ພ້ອມກັນປ້ອງກັນພະຍາດໄຂ້ຍຸງລາຍແຕ່ຫົວທີ ດ້ວຍການປະຕິບັດ 5 ປ

    ພະຍາດໄຂ້ຍຸງລາຍ ກໍເປັນພະຍາດໜຶ່ງທີ່ທຸກຄົນຄວນເອົາໃຈໃສ່ປ້ອງກັນພະຍາດດັ່ງກ່າວແຕ່ຫົວທີ ໂດຍການເອົາໃຈໃສ່ປະຕິບັດຫຼັກການ 5 ປ ຄື: ປິດຝາພາຊະນະທີ່ເກັບນໍ້າໃນເຮືອນ ແລະ ນອກເຮືອນເພື່ອບໍ່ໃຫ້ຍຸງມາໄຂ່ໃສ່ ປ່ຽນນໍ້າ ແລະ ຜັດຖູພາຊະນະເຊັ່ນ: ເຕົ້າດອກໄມ້ ນໍ້າຮອງຕີນຕູ້ ຖ້ານຮອງຈອກນໍ້າ ແລະ ອື່ນໆ ປ່ອຍປາຫາງນົກຍຸງເພື່ອກິນໜອນນໍ້າ ປັບປຸງບໍ່ໃຫ້ມີນໍ້າຄ້າງຂັງກະໂປະ ກະປ໋ອງ ຮາງລິນ ຢາງຕີນລົດເກົ່າ ປະຕິບັດເປັນປະຈຳທຸກໆອາທິດ ແລະ ຖ້າເປັນໄຂ້ ໃຫ້ໄປປິ່ນປົວຢູ່ໂຮງໝໍ ສຸກສາລາໃກ້ບ້ານ ຖ້າທຸກຄົນພ້ອມກັນປະຕິບັດຫຼັກການທີ່ກ່າວມານັ້ນ ແມ່ນຈະສາມາດປ້ອງກັນພະຍາດໄຂ້ຍຸງລາຍໄດ້.

    ອີງຕາມການໃຫ້ຂໍ້ມູນຂອງກະຊວງສາທາລະນະສຸກໃນວັນທີ 4 ມີນາ 2021 ໃຫ້ຮູ້ວ່າ: ນັບແຕ່ວັນທີ 26 ທັນວາ 2020 ຫາ 4 ມີນາ 2021 ທົ່ວປະເທດມີຄົນເຈັບຕິດເຊື້ອພະຍາດໄຂ້ຍຸງລາຍທັງໝົດ 131 ກໍລະນີ ແຕ່ຍັງບໍ່ພົບກໍລະນີເສຍຊີວິດ ໃນນັ້ນ ນະຄອນຫຼວງມີ 38 ກໍລະນີ ອັດຕະປື 26 ກໍລະນີ ຫຼວງພະບາງ 18 ກໍລະນີ ຄຳມ່ວນ 10 ກໍລະນີ ອຸດົມໄຊ 12 ກໍລະນີ ແຂວງວຽງຈັນ 9 ກໍລະນີ ເຊກອງ 6 ກໍລະນີ ສາລະວັນ ສະຫວັນນະເຂດ ແຂວງລະ 3 ກໍລະນີ ຫຼວງນໍ້າທາ ບໍລິຄຳໄຊ ໄຊຍະບູລີ ແຂວງລະ 2 ກໍລະນີ ສ່ວນແຂວງບໍ່ແກ້ວ ໄຊສົມບູນ ຈຳປາສັກ ຜົ້ງສາລີ ຊຽງຂວາງ ແລະ ແຂວງຫົວພັນ ແມ່ນຍັງບໍ່ພົບກໍລະນີ.

# ຂ່າວ & ພາບ : ເພັດສະໝອນ

error: Content is protected !!