ເຢຍລະມັນ ຊ່ວຍເຫຼືອໂຄງການເຂົ້າເຖິງແຫຼ່ງທຶນຂອງຜູ້ທຸກຍາກ

    ພິ­ທີ​ມອບ-ຮັບ​ການ​ຊ່ວຍ­ເຫຼືອ​ລ້າ​ທາງ​ດ້ານ​ການ​ເງິນ​ໄລ­ຍະ 2 ໃນ​ວົງ​ເງິນ 6,8 ລ້ານ​ເອີ​ໂຣ ສຳ­ລັບ​ໂຄງ­ການ​ສິນ​ເຊື່ອ​ເພື່ອ​ການ​ພັດ­ທະ­ນາ ການ​ເຂົ້າ​ເຖິງ​ແຫຼ່ງ​ທຶນ​ຂອງ​ຜູ້​ທຸກ​ຍາກ (LAFF) ໂດຍ​ຜ່ານ​ທະ­ນາ­ຄານ​ພັດ­ທະ­ນາ ສະ­ຫະ­ພັນ​ເຢຍ​ລະ​ມັນ (KfW) ເພື່ອ​ມອບ​ໃຫ້​ກະ­ຊວງ​ການ​ເງິນ ແລະ ທະ­ນາ­ຄານ​ແຫ່ງ ສປປ ລາວ (ທຫລ) ຈັດ​ຂຶ້ນ​ວັນ​ທີ 6 ມີ­ນາ 2020 ທີ່ ທຫລ ໂດຍ​ລັດ­ຖະ­ບານ​ເຢຍ​ລະ​ມັນ​ສືບ­ຕໍ່​ໃຫ້­ການ​ສະ­ໜັບ­ສະ­ໜູນ​ການ ເພື່ອ​ປັບ­ປຸງ​ສະ­ພາບ​ແວດ​ລ້ອມ​ທາງ​ທຸ­ລະ​ກິດ​ສຳ­ລັບ​ຫົວ­ໜ່ວຍ​ທຸ­ລະ​ກິດ​ຈຸ​ລະ​ພາກ SME ມີ​ທ່ານ​ນາງ ວັດ­ທະ­ນາ ດາ­ລາ​ລອຍ ຮອງ​ຜູ້​ວ່າ ທຫລ ທ່ານ ເຢນ​ສ ລຸກ​ເກີນ​ແຮມ ເອກ​ອັກ​ຄະ​ລັດ​ຖະ​ທູດ ສ ເຢຍ​ລະ​ມັນ ປະ­ຈຳ​ລາວ ທ່ານ ຢັນ ວີ​ເກວ​ມັນ ຫົວ­ໜ້າ​ຫ້ອງ­ການ​ຜູ້­ຕາງ­ໜ້າ KfW ປະ­ຈຳ​ລາວ ຜູ້­ຕາງ­ໜ້າ​ຈາກ​ຄະ­ນະ​ຄຸ້ມ​ຄອງ​ກອງ​ທຶນ LAFF ແລະ ພາກ­ສ່ວນ​ທີ່​ກ່ຽວ­ຂ້ອງ​ເຂົ້າ​ຮ່ວມ.

    ໂຄງ­ການ​ດັ່ງ­ກ່າວ ເປັນ​ການ​ສະ­ໜັບ­ສະ­ໜູນ​ຂະ­ແໜງ­ການ​ເງິນ ໃນ​ການ​ດຳ­ເນີນ​ທຸ­ລະ​ກິດ​ການ​ຄ້າ​ຢູ່​ລາວ ເພື່ອ​ການ​ບໍ­ລິ­ການ​ດ້ານ​ການ​ເງິນ​ທີ່​ມີ​ຄວາມ​ຍືນ​ຍົງ ແລະ ຄວາມ​ຕ້ອງ­ການ​ໃຫ້​ແກ່​ທຸ­ລະ​ກິດ​ຈຸ​ລະ​ພາກ SME ໃນ​ເຂດ​ຊົນ­ນະ­ບົດ ເປັນ​ການ​ປະ­ກອບ­ສ່ວນ​ເຂົ້າ​ໃນ​ການ​ປັບ­ປຸງ​ສະ­ມັດ​ຕະ​ພາບ​ການ​ຜະ­ລິດ ແລະ ຄວາມ​ສາ­ມາດ​ການ​ແຂ່ງ­ຂັນ​ຂອງ​ພາກ​ເອ­ກະ​ຊົນ ເພື່ອ​ສະ­ໜັບ­ສະ­ໜູນ​ການ​ສ້າງ​ວຽກ​ເຮັດ​ງານ​ທຳ ແລະ ຫຼຸດ­ຜ່ອນ​ຄວາມ­ທຸກ​ຍາກ ເຊິ່ງ ທຫລ ຈະ​ເຮັດ​ໜ້າ­ທີ່​ເປັນ​ໜ່ວຍ​ງານ​ຈັດ​ຕັ້ງ​ປະ­ຕິ­ບັດ​ໂຄງ­ການ​ຂອງ​ກອງ​ທຶນ LAFF ດ້ວຍ​ການ​ໃຫ້​ທຶນ​ຊ່ວຍ­ເຫຼືອ​ເພີ່ມ​ຂອງ​ລັດ­ຖະ­ບານ​ເຢຍ​ລະ​ມັນ 6,8 ລ້ານ​ເອີ​ໂຣ ສຳ­ລັບ​ກອງ​ທຶນ​ນີ້​ຈະ​ສາ­ມາດ​ເພີ່ມ​ຂະ­ຫຍາຍ​ຈຳ­ນວນ​ບັນ­ດາ​ສະ​ຖາ​ບັນ​ການ​ເງິນ ທີ່​ເປັນ​ຄູ່​ຮ່ວມ​ງານ​ທີ່​ມີ​ຄຸນ​ວຸດ​ທິ​ເໝາະ​ສົມ ລວມ​ທັງ​ບັນ­ດາ​ທະ­ນາ­ຄານ ສະ​ຖາ​ບັນ​ການ​ເງີນ​ຈຸ​ລະ​ພາກ ແລະ ກອງ​ທຶນ​ສາ­ມາດ​ຈັດ​ສັນ​ສິນ​ເຊື່ອ​ໃນ​ວົງ​ເງິນ​ກູ້​ໄດ້​ສູງ​ເຖິງ 500 ລ້ານ​ກີບ​ຕໍ່​ລູກ​ຄ້າ ສຳ­ລັບ​ບັນ­ດາ​ທຸ­ລະ​ກິດ​ຈຸ​ລະ​ພາກ​ຂະ­ໜາດ​ນ້ອຍ ແລະ ກາງ​ໃນ​ເຂດ​ຊົນ­ນະ­ບົດ​ຂອງ​ລາວ ແລະ ສຳ­ລັບ​ທຶນ​ຊ່ວຍ­ເຫຼືອ​ອີກ 8 ແສນ​ເອີ​ໂຣ ແມ່ນ​ບ້ວງ​ສຳ­ລັບ​ການ​ສ້າງ​ຂີດ​ຄວາມ​ອາດ​ສາ­ມາດ​ໃຫ້​ທະ­ນາ­ຄານ​ກາງ ແລະ ບັນ­ດາ​ສະ​ຖາ​ບັນ​ການ​ເງິນ​ທີ່​ເປັນ​ຄູ່​ຮ່ວມ​ງານ ສຳ­ລັບ​ວິ​ສາ​ຫະ​ກິດ SME ໂດຍ​ສະ­ເພາະ​ໃນ​ເຂດ​ຊົນ­ນະ­ບົດ​ຂອງ​ປະ­ເທດ ຍັງ​ມີ​ຄວາມ​ຕ້ອງ­ການ​ຫຼາຍ​ໃນ​ການ​ເຂົ້າ​ເຖິງ​ສິນ​ເຊື່ອ​ເງິນ​ກູ້​ຂະ­ໜາດ​ນ້ອຍ ແລະ ເປັນ​ນິ­ມິດ​ໝາຍ​ອັນ​ດີ​ທີ່​ກອງ​ທຶນ LAFF ໄດ້​ຮັບ​ທຶນ​ເພີ່ມ​ຕື່ມ ເຊິ່ງ​ສາ­ມາດ​ເລັ່ງ​ການ​ເຂົ້າ​ເຖິງ​ແຫຼ່ງ​ທຶນ​ຂອງ​ຫົວ­ໜ່ວຍ​ທຸ­ລະ​ກິດ​ຈຸ​ລະ​ພາກ SME ໄດ້ ຈຳ­ນວນ​ຫຼາຍ​ຂຶ້ນ ນອກ​ນັ້ນ​ກອງ​ທຶນ LAFF ຍັງ​ຈະ​ປະ­ກອບ­ສ່ວນ​ເຂົ້າ​ໃນ​ການ​ສ້າງ​ຄວາມ​ເຂັ້ມ­ແຂງ ໃຫ້​ກັບ​ສະ​ຖາ​ບັນ​ການ​ເງິນ​ຄູ່​ຮ່ວມ​ງານ​ຂອງ​ກອງ​ທຶນ ທີ່​ມີ​ຄວາມ​ຈຳ­ເປັນ​ໃນ​ການ​ພັດ­ທະ­ນາ​ລະ­ບົບ​ການ​ເງິນ.

error: Content is protected !!