ຕົວເລກການຕິດເຊື້ອເພີ່ມຂຶ້ນສູງ ຜູ້ສໍາຜັດໃກ້ຊິດຕ້ອງຮີບຮ້ອນໄປກວດຕາມສະຖານທີ່ກໍານົດໃຫ້

    ທ່ານ ພູທອນ ເມືອງປາກ ຫົວໜ້າກອງເລຂາຄະນະສະເພາະກິດໂຄວິດ-19 ຮອງລັດຖະມົນຕີກະຊວງສາທາລະນະສຸກ  ພ້ອມຄະນະ ໄດ້ລາຍງານໃຫ້ຮູ້ວັນທີ 24 ເມສາ 2021 ວ່າ: ວັນທີ 24 ເມສາ 2021 ໄດ້ເກັບຕົວຢ່າງມາກວດວິເຄາະທັງໝົດ 3.012 ຄົນ ຜົນກວດວິເຄາະ ພົບຜູ້ຕິດເຊື້ອໃໝ່ 88 ຄົນ ໃນນັ້ນ ຈາກນະຄອນຫຼວງວຽງຈັນ 84 ຄົນ ແຂວງບໍ່ແກ້ວ 2 ຄົນ ແຂວງຈຳປາສັກ 2 ຄົນ ສັງລວມການເກັບຕົວຢ່າງກວດວິເຄາະນັບແຕ່ເດືອນມັງກອນ 2020 ຮອດປັດຈຸບັນ ມີທັງໝົດ 153.075 ຕົວຢ່າງ ໃນນັ້ນ ກວດພົບເຊື້ອສະສົມ 247 ຄົນ.

     ສຳລັບຜູ້ສຳຜັດໃກ້ຊິດນຳຜູ້ຕິດເຊື້ອ ຫຼືມີປະຫວັດເດີນທາງໄປຍັງສະຖານທີ່ມີຄວາມສ່ຽງ ຂໍໃຫ້ຮີບຮ້ອນຕື່ນຕົວໄປກວດຕາມສະຖານທີ່ທີ່ໄດ້ກຳນົດໄວ້ແຍກຕົວເອງຈາກຄົນໃນຄອບຄົວຂອງທ່ານ ແລະ ຄົນອ້ອມຂ້າງຈົນຄົບກຳນົດ 14 ວັນ ສະເພາະນະຄອນຫຼວງວຽງຈັນ ຈະເພີ່ມຈຸດເກັບຕົວຢ່າງຢູ່ 4 ແຫ່ງ ແຕ່ລະແຫ່ງຈະເປີດໃຫ້ບໍລິການໃນຕອນເຊົ້າເວລາ 9:00-12:00 ໂມງ ຄື: ເດີ່ນກິລາໃນຮົ່ມບຶງຂະຫຍອງ ເມືອງສີສັດຕະນາກ ສະໜາມກິລາເດີ່ນເຈົ້າອານຸວົງ ເມືອງຈັນທະບູລີ ມສ ມິດຕະພາບໂຮ່ຈີມິງ (ມສ ສີໂຄດ) ເມືອງສີໂຄດຕະບອງ ແລະ ໂຮງຮຽນ ມິດຕະພາບ ລາວ-ຫວຽດ ເມືອງໄຊເສດຖາ.

    ການຕິດຕາມປິ່ນປົວຜູ້ຕິດເຊື້ອພະຍາດໂຄວິດ-19 ຢູ່ສະຖານທີ່ປິ່ນປົວທີ່ແຂວງກໍານົດໄວ້ຈຳນວນ 198 ຄົນ ໃນນີ້ຢູ່ນະຄອນຫຼວງວຽງຈັນ 179 ຄົນ (ໃໝ່ 84) ຈຳປາສັກ 7 ຄົນ (ໃໝ່ 2) ບໍ່ແກ້ວ 5 ຄົນ (ໃໝ່ 2) ສະຫວັນນະເຂດ 3 ຄົນ ວຽງຈັນ 1  ຄົນ ສາລະວັນ 1 ຄົນ ຄຳມ່ວນ 1 ຄົນ ແລະ ແຂວງບໍລິຄຳໄຊ 1 ຄົນ ເຊິ່ງທຸກຄົນມີສຸຂະພາບຮ່າງກາຍ ຈິດໃຈສົມບູນ ແລະ ແຂງແຮງດີ.

# ຂ່າວ & ພາບ: ຂັນທະວີ

error: Content is protected !!