ມອບ-ຮັບໂຄງການກໍ່ສ້າງລະບົບສູນເຝິກວິຊາສະເພາະວຽກງານປ້ອງກັນທີ່ຕັ້ງ

    ໂຄງການກໍ່ສ້າງລະບົບສູນເຝິກວິຊາສະເພາະ ວຽກງານປ້ອງກັນທີ່ຕັ້ງ ກະຊວງປ້ອງກັນຄວາມສະຫງົບ ຢູ່ບ້ານດ່ານຊີ ເມືອງນາຊາຍທອງ ນະຄອນຫຼວງວຽງຈັນ ມີເນື້ອທີ່ທັງໝົດ 14 ເຮັກຕາ 6.400 ຕາແມັດ ໂດຍແມ່ນກອງບັນຊາການທີ່ຕັ້ງກະຊວງປ້ອງກັນຄວາມສະຫງົບ ເປັນເຈົ້າຂອງໂຄງການ ແລະ ບໍລິສັດ ລິດປັນຍາ  ອອກແບບ-ກໍ່ສ້າງ ຈໍາກັດຜູ້ດຽວ ເປັນຜູ້ຮັບເໝົາກໍ່ສ້າງ ເຊິ່ງໄດ້ດໍາເນີນການກໍ່ສ້າງມາແຕ່ວັນທີ 1 ສິງຫາ 2016 ເປັນຕົ້ນມາ ປະກອບມີໜ້າວຽກຫຼັກຄື: ບຸກເບີກດິນ ປັບໜ້າດິນ ແລະ ຖົມດິນ ສ້າງອາຄານຫ້ອງຮຽນ ຫ້ອງປະຊຸມ ແລະ ຫ້ອງເຮັດວຽກ 2 ຊັ້ນ ຂະໜາດ 44 x 52 ແມັດ 1 ຫຼັງ ສ້າງອາຄານສະໂມສອນຂະໜາດ 25 x 52 ແມັດ 1 ຫຼັງ ອາຄານຫໍພັກພະນັກງານໂສດ 2 ຊັ້ນ ຂະໜາດ 8 x 43 ແມັດ 1 ຫຼັງ ອາຄານຫໍພັກນັກຮຽນ 3 ຊັ້ນ ຂະໜາດ 11 x 54 ແມັດ 1 ຫຼັງ ອາຄານເຮືອນຄົວລວມ  ແລະ  ຫ້ອງກິນເຂົ້ານັກຮຽນຂະໜາດ 23 x 32 ແມັດ 1 ຫຼັງ ອາຄານເຮືອນຄົວລວມ ແລະ ຫ້ອງກິນເຂົ້າຄູ-ອາຈານ ຂະໜາດ 8 x 20 ແມັດ 1 ຫຼັງ ອາຄານຫ້ອງນໍ້າລວມຂະໜາດ 12 x 24 ແມັດ 1 ຫຼັງ ອາຄານປ້ອມຍາມຕໍ່າຂະໜາດ 2 x 2 ແມັດ 2 ຫຼັງ ອາຄານເຮືອນໄຟຟ້າ ແລະ ນໍ້າປະປາ ຂະໜາດ 2,5 x 2,5 ແມັດ 1 ຫຼັງ ປະຕູໂຂງທາງເຂົ້າ ແລະ ປະຕູທາງເຂົ້າ-ອອກ ສຸກເສີນ ເທເດີ່ນເບຕົງບ່ອນເຄົາລົບທຸງ ຫຼັກເສົາທຸງ ເທບ່ອນຈອດລົດ ທາງດິນແດງ ປູກຫຍ້າ ແລະ ຕົ້ນໄມ້ປະດັບ ສ້າງອ່າງເກັບນໍ້າ ແລະ ເຈາະນໍ້າບາດານ 3 ຊຸດ ດຶງຕາຂ່າຍໄຟຟ້າ ຕິດຕັ້ງໝໍ້ແປງ 500 Kva ແລະ ຕິດຕັ້ງເສົາໄຟເຍືອງທາງພາຍໃນສູນເຝິກ ແລະ ສ້າງກໍາແພງ-ຮົ້ວ ຕໍ່ດ້ວຍເຫຼັກອ້ອມຕອນດິນທັງໝົດ  ການກໍ່ສ້າງດັ່ງກ່າວໄດ້ສໍາເລັດວັນທີ 18 ກຸມພາ 2020  ມູນຄ່າການກໍ່ສ້າງທັງໝົດ 44,99 ຕື້ກີບ.

    ພິທີມອບ-ຮັບໂຄງການກໍ່ສ້າງດັ່ງກ່າວ ຈັດຂຶ້ນວັນທີ 6 ເມສາ 2021 ທີ່ບ້ານດ່ານຊີ ເມືອງນາຊາຍທອງ ນະຄອນຫຼວງວຽງຈັນ ໂດຍກ່າວມອບຂອງທ່ານນາງ ສຸນັດຕາ ລິດປັນຍາ ຜູ້ອໍານວຍການບໍລິສັດ ລິດປັນຍາ ອອກແບບ-ກໍ່ສ້າງ ຈໍາກັດຜູ້ດຽວ ແລະ ກ່າວຮັບຂອງທ່ານ ພົນຈັດຕະວາ ໄຊສີ ແກ້ວສະຫງ່າ ຫົວໜ້າກອງບັນຊາການທີ່ຕັ້ງ ກະຊວງປ້ອງກັນຄວາມສະຫງົບ ມີທ່ານ ພົນໂທ ວິໄລ ຫຼ້າຄໍາຟອງ ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ພ້ອມດ້ວຍຄະນະພັກ ຄະນະນໍາກອງບັນຊາການ ຜູ້ຕາງໜ້າຈາກບັນດາກົມໃຫຍ່ ກົມກອງອ້ອມຂ້າງກະຊວງ ຕະຫຼອດຮອດບັນດາກະຊວງ ອົງການ ແລະ ຂະແໜງການກ່ຽວຂ້ອງເຂົ້າຮ່ວມ.

​                              # ຂ່າວ & ພາບ:  ຂັນທະວີ

error: Content is protected !!