ຫຼາຍພາກສ່ວນ ຊຸກຍູ້ງານກີລານັກຮຽນສາມັນທົ່ວ ນວ

    ເພື່ອເປັນການຊຸກຍູ້ ແລະ ສົ່ງເສີມງານກີລານັກຮຽນສາມັນທົ່ວນະຄອນຫຼວງວຽງຈັນ (ນວ) ທີ່ຈະຂຶ້ນລະຫວ່າງວັນທີ 24-31 ມີນາ 2021 ສະນັ້ນ ບັນດາບໍລິສັດຫ້າງຮ້ານ ອົງການຈັດຕັ້ງ ສະມາຄົມຕ່າງໆທີ່ມີເງື່ອນໄຂ ໄດ້ມອບເງິນ-ວັດຖຸປັດໄຈຕ່າງໆໃຫ້ກັບງານດັ່ງກ່າວ.

    ວັນທີ 23 ມີນາ 2021 ທີ່ຫ້ອງວ່າການປົກຄອງ ນວ ບໍລິສັດເບຍລາວ ໄດ້ມອບເງິນຈຳນວນ 236.660.000 ກີບ ໃຫ້ອົງການປົກຄອງ ນວ ຕາງໜ້າມອບໂດຍທ່ານນາງ ແສງມະນີ ໄຊຍະກອນ ຜູ້ຈັດການການຕະຫຼາດບໍລິສັດເບຍລາວ ນອກຈາກນີ້ ສະມາຄົມຈີນ ນວ ກໍໄດ້ມອບເງິນ 2.000 ໂດລາສະຫະລັດ ມອບໂດຍທ່ານ ຢູລະພາ ສັນຕິຄົງຄາ ປະທານສະມາຄົມຈີນ ນວ ແລະ ກຸ່ມບໍລິສັດດາວເຮືອງ-ຮ້ານອາຫານຟູຈິວາລະ ກໍໄດ້ມອບເງິນ 5.000.000 ກີບ ແລະ ນໍ້າດື່ມ 20 ແກັດ ມອບໂດຍທ່ານນາງ ເອື້ອງຟ້າ ອຸດົມວິໄລ ຕາງໜ້າກຸ່ມບໍລິສັດດາວເຮືອງ-ຮ້ານອາຫານຟູຈິວາລະ ກ່າວຮັບໂດຍທ່ານ ພູວົງ ວົງຄຳຊາວ ຮອງເຈົ້າຄອງ ນວ ມີພະນັກງານກ່ຽວຂ້ອງເຂົ້າຮ່ວມ.

    ໂອກາດນີ້ ທ່ານພູວົງ ວົງຄຳຊາວ ກໍໄດ້ສະແດງຄວາມຂອບໃຈມາຍັງ 3 ພາກສ່ວນທີ່ເຫັນໄດ້ຄວາມສຳຄັນຂອງວຽກງານກີລາ ເຊິ່ງການຊ່ວຍເຫຼືອຄັ້ງນີ້ ຈະເປັນທຶນຮອນເຂົ້າໃນການຈັດງານດັ່ງກ່າວ ແລະ ຈະນຳເອົາເງິນ ແລະ ວັດຖຸປັດໄຈທີ່ໄດ້ຮັບ ໄປນຳໃຊ້ໃຫ້ເກີດປະໂຫຍດສູງສຸດ.

​                              # ຂ່າວ & ພາບ: ອົ່ນ ໄຟສົມທອງ

error: Content is protected !!