ລັດຖະມົນຕີກະຊວງ ອຄ ພົບປະກັບ ສຄອຊ

    ວັນທີ 6 ເມສາ 2021 ທີ່ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ (ສຄອຊ) ໄດ້ມີກອງປະຊຸມພົບປະລະຫວ່າງທ່ານລັດຖະມົນຕີກະຊວງອຸສາຫະກຳ ແລະ ການຄ້າ (ອຄ) ກັບ ສຄອຊ ຂຶ້ນ ໂດຍເປັນປະທານຂອງທ່ານ ຄໍາແພງ ໄຊສົມແພງ ລັດຖະມົນຕີກະຊວງ ອຄ ມີທ່ານ ອຸເດດ ສຸວັນນະວົງ ປະທານ ສຄອຊ ບັນດາຮອງປະທານ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

    ການພົບປະຄັ້ງນີ້ ທ່ານ ອຸເດດ ສຸວັນສະວົງ ໄດ້ລາຍງານສະພາບລວມໂດຍຫຍໍ້ ກ່ຽວກັບການເຄື່ອນໄຫວວງກງານ ແລະ ບາງເນຶ້ອໃນຂອງແຜນຍຸດທະສາດພັດທະນາພາກທຸລະກິດ ສຳລັບປີ 2021-2025 ໃຫ້ທ່ານລັດຖະມົນຕີກະຊວງ ອຄ ກອງປະຊຸມໄດ້ມີການປືກສາຫາລື ແລະ ແລກປ່ຽນຄໍາຄິດເຫັນບາງວຽກງານຄໍາຄັນ ທີ່ຕິດພັນກັບແຜນພັດທະນາຕາມແຕ່ລະເສົາຄໍ້າຂອງ ສຄອຊ ເປັນຕົ້ນ ການຊຸກຍູ້ສົ່ງເສີມຜະລິດຕະພັນລາວ ຍີ່ຫໍ້ລາວ ການພັດທະນາ ແລະ ສົ່ງເສີມຄວາມເຂັ້ມແຂງຂອງອົງການຈັດຕັ້ງທຸລະກິດ ການຊູກຍູ້ຊ່ວຍທຸລະກິດຂະໜາດນ້ອຍ-ກາງ ເພື່ອແນໃສ່ເຮັດໃຫ້ການຈັດຕັ້ງປະຕິບັດວຽກງານດັ່ງກ່າວໃນ 5 ປີ ຕໍ່ໜ້າມີຜົນສຳເລັດຍິ່ງຂຶ້ນ.

​                              # ຂ່າວ & ພາບ:  ລັດເວລາ

error: Content is protected !!