ສປປ ລາວ ຜະລິດເຫຼັກຄຸນນະພາບ ສົ່ງອອກກວ່າ 5.400 ໂຕນ

ສະພາບການສົ່ງອອກເຫຼັກຄຸນນະພາບຂອງ ສປປ ລາວ ໄປຍັງປະເທດກໍາປູເຈຍໃນເດືອນ ມັງ ກອນ 2021 ໄດ້ຫຼາຍກວ່າ 5.400 ໂຕນ ຂະນະທີ່ຍັງສຶບຕໍ່ຂຸ້ນຂ້ຽວຜະລິດເພື່ອຮັບປະກັນໃຫ້ສາ ມາດສະໜອງຕາມຄວາມຕ້ອງການຂອງຕະຫຼາດ.

ອີງຕາມຂໍ້ມູນຈາກ KHOUNKHAM STEEL INDUSTRY SOLE CO.,LTD  ໃຫ້ຮູ້ວ່າ: ນັບແຕ່ ເດືອນ 12 ປີ 2020 ຮອດ ທ້າຍເດືອນ 1 ປີ 2021 ຢູ່ທີ່ດ່ານສາກົນໜອງນົກຂຽນ ແຂວງຈໍາປາສັກ (ສປປ ລາວ-ກຳປູເຈຍ ) ມີຄວາມຄຶກຄື້ນໃນການສົ່ງອອກເຫຼັກເສັ້ນໄປຍັງ ນະຄອນຫຼວງພະນົມເປັນ ລາຊາອານາຈັກ ກຳປູເຈຍ ເຫຼັກເສັ້ນດັ່ງກ່າວແມ່ນຜະລິດຕະພັນ ພາຍໃນ ໂດຍການຮ່ວມມືກັນຜະລິດລະຫວ່າງ KHOUNKHAM STEEL INDUSTRY SOLE CO.,LTD  ແລະ VIENTIANE KUNPENG STEEL SOLE CO.,LTD.

ໃນວັນທີ 20 ພະຈິກ 2020 ແມ່ນມີການສົ່ງອອກເຫຼັກເສັ້ນຈຳນວນ 300 ໂຕນທິ່ດ່ານດັ່ງກ່າວ ແລະ ເປັນການສົ່ງອອກເຫຼັກເສັ້ນຄັ້ງທຳອິດຂອງ ສປປ ລາວ ແຕ່ຜ່ານໄປບໍ່ພໍເທົ່າໃດກໍ່ມີງວດສອງ ງວດສາມຕາມມາຕິດໆ ບາງງວດກໍມີຈຳນວນຫຼາຍກວ່າ 1.600 ໂຕນ ເຊິ່ງການສັ່ງຊື້ທຳອິດແມ່ນ ເລີ່ມຈາກເຫຼັກເສັ້ນປ້ອງອ້ອຍຂະໜາດ 25 ມິລີແມັດ ແລະ ຂະຫຍາຍໄປເລື້ອຍໆຈົນຄົບ ທຸກຂະ ໜາດຂອງເຫຼັກເສັ້ນປ້ອງອ້ອຍເຊັ່ນ: ຂະໜາດ 8, 12, 14,  22, 25 ມິລີແມັດ ແລະ ຂະໜາດ ອື່ນໆ ສະເພາະຕົວເລກການສົ່ງອອກເຫຼັກໄປກຳປູເຈຍພາຍໃນເດືອນທັງກອນ ແມ່ນມີຫຼາຍກວ່າ 5.400 ໂຕນ.

ອີງຕາມການລາຍງານຂອງຜູ້ຊ່ວຍຜູ້ອຳນວຍການ VIENTIANE KUNPENG STEEL SOLE CO.,LTD : ປະຈຸບັນແມ່ນກຳລັງຂຸ້ນຂ້ຽວຜະລິດແລ້ວສົ່ງອອກໃຫ້ທັນກຳນົດຕາມໃບສັ່ງຊື້ທີ່ໄດ້ ຮັບ ແລະ ທ່ານຍັງໄດ້ ໃຫ້ທັດສະນະວ່າການສົ່ງອອກແມ່ນກົນລະຍຸດຂອງການຕະຫຼາດໄລຍະ ຍາວຂອງບໍລິສັດ.

ສ່ວນເບື້ອງຫຼັງການສົ່ງອອກທີ່ແທ້ຈິງແມ່ນການເຫັນຄວາມສຳຄັນ ແລະ  ຄວາມເອົາໃຈໃສ່ ຄວບ ຄຸມໃນທຸກໆຂັ້ນຕອນ ເຮັດແທ້ທຳຈິ່ງເພື່ອເປີດຕະຫຼາດສູ່ພາຍນອກຂອງພະນັກງານ-ກຳມະ ກອນທັງໝົດຂອງ VIENTIANE KUNPENG STEEL SOLE CO.,LTD ເຮັດໃຫ້ ສປປ ລາວ ສາມາດຜະລິດເຫຼັກທີມີຄຸນນະພາບສູງໄດ້.

ສໍາລັບສະພາບການສົ່ງອອກເຫຼັກຂອງບໍລິສັດ ເຫັນໄດ້ວ່າ: ໃນເດືອນ ທັນວາ 2020 ສາມາດ ສົ່ງອອກເຫຼັກໄດ້ຂອງວດ ຈໍານວນທັງໝົດ 1.600 ໂຕນ ມາຮອດເດືອນມັງກອນ ສາມາດສົ່ງ ອອກເຫຼັກໄດ້ເຖິງ 4 ງວດ ຄືໃນວັນທີ 5-6-28 ແລະ ວັນທີ 29 ມັງກອນ ຈໍານວນການສົ່ງອອກ  1.604 ໂຕນ 300 ໂຕນ 1.503 ໂຕນ ແລະ 1.500 ໂຕນ ຕາມລໍາດັບ.

#VientianeMai

error: Content is protected !!