດ​ຕັ້ງ​ປະ­ກອບ​ເຄື່ອງ​ກວດ polymerase chain reaction (PCR) R (real-time) ເຄື່ອງ​ກວດ​ຊອກ​ຫາ​ເຊື້ອ​ອັກ­ເສບ​ປອດ COVID-19 ເຄື່ອງ​ໃຫຍ່ ທີ່​ສາ­ມາດ​ກວດ​ໃດ້​ເຖິງ 92 ຕົວ­ຢ່າງ ອ່ານ​ຜົນ​ໃນ​ເວ­ລາ 120 ນາ­ທີ ຈະ​ສາ­ມາດ​ຮອງ​ຮັບ​ຕົວ​ຍ່າງ​ທີ່​ສົ່ງ​ມາ​ຈາກ 4 ແຂວງ​ພາກ​ໃຕ້​ໄດ້ ເຊິ່ງ​ມັນ​ຈະ​ສາ­ມາດ​ກວດ​ຈຳ­ນວນ​ຫຼາຍ ແລະ ສະ­ດວກ​ໃນ​ການ​ສົ່ງ​ຕົວ­ຢ່າງ.

error: Content is protected !!