ໂຮງໝໍມິດຕະພາບ ໄດ້ຮັບເງິນຊ່ວຍເຫຼືອຕ້ານພະຍາດ COVID-19

     ສະມາຄົມມິດຕະພາບລາວ-ເຢຍລະມັນ ແລະ ສະມາຄົມມິດຕະພາບເຢຍລະມັນ-ລາວ ໄດ້ນໍາເງິນ 25.000.000 ກີບ ມອບໃຫ້ກັບໂຮງໝໍມິດຕະພາບ 150 ຕຽງ ວັນທີ 10 ເມສາ 2020 ທີ່ໂຮງໝໍດັ່ງກ່າວ ຕາງໜ້າມອບຂອງທ່ານ ສົມອົກ ກິ່ງສະດາ ຮອງປະທານສູນກາງແນວລາວສ້າງຊາດ ປະທານສະມາຄົມມິດຕະພາບລາວ-ເຢຍລະມັນ ແລະ ຕາງໜ້າຮັບໂດຍທ່ານ ດຣ ສະໜອງ ທອງຊະນະ ຜູ້ອຳນວຍການໂຮງໝໍມິດຕະພາບ ມີພາກສ່ວນກ່ຽວຂ້ອງເຂົ້າຮ່ວມ. 

    ການມອບເງິນຄັ້ງນີ້ ເພື່ອປະກອບສ່ວນຊ່ວຍເຫຼືອໂຮງມໍມິດຕະພາບຈັດຊື້ອຸປະກອນການແພດເພື່ອຮັບໃຊ້ການປິ່ນປົວຄົນເຈັບທີ່ຕິດເຊື້ອພະຍາດອັກເສບປອດຈາກເຊື້ອຈຸນລະໂຣກສາຍພັນໃໝ່ (COVID 19).

     ໃນໂອກາດນີ້ ທ່ານ ດຣ ສະໜອງ ທອງຊະນະ ໄດ້ຕາງໜ້າໃຫ້ພະນັກງານແພດໝໍ ແລະ ຄົນເຈັບທີ່ຕິດເຊື້ອພະຍາດຈາກພະຍາດ COVID 19 ສະແດງຄວາມຂອບໃຈ ແລະ ຮູ້ບຸນຄຸນມາຍັງຄະນະສະມາຄົມມິດຕະພາບ ລາວ-ເຢຍລະມັນ ແລະ ສະມາຄົມມິດຕະພາບ ເຢຍລະມັນ-ລາວ ທີ່ໄດ້ມອບເງິນຊ່ວຍເຫຼືອເພື່ອຊື້ອຸປະກອນການແພດອັນຈຳເປັນໃຊ້ເຂົ້າໃນການປິ່ນປົວຄົນເຈັບຄັ້ງນີ້ ພ້ອມທັງໃຫ້ຄຳໝັ້ນສັນຍາວ່າຈະນຳເອົາເງິນດັ່ງກ່າວນຳໃຊ້ໃຫ້ຖືກເປົ້າໝາຍ ມີປະສິດທິຜົນສູງສຸດ ແລະ ທົ່ວເຖິງ ທັງໝົດນີ້ເປັນການປະກອບສ່ວນອັນສຳຄັນເຂົ້າໃນການເສີມຂະຫຍາຍສາຍພົວພັນອັນດີງາມຂອງສອງປະເທດລາວ ແລະ ເຢຍລະມັນ.

error: Content is protected !!