8 ເມືອງຂອງແຂວງສາະວັນ ໄດ້ຮັບການຊ່ວຍເຫຼືອ 11 ລ້ານ ຈາກບໍລິສັດພັດທະນາສາລະວັນ​

    ໃນອາທິດຜ່ານມານີ້ ບໍລິສັດພັດທະນາສາລະວັນ ຂາອອກ-ຂາເຂົ້າ ຈຳກັດຜູ້ດຽວ ໄດ້ປະກອບ ສ່ວນເງິນ 11 ລ້ານກີບ ເພື່ອສະໜັບສະໜັບຕ້ານພະຍາດໂຄວິດ -19 ໃຫ້ 8 ເມືອງຂອງແຂວງສາລະວັນ ຕາງໜ້າໃຫ້ບໍລິສັດລົງເຄື່ອນໄຫວມອບຄັ້ງນີ້ ໂດຍທ່ານ ແກ້ວລຳພອນ ແສງສຸລິເດດ ປະທານບໍລິສັດແກ້ວທະວີຄູນເພີ່ມພູນຊັບ ຂາອອກ-ຂາເຂົ້າ ຈຳກັດ ຮອງປະທານສະມາຄົມມັນຕົ້ນລາວ ພ້ອມຄະນະ ທັງນີ້ກໍເພື່ອມີສ່ວນຮ່ວມຂອງພາກທຸລະກິດ ໃນໄລຍະທີ່ປະເທດຊາດບ້ານເມືອງມີຄວາມຫຍຸ້ງຍາກ ພ້ອມກັນຜ່ານພົ້ນເຫດການໄພຮ້າຍຄັ້ງນີ້ໄປດ້ວຍດີ.

error: Content is protected !!