ຮຽກຮ້ອງໃຫ້ປະຕິບັດມາດຕະການທີ່ຄະນະສະເພາະກິດວາງອອກຢ່າງເຂັ້ມງວດ

    ທ່ານ ກິແກ້ວ ໄຂຄໍາພິທູນ ຮອງນາຍົກລັດຖະມົນຕີ ຖະແຫຼງຂ່າວໃຫ້ຮູ້ວັນທີ 12 ເມສາ 2021 ທີ່ສໍານັກງານນາຍົກລັດຖະມົນຕີວ່າ: ໃນປີຜ່ານມາ ບັນດາປະເທດໃນທົ່ວໂລກ ລວມທັງ ສປປ ລາວ ຂອງພວກເຮົາ ໄດ້ປະເຊີນກັບ “ການລະບາດຢ່າງຮ້າຍແຮງຂອງພະຍາດໂຄວິດ-19 ” ເຊິ່ງໄດ້ແຜ່ລາມເປັນວົງກວ້າງນັບແຕ່ຕົ້ນປີ 2020 ເປັນຕົ້ນມາ ເພື່ອຮັບມືກັບສະພາບການດັ່ງກ່າວ ລັດຖະບານເຮົາກະກຽມຄວາມພ້ອມ ແລະ ວາງມາດຕະການປ້ອງກັນແຕ່ຫົວທີໂດຍໄດ້ອອກຄໍາສັ່ງເລກທີ 06/ນຍ ແລະ ໄດ້ທົບທວນ ປັບປຸງໃຫ້ສອດຄ່ອງກັບສະພາບການແຜ່ລະບາດຂອງພະຍາດເປັນແຕ່ລະໄລຍະ ທຸກພາກສ່ວນໃນສັງຄົມ ໄດ້ເປັນເຈົ້າການໃຫ້ຄວາມຮ່ວມມື ແລະ ຈັດຕັ້ງປະຕິບັດມາດຕະການຕ່າງໆເຫຼົ່ານັ້ນຢ່າງເຂັ້ມງວດ ພ້ອມນີ້ ກໍໄດ້ຮັບການຊ່ວຍເຫຼືອ ສະໜັບສະໜູນຈາກສັງຄົມ ອົງການຈັດຕັ້ງ ແລະ ບັນດາປະເທດເພື່ອນມິດ ຈຶ່ງເຮັດໃຫ້ພວກເຮົາສາມາດເອົາຊະນະສັດຕູໂຕຮ້າຍກາດນີ້ໄດ້ໃນລະດັບໃດໜຶ່ງ ສະແດງອອກ ບໍ່ມີຜູ້ຕິດເຊື້ອພະຍາດໂຄວິດ-19 ພາຍໃນປະເທດເລີ່ມແຕ່ກາງເດືອນ ເມສາ 2020 ເປັນຕົ້ນມາ ໄປຄຽງຄູ່ກັນນັ້ນ ລັດຖະບານໄດ້ຈັດຕັ້ງສັກຢາໃຫ້ກຸ່ມເປົ້າໝາຍ ມາປັດຈຸບັນ ໄດ້ສຳເລັດເຂັມທີ 1 ຈຳນວນ 140.000 ກວ່າຄົນ ແລະ ເຂັມທີ 2 ໄດ້ເກືອບ 28.000 ຄົນ. 

    ປັດຈຸບັນ ໂຄວິດ-19 ຍັງສືບຕໍ່ເປັນໄພຄຸກຄາມຕໍ່ໂລກ ແລະ ຕໍ່ປະເທດເຮົາ ນອກນີ້ ປະເທດອ້ອມຂ້າງຂອງພວກເຮົາກຳລັງມີການລະບາດຮຸນແຮງຂຶ້ນ ມີການລະບາດໃນຮອບໃໝ່ ໄດ້ຂະຫຍາຍອອກສູ່ວົງກ້ວາງ ແລະ ຍາກທີ່ຈະສະກັດກັ້ນ ແລະ ຄວບຄຸມໄວ້ໄດ້ ເຊິ່ງມີຄວາມສ່ຽງສູງທີ່ອາດຈະແຜ່ລະບາດເຂົ້າມາປະເທດເຮົາ ເນື່ອງຈາກສັງຄົມ ເລີ່ມມີການລະເຫຼີງ ຖືເບົາຕໍ່ມາດຕະການທີ່ຄະນະສະເພາະກິດວາງອອກ ແລະ ຍັງມີສະພາບການເຂົ້າເມືອງຜິດກົດໝາຍ ແລະ ກໍຍ້ອນວ່າພວກເຮົາໄດ້ຜ່ອນຜັນມາດຕະການຈຳນວນໜຶ່ງເພື່ອຫຼຸດຜ່ອນຜົນກະທົບຕໍ່ເສດຖະກິດ ໄດ້ມີການອະນຸຍາດໃຫ້ເດີນທາງເຂົ້າ-ອອກ ສປປ ລາວ ຈຶ່ງໄດ້ພົບຜູ້ຕິດເຊື້ອທີ່ເດີນທາງມາຈາກຕ່າງປະເທດ ມາຮອດວັນທີ 11 ເມສາ 2021 ໄດ້ພົບຄົນເຈັບຕິດເຊື້ອພາຍໃນປະເທດເປັນຄັ້ງທຳອິດໃນໄລຍະ 1 ປີຜ່ານມາ. 

    ອີງໃສ່ສະພາບການລະບາດຢູ່ບັນດາປະເທດໃນໂລກ ໂດຍສະເພາະປະເທດທີ່ີມີຊາຍແດນຕິດຈອດກັບປະເທດເຮົາ ສົມທົບກັບໄລຍະນີ້ ຍັງມີແຮງງານທີ່ເດີນທາງຈາກປະເທດທີ່ມີການລະບາດຂອງພະຍາດ ເຂົ້າມາໃນປະເທດເຮົາ ດັ່ງນັ້ນ ແຕ່ນີ້ຕໍ່ໄປ ພວກເຮົາຕ້ອງພ້ອມກັນມີສະຕິລະວັງຕົວໃຫ້ສູງກວ່າເກົ່າ ແລະ ພ້ອມກັນເອົາໃຈໃສ່ປະຕິບັດເຂັ້ມງວດ ໃນການປະຕິບັດມາດຕະການທີ່ຄະນະສະເພາະກິດວາງອອກຄື: ສືບຕໍ່ປະຕິບັດຄຳສັ່ງ ຄຳແນະນຳ ແຈ້ງການທີ່ອອກມາແລ້ວໃຫ້ເຂັ້ມງວດ ໂດຍສະເພາະ ຄຳສັ່ງເພີ່ມເຕີມກ່ຽວກັບການເພີ່ມທະວີການປະຕິບັດບັນດາມາດຕະການ ເພື່ອປ້ອງກັນ ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດໂຄວິດ-19 ໃນໄລຍະສະເຫຼີມສະຫຼອງບຸນປີໃໝ່ລາວຫາທ້າຍເດືອນເມສາ ຈັດຕັ້ງການສັກວັກຊິນກັນພະຍາດໂຄວິດ-19 ຢ່າງເລັ່ງດ່ວນ ໂດຍສະເພາະສຸມໃສ່ສັກໃຫ້ກຸ່ມອາຊີບທີ່ໃຫ້ການບໍລິການສາທາລະນະ ແລະ ຂະຫຍາຍໄປທຸກສາຂາອາຊີບຕາມແຜນທີ່ວາງໄວ້ ສະນັ້ນ ຈຶ່ງຮຽກຮ້ອງທຸກພາກສ່ວນໃນສັງຄົມ ຕື່ນຕົວສະໝັກໃຈໃນການສັກວັກຊິນ ເພື່ອປ້ອງກັນຕົນເອງ ຄອບຄົວ ແລະ ທົ່ວສັງຄົມ ເຊິ່ງຢາວັກຊີນແມ່ນໄດ້ຮັບການຢັ້ງຢືນຈາກອົງການສາກົນ ຫຼາຍປະເທດໃນໂລກກໍໄດ້ນຳໃຊ້ ຜ່ານການສັກຢາວັນຊິນໃຫ້ກຸ່ມເປົ້າໝາຍໃນໄລຍະຜ່ານມາ ບໍ່ມີການລາຍງານກ່ຽວກັບຜົນຂ້າງຄຽງທີ່ຮ້າຍແຮງເກີດຂຶ້ນ. 

    ພ້ອມກັນນີ້ ສະເໜີໃຫ້ພາກທຸລະກິດເປັນເຈົ້າການປະກອບສ່ວນສະໜັບສະໜູນແຜນການສັກວັກຊິນ ໂດຍຜ່ານກະຊວງສາທາລະນະສຸກ ເພີ່ມທະວີການຕິດຕາມ ກວດກາ ບໍລິເວນລຽບຕາມຊາຍແດນຢ່າງເຄັ່ງຄັດ ເພື່ອສະກັດກັ້ນການລັກລອບເຂົ້າປະເທດຂອງພົນລະເມືອງລາວ ແລະ ຊາວຕ່າງຊາດ ໂດຍສະເພາະ ຈຸດຂ້າມລອຍລະຫວ່າງປະເທດໃກ້ຄຽງທີ່ມີການລະບາດໃນຊຸມຊົນ ເພື່ອໃຫ້ສາມາດນຳເອົາຜູ້ລັກລອບເຂົ້າເມືອງຜິດກົດໝາຍມາກວດວິເຄາະຊອກຫາເຊື້ອໂຄວິດ-19 ແລະ ຈຳກັດບໍລິເວນຢູ່ສູນທີ່ຄະນະສະເພາະກິດກຳນົດໄວ້ ໃຫ້ຄົບ 14 ວັນ ຕາມລະບຽບການ ພ້ອມນັ້ນ ກໍຈະປະຕິບັດມາດຕະການເດັດຂາດຕໍ່ຜູ້ທີ່ລັກລອບເຂົ້າ-ອອກເມືອງຕາມກົດໝາຍ ແລະ ລະບຽບການກ່ຽວຂ້ອງກຳນົດ ສືບຕໍ່ໂຄສະນາເຜີຍແຜ່ໃຫ້ປະຊາຊົນເພີ່ມທະວີໃນການປະຕິບັດມາດຕະການປ້ອງກັນ ຄວບຄຸມ ສະກັດກັ້ນ ແລະ ແກ້ໄຂການລະບາດຂອງພະຍາດໂຄວິດ-19 ທີ່ຄະນະສະເພາະກິດວາງອອກຢ່າງເຂັ້ມງວດ ປັບປຸງມາດຕະຖານສູນຈຳກັດບໍລິເວນ ກວດວິເຄາະຫາເຊື້ອພະຍາດໃນກຸ່ມຄົນທີ່ມີອາການສົງໃສ ແລະ ມີຄວາມສ່ຽງ.

                # ຂ່າວ & ພາບ: ຂັນທະວີ

error: Content is protected !!