ຄົນລາວທີ່ໄປອອກແຮງງານຢູ່ປະເທດໄທສາມາດກັບບ້ານໄດ້ໂດຍຜ່ານດ່ານຢ່າງຖືກຕ້ອງ

    ເຈົ້າໜ້າທີ່ຕໍາຫຼວດກວດຄົນເຂົ້າ-ອອກເມືອງ (ຕມ) ລາວ ໄດ້ແຈ້ງຜ່ານສື່ມວນຊົນໃຫ້ຮູ້ວ່າ: ປັດຈຸບັນ ຕມ ລາວ ແລະ ຕມ ໄທ ໄດ້ເຫັນດີນໍາກັນວ່າ ຄົນລາວທີ່ໄປອອກແຮງງານຢູ່ປະເທດໄທດ້ວຍກໍລະນີໃດກໍຕາມ ສາມາດກັບບ້ານໄດ້ໃນໄລຍະນີ້ ໂດຍຜ່ານດ່ານສາກົນໃດກໍໄດ້ ແລ້ວແຕ່ສະດວກ ເພື່ອກວດກາຖືກຕ້ອງ ທັງປະຕິບັດມາດຕະການປ້ອງກັນໂຄວິດ-19 ເຊິ່ງການກັບມານັ້ນ ແມ່ນໃຫ້ແຈ້ງຕົວຕໍ່ ຕມ ປະຈໍາດ່ານຊາບ ແລະ ຈະບໍ່ມີການເອົາໂທດຫຍັງ ຖືວ່າເປັນນະໂຍບາຍໃຫ້ແຮງງານກັບມາປະເທດໃນໄລຍະວິກິດນີ້.

.# ຂ່າວ & ພາບ: ຂັນທະວີ

error: Content is protected !!