ສາທາລະນະສຸກ ໄດ້ຮັບການຊ່ວຍເຫຼືອອຸປະກອນປ້ອງກັນໂຄວິດ-19 ມູນຄ່າ 122 ລ້ານກີບ

    ວັນ​ທີ 15 ເມ­ສາ 2020 ລັດ​ວິ​ສາ​ຫະ​ກິດ​ຄົມ­ມະ­ນາ­ຄົມ ແລະ ການ​ລົງ­ທຶນ​ຊາງ​ຈຽງ ຂົວ​ທາງ ຈຳ­ກັດ ໄດ້​ມອບ​ເຄື່ອງ​ຊ່ວຍ­ເຫຼືອ​ປ້ອງ​ກັນ COVID-19 ໃຫ້​ກະ­ຊວງ​ສາ­ທາ­ລະ­ນະ​ສຸກ ເຄື່ອງ​ຊ່ວຍ­ເຫຼືອ​ດັ່ງ­ກ່າວ​ນີ້ ແມ່ນ​ອຸ­ປະ­ກອນ​ເພື່ອ​ໃຊ້​ທາງ​ການ​ແພດ​ເຊັ່ນ: ຜ້າ​ອັດ​ປາກ-ດັງ ຈຳ­ນວນ 35.000 ອັນ ລວມ​ມູນ​ຄ່າ​ທັງ​ໝົດ 122.000.000 ກີບ ກ່າວ​ມອບ​ໂດຍ​ທ່ານ luo gangfeng ຮອງ​ຫົວ­ໜ້າ​ລັດ​ວິ​ສາ​ຫະ​ກິດ​ຄົມ­ມະ­ນາ­ຄົມ ແລະ ການ​ລົງ­ທຶນ​ຊາງ​ຈຽງ ຂົວທາງ ຈຳ­ກັດ ແລະ ກ່າວ​ຮັບ​ໂດຍ​ທ່ານ ດຣ ເນົາ ບຸດ­ຕາ ຫົວ­ໜ້າ​ຫ້ອງ­ການ​ກະ­ຊວງ​ສາ­ທາ­ລະ­ນະ​ສຸກ ມີ​ພາກ­ສ່ວນ​ທີ່​ກ່ຽວ­ຂ້ອງ​ທັງ​ສອງ​ຝ່າຍ ເຂົ້າ​ຮ່ວມ​ເປັນ​ສັກ­ຂີ​ພິ­ຍານ.

error: Content is protected !!