40 ພັນກວ່າຄົນໄດ້ຮັບການສັກວັກແຊັງປ້ອງກັນພະຍາດໂຄວິດ-19 ເຂັມທີ 1

    ການສັກວັກແຊັງ ແມ່ນເພື່ອແກ້ໄຂພາວະສຸກເສີນຈາກການລະບາດຂອງພະຍາດໂຄວິດ-19 ຈຶ່ງໄດ້ສຸມໃສ່ກຸ່ມເປົ້າໝາຍບູລິມະສິດກ່ອນ ເປັນຕົ້ນແມ່ນພະນັກງານແພດໝໍ ພະນັກງານດ່ານໜ້າຜູ້ທີ່ມີຄວາມສ່ຽງສູງ ໃນສູນກາງ ແລະ ທ້ອງຖິ່ນ.

    ທ່ານ ດຣ ລັດສະໝີ ວົງຄຳຊາວ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ກະຊວງສາທາລະນະສຸກ ຕາງໜ້າໃຫ້ກອງເລຂາຄະນະສະເພາະກິດ ເພື່ອປ້ອງກັນ ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດ COVID-19 ໄດ້ລາຍງານກ່ຽວກັບສະພາບການລະບາດຂອງພະຍາດໂຄວິດ-19 ແລະ ການສັກຢາວັກແຊັງປ້ອງກັນພະຍາດໂຄວິດ-19 ໃນວັນທີ 15 ມີນາ 2021 ວ່າ: ມາຮອດປັດຈຸບັນ ໄດ້ສັກເຂັມທີ 1 ໃຫ້ແກ່ກຸ່ມເປົ້າໝາຍບູລິມະສິດທັງໝົດ 40.732 ຄົນ ໃນຂອບເຂດທົ່ວປະເທດ ປະກອບມີພະນັກງານແພດໝໍ ກວມເອົາ 13.005 ຄົນ ພະນັກງານເຮັດວຽກທີ່ມີຄວາມສ່ຽງ 22.791 ຄົນ ຜູ້ເດີນທາງທີ່ມີຄວາມຈຳເປັນອອກນອກປະເທດ 625 ຄົນ ຜູ້ສູງອາຍຸກ່ວາ 60 ປີ 220 ຄົນ ຜູ້ທີ່ມີພະຍາດປະຈຳໂຕ 31 ຄົນ ແລະ ກຸ່ມອື່ນໆອີກ 4.060 ຄົນ.

​ # ຂ່າວ & ພາບ: ເພັດສະໝອນ

error: Content is protected !!