ຜົນສຳເລັດຂອງກອງປະຊຸມສຸດຍອດທາງໄກ ສະໄໝພິເສດຂອງຜູ້ນຳອາຊຽນ ແລະ ອາຊຽນ+3 ກ່ຽວກັບການລະບາດຂອງພະຍາດ COVID-19

    ວັນ​ທີ 14 ເມ­ສາ 2020 ນີ້ ຢູ່​ທີ່​ຫ້ອງ​ວ່າ­ການ​ສຳ­ນັກ­ງານ​ນາ­ຍົກ­ລັດ­ຖະ­ມົນ­ຕີ ທ່ານ ສະ­ເຫຼີມ​ໄຊ ກົມ​ມະ​ສິດ ລັດ­ຖະ­ມົນ­ຕີ​ກະ­ຊວງ​ການ​ຕ່າງ­ປະ­ເທດ ໄດ້​ຖະ­ແຫຼງ​ຂ່າວ​ຕໍ່​ສື່​ມວນ​ຊົນ ກ່ຽວ​ກັບ​ຜົນ­ສຳ­ເລັດ​ຂອງ​ກອງ​ປະ­ຊຸມ​ສຸດ​ຍອດ​ທາງ­ໄກ (Video Conference) ສະ­ໄໝ​ພິ­ເສດ ຂອງ​ຜູ້­ນຳ​ອາ​ຊຽນ ແລະ ກອງ​ປະ­ຊຸມ​ສຸດ​ຍອດ​ສະ­ໄໝ​ພິ­ເສດ​ຜູ້­ນຳ​ອາ​ຊຽນ+3 ກ່ຽວ​ກັບ​ການ​ລະ­ບາດ​ຂອງ​ພະ­ຍາດ​ອັກ­ເສບ​ປອດ ຈາກ​ເຊື້ອ​ຈຸ​ລະ​ໂຣກ​ສາຍ​ພັນ​ໃໝ່ (COVID-19) ວ່າ:

    ສະ­ແດງ​ຄວາມ​ຂອບ­ໃຈ​ມາ​ຍັງ​ບັນ­ດາ​ສື່​ມວນ​ຊົນ​ທຸກ​ຂະ­ແໜງ­ການ ທີ່​ໄດ້​ມາ​ຮ່ວມ​ຮັບ​ຟັງ​ການ​ຖະ­ແຫຼງ​ຂ່າວ​ກ່ຽວ​ກັບ​ຜົນ­ສຳ­ເລັດ​ຂອງ​ກອງ​ປະ­ຊຸມ​ສຸດ​ຍອດ​ທາງ­ໄກ (Video Conference) ສະ­ໄໝ​ພິ­ເສດ​ຂອງ​ຜູ້­ນຳ​ອາ​ຊຽນ ແລະ ກອງ​ປະ­ຊຸມ​ສຸດ​ຍອດ​ສະ­ໄໝ​ພິ­ເສດ ຜູ້­ນຳ​ອາ​ຊຽນ+3 (ສປ ຈີນ ສ.ເກົາ­ຫລີ ແລະ ຍີ່­ປຸ່ນ) ກ່ຽວ​ກັບ​ການ​ແຜ່​ລະ­ບາດ​ຂອງ​ພະ­ຍາດ​ອັກ­ເສບ​ປອດ​ຈາກ​ເຊື້ອ​ຈຸ​ລະ​ໂຣກ​ສາຍ​ພັນ​ໃໝ່ (ໂຄ​ວິດ-19) ໃນ​ມື້­ນີ້  ເຊິ່ງ​ທ່ານ​ນາ­ຍົກ­ລັດ­ຖະ­ມົນ­ຕີ ທອງ​ລຸນ ສີ​ສຸ​ລິດ ພ້ອມ​ຄະ­ນະ ໄດ້​ເຂົ້າ​ຮ່ວມ​ດ້ວຍ​ຜົນ­ສຳ­ເລັດ​ສູງ ແລະ ມີ​ບົດ­ບາດ​ສຳ­ຄັນ​ຍິ່ງ.

    ກອງ​ປະ­ຊຸມ​ສຸດ​ຍອດ​ສະ­ໄໝ​ພິ­ເສດ​ທັງ 2 ກອງ​ປະ­ຊຸມ ແມ່ນ​ໄດ້​ດຳ­ເນີນ​ໄປ​ເປັນ​ເວ­ລາ 1 ວັນ ໂດຍ​ຄາບ​ເຊົ້າ ແຕ່​ເວ­ລາ 08:00-10:00 ໂມງ ແມ່ນ​ກອງ​ປະ­ຊຸມ​ສະ­ໄໝ​ພິ­ເສດ​ຜູ້­ນຳ​ອາ​ຊຽນ ແລະ ຄາບ​ບ່າຍ​ແຕ່​ເວ­ລາ 14:00-16:00 ໂມງ ແມ່ນ​ກອງ​ປະ­ຊຸມ​ສຸດ​ຍອດ​ສະ­ໄໝ​ພິ­ເສດ ຜູ້­ນຳ​ອາ​ຊຽນ+3 (ສປ ຈີນ ສ.ເກົາ­ຫຼີ ແລະ ຍີ່­ປຸ່ນ) ກ່ຽວ​ກັບ​ພະ­ຍາດ​ໂຄ​ວິດ-19.

ຜົນ​ກອງ​ປະ­ຊຸມ​ສຸດ​ຍອດ ສະ­ໄໝ​ພິ­ເສດ​ຜູ້­ນຳ​ອາ​ຊຽນ ກ່ຽວ​ກັບ​ການ​ແຜ່​ລະ­ບາດ​ຂອງ​ພະ­ຍາດ​ໂຄ​ວິດ-19 ມີ​ລາຍ​ລະ­ອຽດ​ດັ່ງ­ນີ້:

    ກອງ​ປະ­ຊຸມ ໄດ້​ຕີ​ລາ­ຄາ​ສູງ​ຕໍ່​ຄວາມ​ພະ­ຍາ­ຍາມ ແລະ ຄວາມ​ສາ­ມັກ­ຄີ​ເປັນ​ປຶກ​ແຜ່ນ​ຂອງ​ອາ​ຊຽນ ໃນ​ການ​ສະ­ກັດ​ກັ້ນ ເຝົ້າ​ລະ­ວັງ ຄວບ​ຄຸມ ແລະ ແກ້​ໄຂ​ການ​ແຜ່​ລະ­ບາດ​ຂອງ​ພະ­ຍາດ​ໂຄ​ວິດ-19 ໃນ​ນີ້ ບັນ­ດາ​ຜູ້­ນຳ​ໄດ້​ແລກ­ປ່ຽນ​ຂໍ້​ມູນ-ຂ່າວ­ສານ ກ່ຽວ​ກັບ​ສະ­ພາບ​ການ ແລະ ມາດ​ຕະ­ການ​ຂອງ​ແຕ່​ລະ​ປະ­ເທດ​ສະ­ມາ­ຊິກ ກໍ​ຄື​ຂອງ​ອາ​ຊຽນ​ໂດຍ​ລວມ ແນ­ໃສ່​ພ້ອມ​ກັນ​ຮັບ​ມື ແລະ ຕອບ​ໂຕ້​ຢ່າງ​ທັນ​ການ​ຕໍ່​ການ​ແຜ່​ລະ­ບາດ​ຂອງ​ພະ­ຍາດ​ດັ່ງ­ກ່າວ.

    ສຳ­ລັບ ສປປ ລາວ ທ່ານ​ນາ­ຍົກ­ລັດ­ຖະ­ມົນ­ຕີ ໄດ້​ແລກ­ປ່ຽນ​ຂໍ້​ມູນ-ຂ່າວ­ສານ ກ່ຽວ​ກັບ​ສະ­ພາບ​ການ ແລະ ມາດ​ຕະ­ການ​ໃນ​ການ​ສະ­ກັດ​ກັ້ນ ເຝົ້າ​ລະ­ວັງ ຄວບ​ຄຸມ ແລະ ກຽມ​ຄວາມ​ພ້ອມ​ຮອບ­ດ້ານ ເພື່ອ​ຮັບ​ມື​ກັບ​ພະ­ຍາດ​ໂຄ​ວິດ-19 ເຊັ່ນ: ສະ­ກັດ​ກັ້ນ​ການ​ເຄື່ອນ​ຍ້າຍ​ຂອງ​ພົນ­ລະ­ເມືອງ ດ້ວຍ​ການ​ໂຈະ​ການ​ເດີນ­ທາງ​ເຂົ້າ-ອອກ​ປະ­ເທດ ລວມ​ທັງ​ພົນ­ລະ­ເມືອງ​ລາວ ແລະ ຕ່າງ­ປະ­ເທດ ປິດ​ສະ​ຖາ​ບັນ​ການ​ສຶກ​ສາ​ທຸກ​ລະ­ດັບ ສະ­ຖານ​ບໍ­ລິ­ການ​ທຸກ​ປະ­ເພດ ຮຽກ­ຮ້ອງ​ໃຫ້​ປະ­ຊາ­ຊົນ​ຢູ່​ເຮືອນ ຫຼີກ​ລ່ຽງ​ການ​ຊຸມ­ນຸມ ແລະ ທຸກ​ກິດ­ຈະ­ກຳ​ທີ່​ມີ​ການ​ເຕົ້າ­ໂຮມ​ຈຳ­ນວນ​ຫຼາຍ ປະ­ຕິ­ບັດ​ຢ່າງ​ເຂັ້ມ​ງວດ ຕໍ່​ຂໍ້​ສະ­ເໜີ​ແນະ​ຂອງ​ອົງ­ການ​ອະ­ນາ­ໄມ​ໂລກ; ແລະ ສຸມ​ໃສ່​ການ​ໂຄ­ສະ­ນາ​ເຜີຍ­ແຜ່ ກ່ຽວ​ກັບ​ຄວາມ​ອັນ­ຕະ­ລາຍ ແລະ ວິ­ທີ​ປ້ອງ​ກັນ​ຕົນ​ເອງ​ຈາກ​ການ​ຕິດ­ເຊື້ອ​ໂຄ​ວິດ-19.

    ສຳ­ລັບ​ທິດ​ທາງ​ໃນ­ຕໍ່­ໜ້າ ເພື່ອ​ຕໍ່­ສູ້​ກັບ​ພະ­ຍາດ​ໂຄ​ວິດ-19 ທ່ານ​ນາ­ຍົກ­ລັດ­ຖະ­ມົນ­ຕີ ໄດ້​ສະ­ເໜີ​ໃຫ້​ກອງ​ປະ­ຊຸມ​ພິ­ຈາ­ລະ­ນາ ສະ­ເໜີ​ໃຫ້​ອາ​ຊຽນ​ເພີ່ມ​ທະ­ວີ​ການ​ຮ່ວມ​ມື​ກັນ​ໃຫ້​ທັນ​ການ ໂດຍ​ສະ­ເພາະ​ໃນ​ການ​ປະ­ຕິ­ບັດ​ມາດ​ຕະ­ການ​ຈຳ­ກັດ​ການ​ເຄື່ອນ​ຍ້າຍ​ຂອງ​ຄົນ​ໃນ​ສັງ­ຄົມ ເປັນ­ຕົ້ນ​ແມ່ນ​ການ​ເຄື່ອນ​ຍ້າຍ​ແຮງ​ງານ ຈາກ​ບ່ອນ​ໜື່ງ​ໄປ​ອີກ​ບ່ອນ​ໜື່ງ​ໃນ​ຈຳ­ນວນ​ຫຼວງ­ຫຼາຍ ເພື່ອ​ຕັດ​ວົງ​ຈອນ​ການ​ແຜ່​ລະ­ບາດ​ຂອງ​ພະ­ຍາດ​ໂຄ​ວິດ-19 ໃຫ້​ມີ​ປະ​ສິດ­ທິ​ຜົນ ແລະ ຊຸກ­ຍູ້​ໃຫ້​ບັນ­ດາ​ປະ­ເທດ​ທີ່​ມີ​ຄວາມ​ສາ­ມາດ​ສູງ​ດ້ານ​ວິ­ທະ­ຍາ­ສາດ​ການ​ແພດ ຮີບ​ຮ້ອນ​ຄົ້ນ­ຄວ້າ ແລະ ຜະ­ລິດ​ຢາ​ປົວ​ໂຄ​ວິດ-19 ກໍ​ຄື​ຢາ​ວັກ​ແຊັງ​ອອກ​ມາ​ໃຫ້​ໄດ້​ໂດຍ​ໄວ ແນ­ໃສ່​ເພື່ອ​ສະ­ກັດ​ກັ້ນ​ການ​ແຜ່​ລະ­ບາດ ແລະ ປິ່ນ­ປົວ​ຜູ້​ຕິດ­ເຊື້ອ​ຢ່າງ​ມີ​ປະ​ສິດ­ທິ​ຜົນ.

    ກອງ​ປະ­ຊຸມ​ຄັ້ງ​ນີ້ ໄດ້​ຮັບ­ຮອງ​ເອົາ​ຖະ­ແຫຼງ­ການ​ກອງ​ປະ­ຊຸມ​ສຸດ​ຍອດ ສະ­ໄໝ​ພິ­ເສດ ຜູ້­ນຳ​ອາ​ຊຽນ ກ່ຽວ​ກັບ​ການ​ແຜ່​ລະ­ບາດ​ຂອງ​ພະ­ຍາດ​ໂຄ​ວິດ-19 ເຊິ່ງ​ອັນ​ສຳ­ຄັນ​ໃນ​ນີ້ ແມ່ນ​ຜູ້­ນຳ​ໄດ້​ເຫັນ​ດີ​ສືບ­ຕໍ່​ຮ່ວມ​ມື​ກັນ ສືບ­ຕໍ່​ໃນ​ການ​ແລກ­ປ່ຽນ​ຂໍ້​ມູນ​ຂ່າວ­ສານ ແລະ ບົດ­ຮຽນ​ອັນ​ດີ ກ່ຽວ​ກັບ​ມາດ​ຕະ­ການ​ໃນ​ການ​ສະ­ກັດ​ກັ້ນ ຄວບ​ຄຸມ ປິ່ນ­ປົວ ແລະ ແກ້​ໄຂ​ການ​ລະ­ບາດ​ຂອງ​ພະ­ຍາດ​ໂຄ​ວິດ ແລະ ເຫັນ​ດີ​ໃຫ້­ການ​ຊ່ວຍ­ເຫຼືອ​ເຊິ່ງ​ກັນ ແລະ ກັນ ໄດ້​ເຫັນ​ດີ​ຕໍ່​ຂໍ້​ສະ­ເໜີ​ສ້າງ​ກອງ​ທຶນ​ສຸກ​ເສີນ​ເພື່ອ​ຮັບ​ມື​ກັບ​ພະ­ຍາດ​ໂຄ​ວິດ ການ​ສ້າງ​ຄັງ​ແຮ​ສຸກ​ເສີນ​ອຸ­ປະ­ກອນ ແລະ ເຄື່ອງ­ມື​ການ​ແພດ​ທີ່​ຈຳ­ເປັນ ການ​ຮັກ­ສາ​ການ​ສະ­ໜອງ​ແບບ​ຕ່ອງ​ໂສ້​ດ້ານ​ຄົມ­ມະ­ນາ­ຄົມ​ຂົນ­ສົ່ງ ການ​ບໍ­ລິ­ການ ແລະ ການ​ສະ­ໜອງ​ສິນ­ຄ້າ​ອຸ­ປະ­ໂພກ-ບໍ­ລິ­ໂພກ ຢາ​ປົວ​ພະ­ຍາດ ແລະ ອຸ­ປະ­ກອນ​ການ​ແພດ​ທີ່​ຈຳ­ເປັນ ການ​ຮ່ວມ​ມື​ກັນ​ເພື່ອ​ສະ­ກັດ​ກັ້ນ ແລະ ຫຼີກ​ລ່ຽງ​ຂ່າວ​ປອມ ຫຼື ຂ່າວ​ທີ່​ບໍ່​ມີ​ມູນ​ຄວາມ​ຈິງ ເຊິ່ງ​ຈະ​ເຮັດ​ໃຫ້​ແຕກ​ຕື່ນ ແລະ ຂາດ​ຄວາມ​ເຊື່ອ​ໝັ້ນ ແລະ ເຫັນ​ດີ​ຮ່ວມ​ກັນ​ໃນ​ການ​ວາງ​ແຜນ​ຟື້ນ​ຟູ​ເສດ­ຖະ­ກິດ​ທີ່​ໄດ້​ຮັບ​ຜົນ​ກະ­ທົບ​ຄືນ­ໃໝ່ ພາຍ­ຫຼັງ​ສິ້ນ​ສຸດ​ການ​ແຜ່​ລະ­ບາດ​ພະ­ຍາດ​ໂຄ​ວິດ-19 ແລະ ຂໍ້​ລິ​ເລີ່ມ​ທັງ​ໝົດ​ນີ້ ແມ່ນ​ໄດ້​ມອບ​ໝາຍ​ໃຫ້​ກະ­ຊວງ​ຂະ­ແໜງ­ການ ໄປ​ປຶກ­ສາ​ຫາ­ລື​ໃນ​ລາຍ​ລະ­ອຽດ ແລະ ຜັນ​ຂະ­ຫຍາຍ​ຕໍ່​ໄປ.

    ໃນ​ໂອ­ກາດ​ນີ້ ສປປ ລາວ ໄດ້​ສະ­ແດງ​ຄວາມ​ຂອບ­ໃຈ​ບັນ­ດາ​ປະ­ເທດ​ເພື່ອນ​ມິດ​ອາ​ຊຽນ ກໍ​ຄື​ອົງ​ການ­ຈັດ­ຕັ້ງ​ສາ­ກົນ ລວມ​ທັງ​ອົງ­ການ​ອະ­ນາ­ໄມ​ໂລກ ທີ່​ໄດ້​ໃຫ້­ການ​ຊ່ວຍ­ເຫຼືອ​ດ້ານ​ຊ່ຽວ­ຊານ ກໍ​ຄື​ອຸ­ປະ­ກອນ​ການ​ແພດ​ໃຫ້​ແກ່ ສປປ ລາວ ໃນ​ການ​ຮັບ​ມື​ກັບ​ການ​ລະ­ບາດ​ຂອງ​ພະ­ຍາດ​ໂຄ​ວິດ-19 ພິ­ເສດ ໄດ້​ສະ­ແດງ​ຄວາມ​ຂອບ­ໃຈ​ລັດ­ຖະ­ບານ​ຫວຽດ­ນາມ ທີ່​ໄດ້​ຈັດ​ສົ່ງ​ອຸ­ປະ­ກອນ ພ້ອມ​ດ້ວຍ​ທີມ​ງານ​ວິ­ຊາ​ການ​ແພດ​ໝໍ​ມາ​ຊ່ວຍ​ໃນ​ການ​ວາງ​ແຜນ​ສະ­ກັດ​ກັ້ນ ກໍ​ຄື​ໃຫ້​ບົດ­ຮຽນ​ການ​ປິ່ນ­ປົວ​ຜູ້​ຕິດ­ເຊື້ອ​ພະ­ຍາດ​ໂຄ​ວິດ-19 ຢູ່ ສປປ ລາວ.

ຜົນ​ກອງ​ປະ­ຊຸມ​ສຸດ​ຍອດ​ສະ­ໄໝ​ພິ­ເສດ ຜູ້­ນຳ​ອາ​ຊຽນ+3 ວ່າ​ດ້ວຍ​ການ​ແຜ່​ລະ­ບາດ​ພະ­ຍາດ​ໂຄ​ວິດ-19:

    ກອງ​ປະ­ຊຸມ​ຄັ້ງ​ນີ້ ດຳ­ເນີນ​ໄປ​ພາຍ​ໃຕ້​ການ​ເປັນ​ປະ­ທານ​ຮ່ວມ​ຂອງ​ທ່ານ​ນາ­ຍົກ­ລັດ­ຖະ­ມົນ­ຕີ​ຫວຽດ­ນາມ ໃນ​ນາມ​ປະ­ທານ​ອາ​ຊຽນ ແລະ ທ່ານ​ປະ­ທາ­ນາ­ທິ­ບໍ­ດີ ສ.ເກົາ­ຫລີ ໃນ​ນາມ​ປະ­ທານ​ປະ­ເທດ+3 (ສປ ຈີນ ສ.ເກົາ­ຫລີ ແລະ ຍີ່­ປຸ່ນ). ພິ­ເສດ ກອງ​ປະ­ຊຸມ​ຄັ້ງ​ນີ້ ຜູ້­ອຳ­ນວຍ­ການ​ໃຫຍ່​ອົງ­ການ​ອະ­ນາ­ໄມ​ໂລກ ກໍ​ໄດ້​ເຂົ້າ​ຮ່ວມ.

    ກອງ​ປະ­ຊຸມ​ຄັ້ງ​ນີ້ ໄດ້​ດຳ­ເນີນ​ໄປ​ເປັນ​ເວ­ລາ​ສອງ​ຊົ່ວ­ໂມງ ແລະ ໄດ້​ປິດ​ລົງ​ດ້ວຍ​ຜົນ­ສຳ­ເລັດ​ອັນ​ຈົບ­ງາມ ໃນ​ນີ້​ໄດ້​ຕີ​ລາ­ຄາ​ສູງ ແລະ ຊົມ­ເຊີຍ​ຄວາມ​ພະ­ຍາ­ຍາມ​ຂອງ​ແຕ່​ລະ​ປະ­ເທດ​ສະ­ມາ­ຊິກ ກໍ​ຄື​ມາດ​ຕະ­ການ​ລວມ ພາຍ​ໃຕ້​ຂອບ​ການ​ຮ່ວມ​ມື​ອາ​ຊຽນ+3 ໃນ​ການ​ສະ­ກັດ​ກັ້ນ ເຝົ້າ​ລະ­ວັງ ຄວບ​ຄຸມ​ແລະ ແກ້​ໄຂ​ການ​ແຜ່​ລະ­ບາດ​ຂອງ​ພະ­ຍາດ​ໂຄ​ວິດ-19.

ບັນ­ດາ​ຜູ້­ນຳ ໄດ້​ແລກ­ປ່ຽນ​ຂໍ້​ມູນ​ຂ່າວ­ສານ​ກ່ຽວ​ກັບ​ສະ­ພາບ​ການ ກໍ​ຄື​ບົດ­ຮຽນ​ທີ່​ດີ​ໃນ​ການ​ສະ­ກັດ​ກັ້ນ ແລະ ຮັບ​ມື​ກັບ​ພະ­ຍາດ​ໂຄ​ວິດ-19 ແລະ ຢືນ­ຢັນ​ຄຳ​ໝາຍ​ໝັ້ນ ທີ່​ຈະ​ສືບ­ຕໍ່​ຮັດ​ແໜ້ນ​ຮ່ວມ​ມື​ກັນ​ໃນ­ຕໍ່­ໜ້າ ແລະ ໃນ​ກອງ​ປະ­ຊຸມ​ຄັ້ງ​ນີ້ ທ່ານ​ນາ­ຍົກ­ລັດ­ຖະ­ມົນ­ຕີ ກໍ​ໄດ້​ສະ­ເໜີ​ບາງ​ທິດ​ທາງ​ໃນ­ຕໍ່­ໜ້າ ເພື່ອ​ໃຫ້​ກອງ​ປະ­ຊຸມ​ພິ­ຈາ­ລະ­ນາ ເປັນ­ຕົ້ນ: ໃຫ້​ມີ​ການ​ຮ່ວມ​ມື​ກັນ​ໃນ​ວຽກ​ຄົ້ນ­ຄວ້າ ແລະ ພັດ­ທະ­ນາ (R&D) ຢາ​ປົວ​ພະ­ຍາດ ກໍ​ຄື​ຢາ​ວັກ​ແຊັງ​ກັນ​ພະ­ຍາດ​ໂຄ​ວິດ-19 ໃຫ້​ສຳ­ເລັດ​ໂດຍ​ໄວ ສະ­ໜັບ­ສະ­ໜູນ​ຊ່ວຍ­ເຫຼືອ​ດ້ານ​ການ​ສ້າງ​ຊັບ­ພະ­ຍາ­ກອນ​ມະ­ນຸດ​ຂະ­ແໜງ​ສາ­ທາ­ລະ­ນະ​ສຸກ ແລະ ການ​ແກ້​ໄຂ​ຜົນ​ກະ­ທົບ​ຕໍ່​ເສດ­ຖະ­ກິດ ກໍ​ຄື​ຊີ­ວິດ​ການ​ເປັນ​ຢູ່​ຂອງ​ປະ­ຊາ­ຊົນ.

    ກອງ​ປະ­ຊຸມ​ຄັ້ງ​ນີ້ ໄດ້​ຮັບ­ຮອງ​ເອົາ​ຖະ­ແຫຼງ­ການ​ຮ່ວມ ກອງ​ປະ­ຊຸມ​ສຸດ​ຍອດ​ສະ­ໄໝ​ພິ­ເສດ ຜູ້­ນຳ​ອາ​ຊຽນ+3 ກ່ຽວ​ກັບ​ການ​ແຜ່​ລະ­ບາດ​ພະ­ຍາດ​ໂຄ​ວິດ-19 ເຊິ່ງ​ໃນ​ນີ້ ຜູ້­ນຳ​ໄດ້​ເຫັນ​ດີ​ເປັນ​ເອ­ກະ​ພາບ​ກັນ: ສ້າງ​ກອງ​ທຶນ​ພິ­ເສດ​ເພື່ອ​ຮັບ​ມື​ກັບ​ພະ­ຍາດ​ໂຄ​ວິດ-19 ເຫັນ​ດີ​ສ້າງ​ຄັງ​ແຮ​ສຸກ​ເສີນ​ເພີ່ມ​ເຕີມ ເພື່ອ​ແຮ​ສະ​ສົມ​ອຸ­ປະ­ກອນ ແລະ ເຄື່ອງ­ມື​ການ​ແພດ​ທີ່​ຈຳ ເປັນ​ຕ່າງໆ ເຫັນ​ດີ​ຮ່ວມ​ມື​ກັນ​ເພື່ອ​ເຮັດ​ແນວ­ໃດ​ໃຫ້​ມີ​ຜົນ​ກະ­ທົບ​ໜ້ອຍ​ທີ່​ສຸດ ຕໍ່​ເສດ­ຖະ­ກິດ-ສັງ­ຄົມ ໂດຍ​ສະ­ເພາະ ຮັບ­ປະ­ກັນ​ເຮັດ​ໃຫ້​ລະ­ບົບ​ຂົນ­ສົ່ງ​ເຊື່ອມ​ຈອດ​ບໍ່​ເປັນ​ອຳ­ມະ­ພາດ ເປັນ­ຕົ້ນ​ການ​ຂົນ­ສົ່ງ​ສິນ­ຄ້າ​ອຸ­ປະ­ໂພກ-ບໍ­ລິ­ໂພກ ແລະ ເຄື່ອງ­ມື​ອຸ­ປະ­ກອນ​ການ​ແພດ ລວມ​ທັງ​ຢາ​ປົວ​ພະ­ຍາດ​ທີ່​ຈຳ­ເປັນ​ຕ່າງໆ ການ​ຄ້ຳ­ປະ­ກັນ​ດ້ານ​ສະ­ບຽງ​ອາ­ຫານ​ໃນ​ທ່າມ­ກາງ​ການ​ລະ­ບາດ​ຂອງ​ພະ­ຍາດ​ໂຄ​ວິດ-19 ດ້ວຍ​ການ​ອະ­ນຸ­ມັດ​ໃຫ້​ນຳ​ໃຊ້​ຄັງ​ເຂົ້າ​ແຮ​ສຸກ​ເສີນ​ອາ​ຊຽນ+3 ສຳ­ລັບ​ປະ­ເທດ​ສະ­ມາ­ຊິກ​ທີ່​ຫຍຸ້ງ­ຍາກ ແລະ ມີ​ຄວາມ​ຈຳ­ເປັນ ແລະ ປະ­ເທດ+3 ຍິນ​ດີ​ໃຫ້​ປະ­ເທດ​ສະ­ມາ­ຊິກ​ອາ​ຊຽນ​ສາ­ມາດ​ເຂົ້າ​ເຖິງ​ກອງ​ທຶນ​ສະ​ສົມ (Trust Fund) ຂອງ​ຕົນ​ຢູ່​ບັນ­ດາ​ສະ​ຖາ​ບັນ​ການ​ເງິນ​ສາ­ກົນ​ຕ່າງໆ ເປັນ­ຕົ້ນ​ທະ­ນາ­ຄານ​ພັດ­ທະ­ນາ​ອາ­ຊີ ທະ­ນາ­ຄານ​ໂລກ ແລະ ອື່ນໆ.

    ໃນ​ໂອ­ກາດ​ນີ້ ທ່ານ​ນາ­ຍົກ­ລັດ­ຖະ­ມົນ­ຕີ ຍັງ​ໄດ້​ສະ­ແດງ​ຄວາມ​ຂອບ­ໃຈ ແລະ ຮູ້​ບຸນ­ຄຸນ​ຕໍ່​ບັນ­ດາ​ປະ ເທດ​ເພື່ອນ​ມິດ ແລະ ອົງ​ການ­ຈັດ­ຕັ້ງ​ສາ­ກົນ ໂດຍ​ສະ­ເພາະ​ປະ­ເທດ+3 ທີ່​ໄດ້​ສົ່ງ​ຊ່ຽວ­ຊານ​ດ້ານ​ການ​ແພດ, ອຸ­ປະ­ກອນ​ການ​ແພດ ແລະ ຢາ​ກັນ​ພະ­ຍາດ​ຕ່າງໆ​ໃຫ້​ແກ່ ສປປ ລາວ ໃນ​ການ​ສະ­ກັດ​ກັ້ນ ແລະ ຮັບ​ມື​ກັບ​ພະ­ຍາດ​ໂຄ​ວິດ-19.  ພິ­ເສດ ທ່ານ​ນາ­ຍົກ­ລັດ­ຖະ­ມົນ­ຕີ ໄດ້​ສະ­ແດງ​ຄວາມ​ຂອບ­ໃຈ​ຕໍ່​ປະ­ເທດ+3 ທີ່​ໄດ້​ເອົາ­ໃຈ­ໃສ່​ເບິ່ງ­ແຍງ​ດູ​ແລ​ພົນ​ລະ​ເມຶອງ​ລາວ ກໍ​ຄື​ນັກ​ສຶກ​ສາ​ລາວ​ທີ່​ຍັງ​ຕິດ​ຄ້າງ​ຢູ່​ບັນ­ດາ​ປະ­ເທດ​ເຫຼົ່າ​ນີ້​ເປັນ​ຢ່າງ​ດີ ຄື​ກັນ​ກັບ​ພົນ­ລະ­ເມືອງ​ຂອງ​ຕົນ​ເອງ.

    ທັງ​ໝົດ​ນີ້ ຄື​ຜົນ​ກອງ​ປະ­ຊຸມ​ຂອງ​ທັງ​ສອງ​ກອງ​ປະ­ຊຸມ​ສຸດ​ຍອດ​ຜູ້­ນຳ​ອາ​ຊຽນ ແລະ ອາ​ຊຽນ+3 ສະ­ໄໝ​ພິ­ເສດ​ໂດຍ​ສັງ­ເຂບ.

error: Content is protected !!