ຊຸກຍູ້ຜະລິດຕະພັນເຄື່ອງດື່ມເພື່ອສຸຂະພາບ ໃຫ້ເມືອງໄຊທານີ

    ສະມາຄົມທຸລະກິດຮ້ານອາຫານລາວ ຮ່ວມກັບບໍລິສັດ ເບຍລາວ ຈຳກັດ ຊຸກຍູ້ຜະລິດຕະພັນເຄື່ອງດື່ມເພື່ອສຸຂະພາບ ເຊັ່ນ: ນໍ້າດື່ມກາຫົວເສືອ ມິລິນດ້າ ເປບຊີ ແລະ ອື່ນໆ ມູນຄ່າ 5 ລ້ານກວ່າກີບ ໃຫ້ເມືອງໄຊທານີ ນະຄອນຫຼວງວຽງຈັນ ເພື່ອນຳໃຊ້ໃນການຈັດພິທີບາສີສູ່ຂວັນຕາມຮີດຄອງປະເພນີຂອງລາວ ໃນໂອກາດສະເຫຼີມສະຫຼອງສົ່ງທ້າຍປີເກົ່າ ແລະ ຕ້ອນຮັບປີໃໝ່ ລາວ ພສ 2564 ໃຫ້ມີຄວາມ   ໝາຍ ແລະ ຄວາມສຳຄັນຢ່າງເລິກເຊິ່ງ.

    ພິທີມອບ-ຮັບຜະລິດຕະພັນດັ່ງກ່າວ ຈັດຂຶ້ນວັນທີ 6 ເມສາ 2021 ຢູ່ຫ້ອງວ່າການປົກຄອງເມືອງໄຊທານີ ເຊິ່ງມອບໂດຍທ່ານ ພູລິທັດ ເທພາວົງ ຜູ້ຈັດການເຂດເມືອງໄຊທານີ ບໍລິສັດ ເບຍລາວ ຈຳກັດ ແລະ ຮັບໂດຍທ່ານນາງ ສີດາ ບຸນມາ ຄະນະປະຈຳພັກເມືອງ ຫົວໜ້າຄະນະຈັດຕັ້ງເມືອງໄຊທານີ ມີທ່ານ ນາງ ອານັນທິດາ ຊົງຈັກສິນ ຫົວໜ້າຫ້ອງວ່າການເມືອງໄຊທານີ ທ່ານ ຄຳແພງ ເພົ້າບົວວົງ ປະທານສະ ມາຄົມທຸລະກິດຮ້ານອາຫານລາວ ແລະ ກ່ຽວຂ້ອງ ເຂົ້າຮ່ວມ.

    ທ່ານ ພູລິທັດ ເທພາວົງ ກ່າວວ່າ: ເພື່ອປະກອບສ່ວນເຮັດໃຫ້ເມືອງໄຊທານີ ມີຄວາມສະດວກໃນການນຳໃຊ້ຜະລິດຕະພັນເຄື່ອງດື່ມເພື່ອສຸຂະພາບ ໃນການຈັດງານບາສີສູ່ຂວັນຕາມຮີດຄອງປະເພນີອັນດີ ງາມຂອງຊາດລາວ ທີ່ໄດ້ສືບທອດກັນມາຍາວນານ ແລະ ໃນໂອກາດຕ້ອນຮັບປີໃໝ່ລາວ ທີ່ຈະມາເຖິງນີ້ ຂໍອວຍພອນໄຊອັນປະເສີດໃຫ້ການນຳເມືອງທຸກຂະແໜງການຂອງເມືອງໄຊທານີ ມີແຕ່ຄວາມຜາສຸກ ມີໂຊກມີໄຊ ແລະ ປະສົບຜົນສຳເລັດໃນໜ້າທີ່ການງານທຸກປະການ.      ໂອກາດນີ້ ທ່ານນາງ ສີດາ ບຸນມາ ກໍໄດ້ສະແດງຄວາມຄວາມຂອບໃຈບໍລິສັດ ເບຍລາວ ຈຳກັດ ແລະ ສະມາຄົມທຸລະກິດຮ້ານອາຫານລາວ ທີ່ໄດ້ມີນໍ້າໃຈເອື້ອເຟື້ອເຜື່ອແຜ່ ສ້າງຄວາມສະດວກໃຫ້ເມືອງໄຊທານີ ໄດ້ນຳໃຊ້ຜະລິດຕະພັນຕ່າງໆເຂົ້າໃນການຈັດງານບາສີສູ່ຂວັນ ເພື່ອສົ່ງທ້າຍປີເກົ່າ ແລະ ຕ້ອນ ຮັບປີໃໝ່ ລາວ ພສ 2564 ເຊິ່ງຈະຈັດຂຶ້ນວັນທີ 8 ເມສາ 2021 ເພື່ອເປັນການສືບທອດຮີດຄອງປະເພນີຂອງຊາດລາວ ແລະ ການຈັດງານບາສີສູ່ຂວັນ ກໍຈະຈັດໃຫ້ໄປຕາມແຈ້ງການຂອງນະຄອນຫຼວງວຽງຈັນ ກໍຄືລັດຖະບານ ວາງອອກ ເພື່ອຮັບປະກັນໃຫ້ມີຄວາມສະຫງົບ ປອດໄພ ແລະ ຮັກສາໄດ້ການປ້ອງກັນພະຍາດໂຄວິດ-19 ປັດຈຸບັນເມືອງໄຊທານີສາມາດຈັດຕັ້ງປະຕິຕາມແຜນຍຸດທະສາດຕ່າງໆ ດ້ວຍຜົນສຳ ເລັດສູງ ໂດຍສະເພາະໄດ້ສຳເລັດກອງປະຊຸມຄົບຄະນະບໍລິຫານງານພັກເປີດກວ້າງ ຄັ້ງທີ 4 ສະໄໝທີ 7 ເມືອງໄຊທານີ ມີ 104 ບ້ານ ແບ່ງເຂດຈັດສັນເປັນ 3 ເຂດ ຄື: ເຂດການຄ້າ ບໍລິການ ໂຮງຈັກໂຮງງານ ກຳນົດຢູ່ກຸ່ມບ້ານຫົວຊຽງ ກຸ່ມໂຄກສີວິໄລ ສ່ວນເຂດອຸດສາຫະກຳ ການຄ້າ ຢູ່ເຂດດົງໂດກ-ກຸ່ມທ່າງ່ອນ ເຊິ່ງຕິດພັນກັບຂົງເຂດສຶກສາ ແລະ ຂົງເຂດຜະລິດກະສິກຳ ນັບແຕ່ກຸ່ມເວີນຄຳ-ກຸ່ມຫາດກ້ຽງ ກຸ່ມບ້ານຊ້າງ ແລະ ກຸ່ມດົງບັງ.

error: Content is protected !!