ຊົມເຊີຍບໍລິສັດ ສີສົມບັດເຊົ່າສິນເຊື່ອ ທີ່ມີນໍ້າໃຈຊ່ວຍເຫຼືອ ແຕ່ຄວນມີວິທີການແຈກຢາຍທີ່ສອດຄ່ອງ

    ໃນ​ສະ­ພາບ​ທີ່​ປະ­ເທດ​ເຮົາ​ພວມ​ພົບ​ບັນ­ຫາ​ຫຍຸ້ງ­ຍາກ ກ່ຽວ​ກັບ​ການ​ລະ­ບາດ​ຂອງ​ພະ­ຍາດ​ໂຄ​ວິດ-19 ນີ້ ບັນ­ດາ​ບໍ­ລິ­ສັດ ຫ້າງ​ຮ້ານ ບຸກ­ຄົນ ແລະ ພາກ­ສ່ວນ​ຕ່າງໆ​ໃນ​ສັງ­ຄົມ ຕ່າງ​ກໍ​ໄດ້​ມີ​ຈິດ­ໃຈ​ເອື້ອ­ເຟື້ອ​ເພື່ອ​ແຜ່ ດ້ວຍ​ການ­ແຈກ­ຢາຍ​ເຄື່ອງ​ອຸ­ປະ­ໂພກ-ບໍ­ລິ­ໂພກ​ຕ່າງໆ ໃຫ້​ແກ່​ປະ­ຊາ­ຊົນ​ຄົນ​ລາວ ເພື່ອ​ຫວັງ​ຊ່ວຍ­ເຫຼືອ​ເຊິ່ງ​ກັນ ແລະ ກັນ.

    ທ່ານ ສີ​ສົມ­ບັດ ພິ­ລາ​ວົງ ປະ­ທານ​ບໍ­ລິ­ສັດ ສີ​ສົມ­ບັດ​ເຊົ່າ​ສິນ​ເຊື່ອ ໄດ້​ໃຫ້​ສຳ­ພາດ​ວ່າ: ເນື່ອງ​ຈາກ​ເປັນ​ສະ­ພາບ​ການ​ລະ­ບາດ​ຂອງ​ພະ­ຍາດ​ໂຄ​ວິດ-19 ທີ່​ແຜ່​ລະ­ບາດ ດັ່ງ­ນັ້ນ ໃນ​ວັນ​ທີ 15 ເມ­ສາ 2020 ທາງ​ຄອບ­ຄົວ​ໄດ້​ນຳ​ເອົາ​ເຄື່ອງ​ບໍ­ລິ­ໂພກ​ມາ​ແຈກ​ຢາຍ​ໃຫ້​ປະ­ຊາ­ຊົນ ໂດຍ​ໄດ້​ນຳ​ເອົາ​ເຂົ້າ ໝີ່​ສຳ­ເລັດ​ຮູບ ແລະ ໄຂ່ ມາ​ແຈກ​ຢາຍ​ໃຫ້​ປະ­ຊາ­ຊົນ ຈຳ­ນວນ 1.400 ຖົງ ໃນ​ນັ້ນ​ມີ​ໄຂ່​ຈຳ­ນວນ 10 ໜ່ວຍ ໝີ່ 10 ຫໍ່ ເຂົ້າ​ຈຳ­ນວນ 6 ກິ​ໂລກ​ຣາມ ລວມ​ມູນ​ຄ່າ 100 ກວ່າ​ລ້ານ ແລະ ໃນ­ຕໍ່­ໜ້າ ຖ້າ​ຫາກ​ພະ­ຍາດ​ນີ້​ຍັງ​ສືບ­ຕໍ່​ລະ­ບາດ ສັງ­ຄົມ​ມີ​ຄວາມ​ຫຍຸ້ງ­ຍາກ ແມ່ນ​ຈະ​ໄດ້​ມີ​ແຜນ​ແຈກ​ຢາຍ​ສືບ­ຕໍ່​ຈົນ​ກວ່າ​ພະ­ຍາດ​ຈະ​ເບົາ­ບາງ ເຊິ່ງ​ການ­ແຈກ­ຢາຍ​ໃນ​ຄັ້ງ​ນີ້ ຈະ​ເປັນ​ການ​ຖອດ​ຖອນ​ບົດ­ຮຽນ ເພາະ​ບໍ່​ໄດ້​ຄາດ​ການ​ມາ​ກ່ອນ​ວ່າ​ປະ­ຊາ­ຊົນ​ຈະ​ເດີນ­ທາງ​ມາ​ຮັບ​ເຄື່ອງ​ຈຳ­ນວນ​ຫຼາຍ​ເຊັ່ນ​ນີ້.

    ການ​ທີ່​ບໍ­ລິ­ສັດ​ດັ່ງ­ກ່າວ​ມີ​ນ້ຳ­ໃຈ​ເອື້ອ­ເຟື້ອ​ເພື່ອ​ແຜ່ ຊ່ວຍ­ເຫຼືອ​ເຊິ່ງ​ກັນ ແລະ ກັນ​ຄື​ແນວ​ນີ້ ກໍ​ຂໍ​ຊົມ­ເຊີຍ ເຖິງ​ວ່າ​ຈະ​ຍັງ​ບໍ່​ສອດ­ຄ່ອງ​ກັບ​ການ​ປະ­ຕິ­ບັດ​ຕາມ​ຄຳ​ສັ່ງ​ເລກ​ທີ 06/ນຍ ວ່າ​ດ້ວຍ​ການ​ເພີ່ມ​ທະ­ວີ​ມາດ​ຕະ­ການ​ສະ­ກັດ​ກັ້ນ ການ​ລະ­ບາດ ຄວບ​ຄຸມ ແລະ ກຽມ​ຄວາມ​ພ້ອມ​ຮອບ­ດ້ານ ເພື່ອ​ຕ້ານ​ໂຄ​ວິດ-19 ໂດຍ​ສະ­ເພາະ​ແມ່ນ ການ​ຫ້າມ​ບໍ່​ໃຫ້​ອອກ​ຈາກ​ບ້ານ ບໍ່​ໃຫ້​ມີ​ການ​ໂຮມ​ຊຸມ­ນຸມ​ທີ່​ມີ​ຄົນ​ເປັນ​ຈຳ­ນວນ​ຫຼາຍ ເຊິ່ງ​ຈະ​ມີ​ຄວາມ​ສ່ຽງ​ຕໍ່​ການ​ຕິດ­ເຊື້ອ​ໄດ້ ແຕ່​ກໍ​ມີ​ຫຼາຍ​ຄຳ​ຄິດ​ຄຳ​ເຫັນ ທີ່​ໄດ້​ສະ­ແດງ​ຄວາມ​ຍ້ອງ­ຍໍ​ຊົມ­ເຊີຍ​ຕໍ່​ຄວາມ​ມີ​ນ້ຳ­ໃຈ​ຂອງ​ບໍ­ລິ­ສັດ​ດັ່ງ­ກ່າວ ແຕ່​ວິ­ທີ​ການ­ແຈກ­ຢາຍ​ນັ້ນ​ອາດ​ຈະ​ບໍ່​ເໝາະ​ສົມ ຄວນ​ໃຫ້​ອຳ­ນາດ​ການ​ປົກ­ຄອງ​ບ້ານ ແລະ ພາກ­ສ່ວນ​ກ່ຽວ­ຂ້ອງ ເຂົ້າ​ມາ​ມີ​ສ່ວນ​ຮ່ວມ​ໃນ​ການ​ຈັດ​ລະ­ບຽບ ຫຼື ຜູ້​ທີ່​ຈະ​ມາ​ເອົາ​ນັ້ນ ກໍ​ຄວນ​ມີ​ວິ­ທີ​ການ​ເພື່ອ​ປ້ອງ​ກັນ​ຕົນ​ເອງ ເຊັ່ນ: ໃສ່​ຜ້າ​ອັດ​ປາກ ອັດ​ດັງ ການ​ຮັກ­ສາ​ໄລ­ຍະ​ຫ່າງ ແລະ ວິ­ທີ​ການ​ປ້ອງ​ກັນ​ອື່ນໆ​ທີ່​ເໝາະ​ສົມ.

error: Content is protected !!