ມີໄພພິບັດເກີດຂຶ້ນ 235 ຄັ້ງ ໃນ 5 ປີຜ່ານມາ

    ກອງປະຊຸມວິຊາການ ວຽກງານຄຸ້ມຄອງໄພພິບັດທົ່ວປະເທດ ປະຈໍາປີ 2020 ຈັດຂຶ້ນວັນທີ 10-11 ມີນາ 2021 ຢູ່ເຮືອນຮັບແຂກກະຊວງແຮງງານ ແລະ ສະຫວັດດີການສັງຄົມ (ຮສສ) ໂດຍເປັນປະທານຂອງທ່ານ ຄໍາແພງ ໄຊສົມແພງ ລັດຖະມົນຕີກະຊວງ ຮສສ ຮອງປະທານ ຜູ້ປະຈໍາການຄະນະກໍາມະການຄຸ້ມຄອງໄພພິບັດຂັ້ນສູນກາງ ມີຄະນະກຳມະການຄຸ້ມຄອງໄພພິບັດຂັ້ນສູນກາງ ແລະ ທ້ອງຖິ່ນເຂົ້າຮ່ວມ. 

    ກອງປະຊຸມຄັ້ງນີ້ ໄດ້ຮັບຟັງການສະຫຼຸບລາຍງານການຈັດຕັ້ງປະຕິບັດວຽກງານຄຸ້ມຄອງໄພພິບັດວ່າ: ໄລຍະ 5 ປີຜ່ານມາ (2016-2020) ທົ່ວປະເທດມີເຫດການເກີດໄພພິບັດທີ່ສ້າງຜົນເສຍຫາຍໃຫ້ຂະແໜງ ການຕ່າງໆຂອງສັງຄົມ ເກີດຂຶ້ນທັງໝົດ 235 ຄັ້ງ ໃນນັ້ນ ສົ່ງຜົນກະທົບໂດຍກົງຕໍ່ປະຊາຊົນ 1.860.165 ຄົນ ເສຍຊີວິດ 121 ຄົນ ສູນຫາຍ 45 ຄົນ ສ້າງຄວາມເສຍຫາຍຕໍ່ຂະແໜງການສັງຄົມ ເຊັ່ນ: ທີ່ຢູ່ອາໄສ ການສຶກສາ ສາທາລະນະສຸກ ແລະ ໂພຊະນາການ ວັດທະນະທໍາ ການຜະລິດ ກະສິກໍາ ອຸດສາຫະກໍາ ແລະ ການຄ້າ ການທ່ອງທ່ຽວ ໂຄງລ່າງພື້ນຖານ ຂົນສົ່ງ ໄຟຟ້າ ນໍ້າໃຊ້ ສຸຂາພິບານ ແລະ ສະພາບທາງນໍ້າ ຄິດເປັນມູນຄ່າເສຍຫາຍປະມານ 5.538,24 ຕື້ກີບ ອັນພົ້ນເດັ່ນ ແມ່ນໄພພິບັດນໍ້າຖ້ວມທີ່ເກີດຈາກພາຍຸຊັນຕິນ ແລະ ຄູກັນນໍ້າເຂື່ອນໄຟຟ້າເຊປ່ຽນ-ເຊນໍ້ານ້ອຍແຕກຢູ່ແຂວງອັດຕະປືປີ 2018 ແລະ ໄພນໍ້າຖ້ວມໃນປີ 2019 ໄດ້ສົ່ງຜົນກະທົບຕໍ່ການພັດທະນາເສດຖະກິດ-ສັງຄົມຢ່າງຫຼວງຫຼາຍ ໃນນີ້ ສະເພາະແຕ່ປີ 2018 ມີມູນຄ່າຄວາມເສຍຫາຍລວມຈາກໄພນໍ້າຖ້ວມ ປະມານ 3.166,9 ຕື້ກີບ ຫຼື ປະມານ 2,1% ຂອງການຄາດຄະເນລວມຍອດຜະລິດຕະພັນພາຍໃນ (GDP). 

    ນອກນັ້ນ ຍັງເກີດການລະບາດຂອງພະຍາດສັດ ແລະ ສັດຕູພືດຢູ່ຫຼາຍແຂວງ ເປັນຕົ້ນ ການລະບາດຂອງພະຍາດອະຫິວາໝູອາຟຣິກກາປີ 2019 ໄດ້ສ້າງຄວາມເສຍຫາຍຕໍ່ການຜະລິດ ແລະ ຊັບສິນຂອງປະຊາຊົນຫຼາຍສົມຄວນ ແລະ ບັນຫາຜົນກະທົບຈາກການລະບາດ Covid-19 ເຮັດໃຫ້ລັດຖະບານຈໍາເປັນຕ້ອງດັດປັບຕົວເລກການຂະຫຍາຍຂອງເສດຖະກິດປີ 2020 ລົງຈາກ 6,5% ມາເປັນ 3,3%-3,6% ພ້ອມດ້ວຍຄາດໝາຍທາງດ້ານມະຫາພາກຈໍານວນໜຶ່ງ ແລະ ອື່ນໆ.

# ຂ່າວ & ພາບ : ລັດເວລາ

error: Content is protected !!