ສປປ ລາວ ພົບຜູ້ຕິດເຊື້ອໂຄວິດ-19 ເພີ່ມ 1 ກໍລະນີ

    ທ່ານ ສີສະຫວາດ ສຸດທານີລະໄຊ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ກະຊວງສາທາລະນະສຸກ ຕາງໜ້າໃຫ້ຄະນະສະເພາະກິດເພື່ອປ້ອງກັນ ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດໂຄວິດ-19 ໄດ້ຖະແຫຼງຂ່າວໃຫ້ຮູ້ວັນທີ 12 ເມສາ 2021 ທີ່ກະຊວງສາທາລະນະສຸກວ່າ: ການເກັບຕົວຢ່າງມາກວດວິເຄາະ ແລະ ຄົ້ນຫາຜູ້ຕິດເຊື້ອພະຍາດໃນວັນທີ 11 ເມສາ 2021 ໄດ້ເກັບຕົວຢ່າງມາກວດວິເຄາະທັງໝົດ 885 ຄົນ ເຊິ່ງຜົນກວດວິເຄາະທັງໝົດແມ່ນພົບຜູ້ຕິດເຊື້ອໃໝ່ 1 ກໍລະນີ ເປັນກໍລະນີຢັ້ງຢືນທີ 52 ເພດຊາຍ ອາຍຸ 48 ປີ ສັນຊາດ ອົດສະຕຣາລີ ອາຊີບ ພະນັກງານ ຜູ້ກ່ຽວແຂງແຮງດີ ບໍ່ມີອາການຫຍັງສະແດງ ແລະ ຍັງບໍ່ທັນໄດ້ຮັບການສັກຢາກັນພະຍາດໂຄວິດ-19 ເທື່ອ ກ່ອນເດີນທາງມາ ສປປ ລາວ ໄດ້ກວດຊອກຫາເຊື້ອໂຄວິດ-19 ໃນວັນທີ 8 ເມສາ 2021 ຢູ່ປະເທດອີີຣັກ ຜົນກວດແມ່ນບໍ່ພົບເຊື້ອ ວັນທີ 9 ເມສາ ເດີນທາງຈາກສະໜາມບິນ Doha ປະເທດອີຣັກ ຫາ ສະໜາມບິນກົວລາລໍາເປີ ປະເທດມາເລເຊຍ ແລະ ມາຮອດ ສປປ ລາວ ວັນທີ 11 ເມສາ 2021 ໄດ້ເກັບຕົວຢ່າງກວດ ຜົນກວດຢັ້ງຢືນວ່າພົບເຊື້ອໂຄວິດ-19.

    ປັດຈຸບັນ ຜູ້ກ່ຽວໄດ້ເຂົ້າແຍກປ່ຽວ ປິ່ນປົວ ແລະ ຕິດຕາມອາການຢູ່ໂຮງໝໍມິດຕະພາບ ນອກນີ້ ໄດ້ຕິດຕາມຜູ້ສຳຜັດໃກ້ຊິດທັງໝົດ 26 ຄົນ ໄດ້ເກັບຕົວຢ່າງມາກວດວິເຄາະ ແລະ ຜົນກວດທັງໝົດແມ່ນບໍ່ພົບເຊື້ອ ພ້ອມດຽວກັນນັ້ນ ຍັງໄດ້ສືບຕໍ່ເຝົ້າລະວັງ ແລະ ຈຳກັດບໍລິເວນຜູ້ສຳຜັດໃກ້ຊິດຈົບຄົບ 14 ວັນ ສັງລວມການກວດວິເຄາະນັບແຕ່ເດືອນມັງກອນ 2020 ຮອດປັດຈຸບັນ ໄດ້ເກັບຕົວຢ່າງມາກວດທັງໝົດ 143.481 ຕົວຢ່າງ ກວດພົບເຊື້ອສະສົມ 52 ຄົນ.

​                           # ຂ່າວ & ພາບ: ຂັນທະວີ

error: Content is protected !!