ລາວ ຍ້ອງຍໍທີມແພດ ແລະ ຊ່ຽວຊານຈາກ ສປ ຈີນ ທີ່ສຳເລັດການປະຕິບັດໜ້າທີ່ຢູ່ ລາວ

    ໃນ​ວັນ​ທີ 10 ເມ­ສາ 2020 ທີ່​ກະ­ຊວງ​ສາ­ທາ­ລະ­ນະ​ສຸກ ໄດ້​ຈັດ​ພິ­ທີ​ມອບ​ໃບ​ຍ້ອງ­ຍໍ​ໃຫ້​ຄະ­ນະ​ທີມ​ແພດ ແລະ ຊ່ຽວ­ຊານ ສປ ຈີນ 12 ຄົນ ທີ່​ມາ​ເຄື່ອນ​ໄຫວ​ຖ່າຍ​ຖອດ​ບົດ­ຮຽນ​ໃຫ້​ຄວາມ​ຄະ­ນະ​ທີມ​ແພດ​ລາວ ເພື່ອ​ສະ­ກັດ​ກັ້ນ​ການ​ແຜ່​ລະ­ບາດ​ຂອງ​ພະ­ຍາດ​ໂຄ​ວິດ-19 ເຊິ່ງ​ໃຫ້​ກຽດ​ໂດຍ​ທ່ານ ບຸນ​ກອງ ສີ​ຫາ​ວົງ ລັດ­ຖະ­ມົນ­ຕີ​ກະ­ຊວງ​ສາ­ທາ­ລະ­ນະ​ສຸກ ມີ​ທ່ານ ສົມ​ດີ ດວງ​ດີ ຮອງ​ນາ­ຍົກ­ລັດ­ຖະ­ມົນ­ຕີ ລັດ­ຖະ­ມົນ­ຕີ​ກະ­ຊວງ​ການ​ເງິນ ຫົວ­ໜ້າ​ຄະ­ນະ​ສະ­ເພາະ​ກິດ​ເພື່ອ​ສະ­ກັດ​ກັ້ນ ແລະ ຕ້ານ​ການ​ແຜ່​ລະ­ບາດ​ຂອງ​ພະ­ຍາດ​ໂຄ​ວິດ-19 ແລະ ພາກ­ສ່ວນ​ກ່ຽວ­ຂ້ອງ​ເຂົ້າ​ຮ່ວມ.

    ໂອ­ກາດ​ນີ້ ທ່ານ ສົມ​ດີ ດວງ​ດີ ກໍ​ໄດ້​ຕາງ­ໜ້າ​ໃຫ້​ພັກ-ລັດ­ຖະ­ບານ ແລະ ປະ­ຊາ­ຊົນ​ບັນ­ດາ­ເຜົ່າ ກໍ​ຄື​ພະ­ນັກ­ງານ​ແພດ​ໝໍ​ລາວ​ໃນ​ທົ່ວ​ປະ­ເທດ ສະ­ແດງ​ຄວາມ​ຂອບ­ໃຈ ຍ້ອງ­ຍໍ​ສັນ­ລະ­ເສີນ ແລະ ຮູ້​ບຸນ­ຄຸນ​ເປັນ​ຢ່າງ​ສູງ ທີ່​ຄະ­ນະ​ດັ່ງ­ກ່າວ​ໄດ້​ເຂົ້າ​ມາ​ຊ່ວຍ­ເຫຼືອ ສປປ ລາວ ໃນ​ການ​ຕ້ານ ແລະ ສະ­ກັດ​ກັ້ນ​ການ​ແຜ່​ລະ­ບາດ​ຂອງ​ເຊື້ອ​ໄວ​ຣັສ​ໂຄ​ວິດ-19 ໃນ​ຄັ້ງ​ນີ້ ເຊິ່ງ​ເປັນ​ການ​ປະ­ກອບ­ສ່ວນ ເຂົ້າ​ໃນ​ການ​ເພີ່ມ​ທະ­ວີ​ສາຍ​ພົວ­ພັນ​ມິດ­ຕະ­ພາບ ແລະ ການ​ຮ່ວມ​ມື​ລະ­ຫວ່າງ ສປປ ລາວ ແລະ ສປ ຈີນ ໃຫ້​ນັບ​ມື້​ມີ​ຄວາມ​ແໜ້ນ​ແຟ້ນ​ຍິ່ງ​ຂຶ້ນ ເຊິ່ງ​ຄວາມ​ຮູ້ ແລະ ບົດ­ຮຽນ​ຂອງ​ພວກ​ທ່ານ ຈະ​ເປັນ​ປະ­ໂຫຍດ​ອັນ​ສຳ­ຄັນ​ໃຫ້​ແກ່​ພະ­ນັກ­ງານ​ແພດ​ໝໍ​ລາວ ເພື່ອ​ນຳ­ໄປ​ຈັດ​ຕັ້ງ​ປະ­ຕິ­ບັດ​ເຂົ້າ​ໃນ​ວຽກ​ງານ​ດັ່ງ­ກ່າວ ໃຫ້​ມີ​ຜົນ­ສຳ­ເລັດ​ຫຼາຍ​ຂຶ້ນ ພ້ອມ​ນັ້ນ ທ່ານ​ຍັງ​ໄດ້​ອວຍ­ພອນ​ໃຫ້​ຄະ­ນະ​ແພດ​ຊ່ຽວ­ຊານ​ຈີນ ຈົ່ງ​ກັບ​ຄືນ​ປະ­ເທດ ເພື່ອ​ໄປ​ຫາ​ຄອບ­ຄົວ ພໍ່​ແມ່ ລູກ​ຫຼານ ດ້ວຍ​ຄວາມ​ສະ­ຫວັດ­ດີ​ພາບ​ທຸກ​ປະ­ການ.

error: Content is protected !!