ນະຄອນຫຼວງສະຫຼຸບບັນຊີລາຍຮັບ-ລາຍຈ່າຍທີ່ໄດ້ຮັບຈາກການປຸກລະດົມ​

    ຂະແໜງບໍລິຫານ​ຫ້ອງວ່າການ​ນະຄອນຫຼວງວຽງຈັນ ​ໄດ້ສະຫຼຸບບັນຊີລາຍຮັບ-ລາຍຈ່າຍງົບປະມານທີ່ໄດ້ຮັບຈາກການປຸກລະດົມ ຄັ້ງວັນທີ 10 ເມສາ​ 2020​ ປະກອບມີ​ ບໍລິສັດ​ SV ກຣຸບ​ ມອບເງິນ​ 180​ ລ້ານກີບ​ ພ້ອມນໍາດື່ມ 360 ແກັດ​ ໃຫ້​ 9 ​ຕົວເມືອງ ໃນນີ້ແບ່ງໃຫ້ເມືອງລະ 20 ​ລ້ານກີບ​ ພ້ອມກັບນໍ້າດື່ມເມືອງລະ 40​ ແກັດ​ ລັດວິສາຫະກິດການຄ້ານະຄອນຫຼວງວຽງຈັນ ມອບເງິນ 20​ ລ້ານກີບ​ ໃຫ້ເມືອງລະ 2 ລ້ານກີບ​ ສະເພາະເມືອງໄຊທານີ 4 ລ້ານກີບ​ ແລະ​ ລັດວິສາຫະກິດສະບຽງອາຫານ ນະຄອນຫຼວງວຽງຈັນມອບເງິນ ​10 ລ້ານກີບ​ ໃຫ້ເມືອງລະ​ 1 ລ້ານກີບ.​ 

    ສ່ວນອຸປະກອນການແພດທີ່ໄດ້ຮັບ​ວັນທີ​ 26 ​ມີນາ​ 2020​ ຈາກບໍລິສັດທີ່ປຶກສາດ້ານການລົງທຶນ ແລະ​ ກໍ່ສ້າງເຂື່ອນໄຟຟ້າ ​ມີ​ເຄື່ອງວັດແທກອຸນຫະພູມ 2 ເຄື່ອງ​ ຜ້າອັດປາກ-ອັດດັງ​ 400​ ກັບ​ ບໍລິສັດລາວ ຊຽງພົງ-ປີຈີເນສ ທ່ອງທ່ຽວພັດທະນາ​ຈໍາກັດ​ ມີ​ເຄື່ອງວັດແທກອຸນຫະພູມ 50 ​ເຄື່ອງ​ ຜ້າອັດປາກ​100 ກັບ​ ເຈວລ້າງມື​ 192 ກ່ອງ​ ໃນນີ້ໄດ້ເບີກຈ່າຍແລ້ວ​ ຜ້າອັດປາກ-ອັດດັງ​ 42 ກັບ​ ແລະ​ ເຈວລ້າງມື​ 23​ ກ່ອງ​ ປະກອບມີ​ໃຫ້ຄະນະສະເພາະກິດທີ່ມາປະຊຸມ ຜ້າອັດປາກ-ອັດດັງ​ 37​ ກັບ​ ເຈວລ້າງມື​ 18 ກ່ອງ​ ໃຫ້ຂົວມິດຕະພາບລາວ-ໄທ ​1 ຜ້າອັດປາກ-ອັດດັງ​ 5 ກັບ​ ແລະ​ ເຈວລ້າງມື​ 5 ກ່ອງ.​

error: Content is protected !!