ສຳເລັດການເຝິກອົບຮົມວາທະສີລະປະ ໃຫ້ກັບນັກຮຽນມັດທະຍົມສຶກສາ

    ພິທີມອບໃບຢັ້ງຢືນໃຫ້ແກ່ນັກຮຽນທີ່ຈົບຫຼັກສູດ ວາທະສີລະປະຂັ້ນພື້ນຖານ ສົກຮຽນ 2020-2021 ຮຸ່ນທີ 8 ຈັດຂຶ້ນວັນທີ 27 ມີນາ 2021 ທີ່ໂຮງຮຽນມັດທະຍົມສຶກສາສົມບູນວຽງຈັນ ໂດຍມີທ່ານ ສາຍທອງ ແກ້ວດວງດີ ປະທານກຳມາທິ ການກົດໝາຍ ສະພາແຫ່ງຊາດ ປະທານກິດຕິມະສັກມູນນິທິສົ່ງເສີມການສຶກສາ ທ່ານ ສົມພຽນ ໄຊຍະເດດ ປະທານມູນນິທີ ສົ່ງເສີມການສຶກສາ ພ້ອມດ້ວຍຄະນະບໍລິຫານມູນນິທິສົ່ງເສີມການສຶກສາ ທ່ານຜູ້ອຳນວຍການໂຮງຮຽນ ແລະ ພາກສ່ວນ ກ່ຽວຂ້ອງເຂົ້າຮ່ວມ.

    ທ່ານ ສົມພຽນ ໄຊຍະເດດ ໄດ້ກ່າວໃຫ້ຮູ້ວ່າ: ຈຸດປະສົງຂອງການເຝິກອົບຮົມໃນການເວົ້າຈາວາທະ ເພື່ອໃຫ້ຄວາມຮູ້ແກ່ຜູ້ຟັງ ການເວົ້າເພື່ອໃຫ້ຄວາມບັນເທີງແກ່ຜູ້ຟັງ ແລະ ການເວົ້າເພື່ອຈູງໃຈຜູ້ຟັງ ເປັນການປະກອບສ່ວນສ້າງໃຫ້ນັກຮຽນມີ ຄວາມກ້າຄິດ ກ້າສະແດງອອກໃນທາງທີ່ຖືກຕ້ອງ ສ້າງຄວາມສາມັກຄີ ເປັນການແລກປ່ຽນບົດຮຽນ ໃຊ້ເວລາຫວ່າງໃຫ້ເປັນ ປະໂຫຍດ ຫ່າງໄກສິ່ງເສບຕິດ.

    ກິດຈະກໍາຄັ້ງນີ້ ເລີ່ມຂຶ້ນມາແຕ່ຕົ້ນເດືອນຕຸລາ 2020 ແລະ ສຳເລັດທ້າຍເດືອນມີນາ 2021 ມີນັກຮຽນຊັ້ນມັດທະຍົມປີທີ 5 ຈາກສອງໂຮງຮຽນເຂົ້າທັງໝົດ 33 ຄົນ ຍິງ 17 ຄົນ ສະໜັບສະໜູນໂດຍ ມູນນິທິສົ່ງເສີມການສຶກສາ.

​                              # ຂ່າວ & ພາບ: ບຸນມີ

error: Content is protected !!