ໂຮງງານ​ຊີ​ມັງ​ຫຼວງ​ພະ​ບາງ​ຈຽງ​ເກີ ສຸມໃສ່ຍົກລະດັບວິຊາການ ເພື່ອ ຮັບປະກັນການຜະລິດ​ໃຫ້​ມີຄຸນ ນະພາບ

ຖືວ່າໂຮງ​ງານ​ຊີ​ມັງ​ຫຼວງ​ພະ​ບາງ​ຈຽງ​ເກີ ເປັນຜູ້ຜະລິດຊີມັງລາຍໃຫຍ່ອີກແຫ່ງໜຶ່ງຢູ່ພາກ​ເໜືອ ຂອງ ສປປ ລາວ ດ້ວຍກໍາລັງການຜະລິດ 2.000 ໂຕນຕໍ່ວັນ ດ້ວຍເຫດນີ້ ເພື່ອຮັບປະກັນດ້ານຄຸນ ນະພາບ ແລະ ສາມາດສະໜອງຊີມັງໃຫ້​ກັບຕະຫຼາດໄດ້ຢ່າງພຽງພໍນັ້ນ ບໍລິສັດຈຶ່ງ​ໄດ້ເອົາໃຈໃສ່ ໃນການຍົກລະດັບຄວາມຮູ້ ແລະ ຄວາມສາມາດ ທາງດ້ານວິຊາການ ໄປພ້ອມໆກັບການເອົາໃຈ ໃສ່ ວຽກນະ​ໂຍ​ບາຍທາງດ້ານສະຫວັດດີການສັງຄົມ ຕໍ່ພະນັກງານ-ກໍາມະກອນ.

ທ່ານ ເວິ້ນ​ເຢົ່າ​ເຊີນ ຜູ້ຈັດການ ບໍລິສັດ ຊີມັງຫຼວງພະບາງຈຽງເກີ ຈໍາກັດຜູ້ດຽວ ໃຫ້ສໍາພາດ ເມື່ອ ບໍ່ດົນຜ່ານມານີ້ວ່າ: ປະຈຸບັນບໍລິສັດມີພະນັກງານທັງໝົດ 230 ຄົນ ໃນນີ້ພະນັກງານ-ກໍາມະ ກອນທີ່ເປັນຄົນລາວມີ 190 ກວ່າຄົນ ປະ​ຈຸ​ບັນ ບໍ​ລິ​ສັດ​ພວມ​ດຳ​ເນີນ​ການ​ປັບ​ປຸງ​ການ​ຈັດ​ຕັ້ງ ການ​ຈັດ​ວາງ​ຕຳ​ແໜ່ງ​ງານ​ໃຫ້​ເໝາະ​ສົມ​ກັບ​ພະ​ນັກ​ງານ ແລະ ກຳ​ມະ​ກອນ ເພື່​ອ​ຮັບ​ປະ​ກັນ​ວຽກ​ງາ​ນໃຫ້​ເດີນ​ໄປ​ຢ່າງ​ຕໍ່​ເນື່ອງ ແລະ ວ່ອງ​ໄວ ​ບັນ​ຫານີ້​ ເປັນ​ວຽກ​ທີ່​ສຳ​ຄັນຫຼາຍ ເພາະ​ມີ​ຫຼາຍ​ຕຳ​ ແໜ່ງ​ງານ​ຕ້ອງ​ການ​ພະ​ນັກ​ງານ ແລະ ກຳ​ມະ​ກອນ ຜູ້​ມີ​ຄວາມ​ຮູ້ ຄວາມ​ສາ​ມາດ ຊຳ​ນານ​ງານ ແລະ ມີ​ທັງ​ປະ​ສົບ​ການ ໃນ​ຕໍ່​ໜ້ານີ້ ບໍ​ລິ​ສັດ​ຈຶ່ງ​ຈຳ​ຕ້ອງ​ໄດ້​ມີ​ການ​ຈັດ​ຊຸດ​ເຝິກ​ອົບ​ຮົມ​ວຽກ​ງານ​ວິ​ຊາ​ສະ​ເພາະ ການໄປ​ທັ​ດ​ສະ​ນະ​ເພື່ອ​ຊອກ​ຮູ້ວຽກ​ງານດ້ານ​ວິ​ຊາ​ການ ​ລວມທັງ​ແຜນ​ສົ່ງ​ໄປ​ຮຽນ​ໄລ​ຍະ​ສັ້ນ​ທາງ​ພາຍ​ໃນ ແລະ ຕ່າງ​ປະ​ເທດ.

ເມື່ອ​ບໍ​ລິ​ສັດ​ມີ​ກຳ​ລັງ​ແ​ຮງ​ງານ ທີ່​ພຽງ​ພໍ​ທາງ​ດ້ານ​ວິ​ຊາ​ການ ເຕັກ​ນິກ ປະ​ສົບ​ການ ມີ​ຊີ​ວິດຈິດ​ໃຈ​ທີ່​ເຂັ້ມ​ແຂງ ແລະ ຫ້າວ​ຫັນ​ຕໍ່​ໜ້າ​ທີ່​ການ​ງານແລ້ວ ແນ່​ນອນ​ການ​ຜະ​ລິດ​ຊີ​ມັງ​ກໍ່​ຕ້ອງ​ໄດ້​ຄຸນ​ນະ​ພາບ​ທີ່​ດີ ​ສາ​ມາດຜະ​ລິດ​ໄດ້​ຫຼາຍ ເພື່ອ​ຕອບ​ສະ​ໜອງ​ຄວາມ​ຕ້ອງ​ການ​ໃນ​ການກໍ່​ສ້າງ​ຂອງ​ສັງ​ຄົມ ກໍ​ຄືການ​ຮັກ​ສາ​​ລະ​ດັບ​ການ​ຂະ​ຫ​ຍາຍ​ຕົວ​ ຂອງ​ໂຮງ​ງານ​ໄປ​ໄດ້​ຢ່າງ​ຕໍ່​ເນື່ອງ.

error: Content is protected !!