ສຳເລັດການຍົກລະດັບຫຼັກສູດພາວະການເປັນຜູ້ນຳລະດັບກາງໃຫ້ແກ່ພະນັກງານ

    ພິທີປິດຊຸດເຝິກອົບຮົມ ຫຼັກສູດພາວະການເປັນຜູ້ນຳລະດັບກາງ ຊຸດທີ 1 ປະຈຳປີ 2021 ໃຫ້ຄະນະພັກຄະນະນຳ ກົມກອງອ້ອມຂ້າງກະຊວງສາທາລະນະສຸກ  ຈັດຂຶ້ນວັນທີ  9  ເມສາ 2021  ທີ່ກະຊວງສາທາະນະສຸກ ມີທ່ານ ສະໜອງ ທອງຊະນະ ຜູ້ອຳນວຍການໂຮງໝໍມິດຕະພາບ ທ່ານນາງ ຈັນທາ ອ່ອນໄຊວຽງ ຫົວໜ້າສະຖາບັນຄົ້ນຄວ້າວິທະຍາສາດການປົກຄອງ-ເຝິກອົບຮົມ ກະຊວງພາຍໃນ ພ້ອມດ້ວຍສຳມະນາກອນເຂົ້າຮ່ວມ.

    ຊຸດເຝິກອົບຮົມຄັ້ງນີ້ ມີຜູ້ເຂົ້າຮ່ວມ 39 ທ່ານ ຍິງ 20 ທ່ານ ໂດຍໄດ້ຮຽນຮູ້ 5 ຫົວຂໍ້ຫຼັກຄື ການນຳ ແລະ ການຄຸ້ມຄອງ ຄ່ານິຍົມ ແລະ ຈັນຍາບັນ ການກຳນົດວິໄສທັດຂອງການຈັດຕັ້ງ ການສ້າງທີມງານ ແລະ ພື້ນຖານກ່ຽວກັບການສື່ສານ ການເຝິກອົບຮົມຄັ້ງນີ້ ໄດ້ບັນລຸຕາມຈຸດປະສົງ ແລະ ລະດັບຄາດໝາຍ ເຊິ່ງການຮຽນຮູ້ພາວະການເປັນຜູ້ນຳ ໄດ້ເຮັດໃຫ້ເຂົ້າໃຈເຖິງຄວາມໝາຍຄວາມສຳຄັນຂອງການນຳພາ ສ້າງຄວາມເຂັ້ມແຂງໃນການນຳພາພ້ອມທັງເປັນການເພີ່ມປະສິດທິພາບໃນການເຮັດວຽກດ້ວຍຄວາມຮູ້ ແລະ ຄວາມສາມາດໃນການເຄື່ອນໄຫວ ບໍລິຫານວຽກງານໃຫ້ມີປະສິດທິພາບ.

    ການເຝິກອົບຮົມຄັ້ງນີ້ ເປັນໝາກຜົນເບື້ອງຕົ້ນ ເປັນພື້ນຖານທາງດ້ານທິດສະດີ ແລະ ຫຼັກການຈຳນວນໜຶ່ງທີ່ສາມາດໝູນໃຊ້ເຂົ້າໃນການປະຕິບັດໜ້າທີ່ວຽກງານວິຊາສະເພາະຂອງຕົນໃຫ້ມີວິໄສທັດທີ່ກວ້າງໄກ ສ້າງທີມງານໃນການນຳພາໜ່ວຍງານ ນຳພາຈັດຕັ້ງປະຕິບັດຫັນເອົາແຜນງານ ແຜນການເປັນໂຄງການລະອຽດ ເຮັດໃຫ້ວຽກງານມີບາດກ້າວໃໝ.

​                           # ຂ່າວ & ພາບ: ອົ່ນ ໄຟສົມທອງ

error: Content is protected !!