ປະຊາຊົນຍັງສືບຕໍ່ໄປສັກຢາວັກຊິນປ້ອງກັນໂຄວິດ-19 ໃນແຕ່ລະມື້ເປັນຈຳນວນຫຼາຍ

    ໂຮງໝໍຊຸມຊົນເມືອງຈັນທະບູລີ ເປັນໂຮງໝໍໜຶ່ງທີ່ໃຫ້ບໍລິການສັກຢາວັກຊິນປ້ອງກັນໂຄວິດ-19 ໂດຍໄດ້ເປີດໃຫ້ບໍລິການແຕ່ຕົ້ນເດືອນ ມີນາ 2021 ມາຮອດປັດຈຸບັນ ໄດ້ໃຫ້ບໍລິການສັກຢາໃຫ້ປະຊາຊົນໃນນະຄອນຫຼວງວຽງຈັນ (ນວ) ແລ້ວເກືອບ 4.000 ຄົນ.

    ທ່ານນາງ ຈັນສະໝອນ ຈິດຕະກອນ ຫົວໜ້າຫ້ອງການສາທາລະນະສຸກເມືອງຈັນທະບູລີ ໃຫ້ສຳພາດວັນທີ 20 ເມສາ 2021 ວ່າ ໄລຍະນີ້ ເຫັນວ່າປະຊາຊົນມີຄວາມຕື່ນຕົວໃນການມາສັກຢາວັກຊິນປ້ອງກັນໂຄວິດ-19 ນັບແຕ່ວັນທີ 19 ເມສາເປັນຕົ້ນມາ ມີປະຊາຊົນເຂົ້າມາສັກຢາມື້ລະ 500-600 ຄົນ ໂດຍແມ່ນພະນັກງານ ແລະ ປະຊົນທົ່ວໄປ ເຊິ່ງໃຫ້ບໍລິການວັກຊິນ 2 ຊະນິດຄື sinopharm ແລະ Astra Zeneca ສຳລັບ sinopharm ສັກສຳເລັດເຂັມທີ 1 ແມ່ນ 2.500 ຄົນ ປັດຈຸບັນ ກຳລັງສືບຕໍ່ເຂັມທີ 2 ສ່ວນ Astra Zeneca ສັກມາຮອດວັນທີ 19 ໄດ້ປະມານ 700 ຄົນ ເຂັມທີ 1 ສຳລັບກຸ່ມເປົ້າໝາຍຮອບທີ 1 ແມ່ນໄດ້ສັກຕາມແນະນຳຂອງຂັ້ນເທິງໃນກຸ່ມເປົ້າໝາຍຄື ບຸຄະລາກອນທາງການແພດ ບຸກຄົນທີ່ຕ້ອງເດີນທາງໄປຕ່າງປະເທດທີ່ມີສຸຂະພາບແຂງແຮງ ສຳລັບ Astra Zeneca ແມ່ນເປີດສັກໃຫ້ປະຊາຊົນທົ່ວໄປ ແລະ ສືບຕໍ່ສັກໃຫ້ກຸ່ມຄົນທີ່ມີຄວາມສ່ຽງ ໂດຍຈະເນັ້ນໃສ່ປ້ອງກັນພະຍາດຊຳເຮື້ອ ກຸ່ມຜູ້ສູງອາຍຸ ແລະ ບຸກຄົນທົ່ວໄປ.

    ປັດຈຸບັນ ໄດ້ສັກບັກຊິນໃຫ້ປະຊາຊົນແລ້ວເກືອບ 4.000 ຄົນ ເປີດໃຫ້ບໍລິການ 8:30-12:00 ໂມງ ແລະ 13:30-16:00 ໂມງ ວັນຈັນ ຫາ ວັນສຸກ ເງື່ອນໄຂຜູ້ທີ່ສາມາດສັກວັກຊິນປ້ອງກັນໂຄວິດ-19 ໄດ້ ຕ້ອງມີອາຍຸ 18 ປີ ຫາ 59 ປີ (sinopharm) ແລະ ອາຍຸ 60 ປີຂຶ້ນໄປ (Astra Zeneca) ຜູ້ທີ່ຈະມາສັກຢາ ຕ້ອງຖືບັດປະຈຳຕົວ ຫຼື ສຳມະໂນຄົວມາຢັ້ງຢືນ ສໍາລັບເມືອງຈັນທະບູລີ ແມ່ນບໍລິການໃຫ້ໃຫ້ບຸກທົ່ວໄປນັບທັງຄົນລາວ ແລະ ຕ່າງປະເທດທີ່ຢູ່ໃນ ນວ ຜ່ານການສັກຢາວັກຊິນດັ່ງກ່າວ ໄລຍະຜ່ານມາແມ່ນບໍ່ພົບຜູ້ສັກເກີດມີບັນຫາຮ້າຍແຮງ ມີພຽງແຕ່ເຈັບປວດບໍລິເວນແຂນທີ່ສັກຢາ ຖືຄີງໄຂ້ ເປັນຫວັດເລັກໜ້ອຍ.

    ການຈັດຕັ້ງປະຕິບັດການໃຫ້ບໍລິການສັກຢາວັກຊິນໃຫ້ປະຊາຊົນຍັງພົບຄວາມຫຍຸ້ງຍາກ ເປັນຕົ້ນແມ່ນ ບຸຄະລາກອນການແພດຍັງບໍ່ພຽງພໍ ແລະ ງົບປະມານເພື່ອນຳໃຊ້ເຂົ້າໃນວຽກງານດັ່ງກ່າວ ໂອກາດນີ້ ສະເໜີມາຍັງຂັ້ນເທິງຈົ່ງພິຈາລະນາສະໜອງງົບປະມານໃຫ້ທັນເວລາກັບສະພາບການຈັດຕັ້ງປະຕິບັດວຽກງານ ແນວໃດກໍຕາມ ຮຽກຮ້ອງມາຍັງປະຊາຊົນຊາວ ນວ ໃຫ້ເປັນເຈົ້າການ ແລະ ຕື່ນຕົວມາສັກວັກຊິນໃຫ້ຄົບຕາມຈຳນວນ ເຊິ່ງເປັນຊ່ອງທາງໜຶ່ງໃນການປ້ອງກັນພະຍາດດັ່ງກ່າວ ພ້ອມດຽວກັນນັ້ນ ກໍຕ້ອງເອົາໃຈໃສ່ໃນການປະຕິບັດມາດຕະການ ເປັນຕົ້ນແມ່ນໃສ່ຜ້າອັດ-ດັງທຸກຄັ້ງກ່ອນເດີນທາງໄປບ່ອນທີ່ມີຊຸມຊົນແອອັດ ຮັກສາໄລຍະຫ່າງ ແລະ ລ້າງມືດ້ວຍສະບູ່ເປັນປະຈຳ.

​                              # ຂ່າວ & ພາບ: ອົ່ນ ໄຟສົມທອງ

error: Content is protected !!