ສົ່ງເສີມການອ່ານໃນຂົງເຂດການສຶກສາໃຫ້ກວ້າງຂວາງ

    ບໍລິສັດ ໂມນິວເມັນ ຈຳກັດ ຮ່ວມກັບຮ້ານປຶ້ມດີບຸກ ແລະ ຄະນະອັກສອນສາດ ມະຫາວິທະຍາໄລແຫ່ງຊາດ (ມຊ) ຈັດເທສະການປຶ້ມອ່ານ (Festival 2021) ເພື່ອສົ່ງເສີມການອ່ານໃນຂົງເຂດການສຶກສາໃຫ້ກວ້າງຂວາງ ເປັນການສະເຫຼີມສະຫຼອງວັນອ່ານໂລກ 4 ມີນາ ແລະ ສ້າງຂະບວນການສະເຫຼີມສະຫຼອງວັນແມ່ຍິງສາກົນ 8 ມີນາ ຄົບຮອບ 111 ປີ ຂຶ້ນວັນທີ 4-6 ມີນາ 2021 ຢູ່ສະໂມສອນ ມຊ  ໂດຍມີ     ທ່ານນາງ ທອງມາລາ ໂພສີຄຳ ຮອງຄະນະບໍດີຄະນະອັກສອນສາດ ທ່ານ ສົມໄໝ ພົມມະຈັນ ຜູ້ຈັດການຮ້ານປື້ມດີບຸກ ພ້ອມດ້ວຍຄະນະຮັບຜິດຊອບຈັດງານ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

     ທ່ານນາງ ທອງມາລາ ໂພສີຄຳ ກ່າວວ່າ:  ຜ່ານມາ ພວກໄດ້ຈັດເທສະການອາຫານສະໝອງຂຶ້ນ 3 ຄັ້ງ ແລະ ໄດ້ຢຸດສະງັກໄປ 1 ປີ ເນື່ອງຈາກຄວາມບໍ່ພ້ອມຂອງສະພາບການ ແລະ ການລະບາດຂອງພະຍາດໂຄວິດ-19  ເພື່ອສົ່ງເສີມການອ່ານ ແລະ ເຜີຍແຜ່ຜົນງານສື່ສິ່ງພິມທີ່ເປັນຂອງຄົນລາວ ໃຫ້ນັບມື້ນັບເຕີບໃຫຍ່ເຂັ້ມແຂງ ເພື່ອກະຕຸ້ນໃຫ້ຜູ້ມັກອ່ານ-ຂຽນ ແລະ ການສ້າງສັນຜົນງານໃຫ້ຫຼາຍຂຶ້ນ ທັງເປັນການພັດທະນາບຸຄະລາກອນ ດ້ວຍການອ່ານ ແລະ ການຂຽນຂອງລາວ ກາຍເປັນຂີດໝາຍອັນສຳຄັນໃນການສ້າງກິດຈະກຳການອ່ານຢ່າງຕໍ່ເນື່ອງ ຫວັງຢ່າງຍິ່ງວ່າ ທຸກພາກສ່ວນຈະເຫັນໄດ້ເຖິງຄວາມສໍາຄັນ ແລະ ພ້ອມກັນສົ່ງເສີມການອ່ານ-ການຂຽນຂອງລາວ ເພື່ອເຮັດໃຫ້ “ຄົນລາວເປັນຄົນຮັກການອ່ານ” ໃຫ້ນັບມື້ເປັນຂະບວນກວ້າງຂວາງ ເພາະການອ່ານຄືຮາກຖານສຳຄັນຂອງຊີວິດ.

     ທ່ານ  ສົມໄໝ ພົມມະຈັນ  ກ່າວວ່າ: ງານຄັ້ງນີ້ ນອກຈາກເປັນສົ່ງເສີມການອ່ານໃຫ້ກວ້າງຂວາງໃນຂົງເຂດການສຶກສາ ສົ່ງເສີມໄວໜຸ່ມໃນການພັດທະນາຕົນເອງຈາກການອ່ານ ເພື່ອປູກຝັງເປັນນິໄສມັກອ່ານ ມັກຂຽນ ແລະ ສົ່ງເສີມນັກຂຽນລາວໃຫ້ມີເວທີສະແດງຜົນງານຂອງຕົນເອງ ຍັງເປັນການເປີດໂອກາດໃຫ້ກັບບັນດາພາກສ່ວນຕ່າງໆທັງພາກລັດ ແລະ ເອກະຊົນໄດ້ວາງສະແດງຜົນງານ ໂດຍສະເພາະ ຮ້ານປຶ້ມ ສຳນັກພິມ ວາລະສານຕ່າງໆ ໄດ້ຈໍາໜ່າຍສິນຄ້າຂອງຕົນ ເຊິ່ງມີຫຼາຍກວ່າ 30 ບູດ ເປັນຕົ້ນ ຮ້ານປຶ້ມດີບຸກ ຮ້ານປຶ້ມໂມນິວເມັນ ຮ້ານປຶ້ມດອກເກດ ຮ້ານປຶ້ມອ້າຍໜູນ້ອຍ ຮ້ານປຶ້ມຈອຍລະດາ ສຳນັກພິມໄວເດັກ ສຳນັກພິມມີດີບຸກ ສໍານັກພິມແຫ່ງລັດວາລະສານ ແລະ ບໍລິສັດຫ້າງຮ້ານຕ່າງໆ. 

     ພ້ອມນີ້ ຜູ້ເຂົ້າຮ່ວມງານຍັງໄດ້ຮັບຟັງການບັນຍາຍ-ເສວະນາ ໃຫ້ຄວາມຮູ້ແກ່ບັນດານັກສຶກສາ ເຊັ່ນ: ການອ່ານ ການຂຽນ ການຮຽນຮູ້ສູ່ຜົນສໍາເລັດ ຮຽນແນວໃດຈົບໄປຈຶ່ງໄດ້ວຽກ ປະສົບການ 40 ປີໃນການຂຽນກະວີ ເລື່ອງສັ້ນ ແລະ ການເສວະນາປະຫວັດຊົນຊາດລາວ 5.000 ປີ ນອກນີ້ ໃນງານຍັງມີການເປີດໂຕປຶ້ມໃໝ່ ວັດຈະນານຸກົມສຳນວນລາວນຳຕື່ມອີກ. 

# ຂ່າວ & ພາບ : ລັດເວລາ

error: Content is protected !!