66 ປີ ແຫ່ງການເຕີບໃຫຍ່ເຂັ້ມແຂງຂອງຄະນະຊາວໜຸ່ມ ປປລ

     ເນື່ອງໃນໂອກາດວັນສ້າງຕັ້ງຄະນະຊາວໜຸ່ມປະຊາຊົນປະຕິວັດລາວ (ປປລ) ຄົບຮອບ 66 ປີ (14 ເມສາ 1955-14 ເມສາ 2021) ທ່ານ ອາລຸນໄຊ ສູນນະລາດ ເລຂາຄະນະບໍລິຫານງານສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ ໄດ້ຖະແຫຼງຂ່າວຕໍ່ສື່ມວນຊົນ ວັນທີ 6 ເມສາ 2021 ທີ່ສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ ວ່າ:  ວັນທີ 14 ເມສາ ທີ່ຈະມາເຖິງນີ້ ແມ່ນວັນສ້າງຕັ້ງຄະນະຊາວໜຸ່ມ ປະຊາຊົນປະຕິວັດລາວ ຄົບຮອບ 66 ປີ ເຊິ່ງເປັນວັນທີ່ມີຄວາມໝາຍສໍາຄັນຢ່າງຍິ່ງ ເພື່ອລະນຶກເຖິງມູນເຊື້ອ ແລະ ຄຸນງາມຄວາມດີຂອງຄົນຮຸ່ນກ່ອນ ກໍຄືຊາວໜຸ່ມລາວບັນດາເຜົ່າ ທີ່ໄດ້ອຸທິດຊີວິດເລືອດເນື້ອຂອງຕົນ ໃຫ້ແກ່ປະເທດຊາດ ໂດຍໄດ້ຖືເອົາວັນທີ 14 ເມສາ ເປັນວັນເຕົ້າໂຮມຄວາມສາມັກຄີຂອງຊາວໜຸ່ມ-ເຍົາວະຊົນ ແລະ ອະນຸຊົນລາວບັນດາເຜົ່າ ເປັນວັນການສຶກສາຮໍ່າຮຽນ ກໍ່ສ້າງ ແລະ ພັດທະນາຕົນເອງໃຫ້ມີຄຸນສົມບັດສິນທໍາປະຕິວັດ ມີຄວາມຮູ້ຄວາມສາມາດ ແລະ ມີຄວາມກ້າວໜ້າ ຖືເອົາວັນທີ 14 ເມສາ ເປັນວັນແຫ່ງການປັບປຸງການຈັດຕັ້ງຂອງຊາວໜຸ່ມໃຫ້ມີຄວາມໜັກແໜ້ນເຂັ້ມແຂງ.

     ຊາວໜຸ່ມແມ່ນເປັນກຳລັງສືບທອດ ເປັນກຳລັງປະຈັນບານໃນທຸກຂົງເຂດວຽກງານ ເຊິ່ງພັກໄດ້ຖືຊາວໜຸ່ມເປັນແຂນຂວາຂອງພັກ ແລະ ມີຄວາມເຊື່ອໝັ້ນວ່າ: ຊາວໜຸ່ມເປັນກຳລັງປະຈັນບານທຸກວຽກງານ ດັ່ງຄຳເວົ້າທີ່ວ່າ ຊາວໜຸ່ມປຽບເໜືອນກະດູກສັນຫຼັງຂອງຊາດ ເປັນຜູ້ສືບທອດພາລະກິດຂອງພັກ ຊາວໜຸ່ມຢືນຢູ່ທີ່ຕັ້ງຍຸດທະສາດທີ່ສຳຄັນ ດັ່ງຄຳເວົ້າຂອງທ່ານ ປະທານ ໄກສອນ ພົມວິຫານ ທີ່ໄດ້ໃຫ້ຄຳຂະໜານນາມແກ່ຊາວໜຸ່ມພວກເຮົາວ່າ: ຊາວໜຸ່ມຈົ່ງເປັນດັ່ງນົກອິນຊີທີ່ບໍ່ຫວັ່ນໄຫວຕໍ່ພະຍຸລົມແດງ ຈົ່ງກາຍເປັນສິນໄຊແຫ່ງຍຸກສະໄໝຂອງພວກເຮົາ ພ້ອມນັ້ນ ຊາວໜຸ່ມລາວໄດ້ຜ່ານຂະບວນວິວັດໃນຂະບວນການຕໍ່ສູ້ກູ້ຊາດ ໄດ້ປະກອບສ່ວນໃນຂະບວນການຕ່າງໆຂອງພັກ ຂອງຊາດ ໂດຍສະເພາະປະກອບສ່ວນເຂົ້າໃນບັ້ນໄພພິບັດຕ່າງໆຢ່າງຫ້າວຫັນ.

    ມາຮອດປັດຈຸບັນ ສະມາຊິກຊາວໜຸ່ມແມ່ນໄດ້ເຕີບໃຫຍ່ຂະຍາຍຕົວ ຈາກສະມາຊິກ 20.000 ກວ່າຄົນ ມາເປັນ 700.000 ກວ່າຄົນ ກວມເອົາ 60% ຂອງພົນລະເມືອງທົ່ວປະເທດ ຊາວໜຸ່ມໄດ້ເຮັດສຳເລັດໜ້າທີ່ຂອງການກອບກູ້ຊາດ ແລະ ປົດປ່ອຍຊາດ ສ້າງສາປະເທດຊາດ ກໍຄືການປະກາດສັງກາດໃໝ່ ສັງກາດແຫ່ງຄວາມສີວິໄລຂອງຄົນຮຸ່ນໜຸ່ມໃນວັນທີ 2 ທັນວາ 1975 ມາຮອດປັດຈຸບັນແມ່ນຄົບຮອບ 46 ປີ ການເຂົ້າຮ່ວມຢູ່ໃນບັ້ນປັບປຸງປົວແປງໂດຍສະເພາະໃນໄລຍະປົດປ່ອຍໃໝ່ ຊາວໜຸ່ມໄດ້ຕະລຸມບອນເຂົ້າໃນການເພີ່ມພູນຜະລິດຜົນ ການປົກປັກຮັກສາເຂດນ້ຳແດນດິນອະທິປະໄຕອັນຫວງແຫນຂອງຊາດລາວ ແລະ ໄດ້ສຳເລັດການເຂົ້າຮ່ວມໃນຂະບວນການປະຕິບັດແນວທາງປ່ຽນແປງໃໝ່ຢ່າງມີຫຼັກການຂອງພັກ.

     ທ່ານ ອາລຸນໄຊ ສູນນະລາດ ຍັງໄດ້ເນັ້ນໃຫ້ຊາວໜຸ່ມໃຫ້ມີສະຕິເຄົາລົບປະຕິບັດກົດໝາຍ ແລະ ບັນດາລະບຽບການຕ່າງໆຢ່າງເຂັ້ມງວດ ຕ້ອງມີລະບຽບວິໄນ ຮູ້ຮັກອານຸຮັກສິ່ງແວດລ້ອມ ວັດທະນະທຳ ແລະ ຮີດຄອງປະເພນີ ຊາວໜຸ່ມຕ້ອງພ້ອມກັນຄົ້ນຄວ້າຮ່ຳຮຽນຫາຄວາມຮູ້ ຄວາມສາມາດຕ່າງໆ ເປັນຕົ້ນ ທາງດ້ານເຕັກນິກວິທະຍາສາດ ເຕັກໂນໂລຊີທີ່ທັນສະໄໝ ການນຳໃຊ້ເຕັກໂນໂລຊີ ຫັນເປັນເສດຖະກິດດີຈີຕອນ ແລະ ອື່ນໆ.

​                              # ຂ່າວ & ພາບ:  ລັດເວລາ

error: Content is protected !!