ສືບຕໍ່ການຮ່ວມມືພັດທະນາ ຄວາມອາດສາມາດໃຫ້ກັບຊາວໜຸ່ມ

    ສະ­ມາ­ຄົມ​ຮ່ວມ​ໃຈ​ອາ­ສາ​ສະ­ໝັກ ແລະ ກົມ​ພັດ­ທະ­ນາ​ວິ­ຊາ​ຊີບ​ຊາວ​ໜຸ່ມ ສູນ​ກາງ​ຊາວ​ໜຸ່ມ​ປະ­ຊາ­ຊົນ ປະ­ຕິ­ວັດ​ລາວ ໄດ້​ສືບ­ຕໍ່​ການ​ຮ່ວມ​ມື​ພັດ­ທະ­ນາ​ຄວາມ​ອາດ​ສາ­ມາດ​ໃຫ້​ກັບ​ຊາວ​ໜຸ່ມ ພາຍ​ໃຕ້​ໂຄງ­ການ​ມີ​ສ່ວນ​ສົ່ງ­ເສີມ​ການ​ມີ​ສ່ວນ​ຮ່ວມ​ຢູ່​ຂັ້ນ​ທ້ອງ­ຖິ່ນ 6 ແຂວງ​ເປົ້າ​ໝາຍ​ຄື: ບໍ່​ແກ້ວ ຊຽງ​ຂວາງ ວຽງ​ຈັນ ຄຳ​ມ່ວນ ສະ­ຫວັນ​ນະ​ເຂດ ແລະ ສາ­ລະ​ວັນ ນອກ​ນັ້ນ​ຍັງ​ມີ​ອົງ​ການ­ຈັດ­ຕັ້ງ​ສັງ­ຄົມ (CSOs) ແລະ ອີກ 3 ແຂວງ​ຄື: ຫົວ­ພັນ ເຊ​ກອງ ແລະ ອັດ​ຕະ​ປື ລວມ​ເປັນ 9 ແຂວງ​ເປົ້າ​ໝາຍ​ຂອງ​ໂຄງ­ການ​ໃນ​ໄລ­ຍະ 2 ປີ (2020-2021).

    ການ​ເຝິກ­ອົບ­ຮົມ​ດັ່ງ­ກ່າວ ຈັດ​ຂຶ້ນ​ວັນ​ທີ 11-19 ມີ­ນາ 2020 ທີ່​ໂຮງ­ແຮມ​ຄຣາວ​ພລາ​ຊາ ນະ­ຄອນ­ຫຼວງ​ວຽງ​ຈັນ ເປັນ​ປະ­ທານ​ຮ່ວມ​ຂອງ​ທ່ານ ບີ​ຢາ ຢາ​ທໍ່​ຕູ້ ຄະ­ນະ​ເລ­ຂາ­ທິ­ການ ຫົວ­ໜ້າ​ກົມ​ພັດ­ທະ­ນາ​ວິ­ຊາ​ຊີບ​ສູນ​ກາງ​ຊາວ​ໜຸ່ມ ປະ­ຊາ­ຊົນ​ປະ­ຕິ­ວັດ​ລາວ ທ່ານ ທິ​ໂບ ຮັງ​ເກ ຜູ້­ອຳ­ນວຍ­ການ​ອົງ­ການ​ອ໊ອກ​ສະ​ຟາມ ປະ­ຈຳ​ລາວ ແລະ ທ່ານ ນາງ ຟານ​ເຊັດສ໌​ກາ ອາ​ລາ​ໂຕ ຜູ້­ຕາງ­ໜ້າ​ຈາກ​ສະ­ຫະ­ພາບ​ເອີ​ຣົບ ປະ­ຈຳ​ລາວ ມີ​ບັນ­ດາ​ເລ­ຂາ ຮອງ​ເລ­ຂາ​ຊາວ​ໜຸ່ມ​ແຂວງ ຮອງ​ປະ­ທານ​ສະ­ພາ​ປະ­ຊາ­ຊົນ ແລະ ອາ­ສາ​ສະ­ໝັກ​ຊາວ​ໜຸ່ມ 6 ແຂວງ​ເປົ້າ​ໝາຍ ແລະ ຄູ່​ຮ່ວມ​ງານ​ຈາກ​ອົງ​ການ­ຈັດ­ຕັ້ງ​ສາ­ກົນ​ກ່ຽວ­ຂ້ອງ​ເຂົ້າ​ຮ່ວມ.

error: Content is protected !!