ການປ້ອງກັນພະຍາດໂຄວິດ-19 ກໍສໍາຄັນ ການມີເລືອດຊ່ວຍຄົນເຈັບທີ່ຕ້ອງການກໍຈໍາເປັນ

    ໃນສະພາບການໃນປັດຈຸບັນ ການເຄື່ອນໄຫວຮັບບໍລິຈາກເລືອດແມ່ນພົບອຸປະສັກ ບໍ່ສາມາດເຄື່ອນ ໄຫວຮັບບໍລິຈາກເລືອດນອກສະຖານທີ່ຄືເມື່ອກ່ອນ ຈຶ່ງເຮັດໃຫ້ການສະໜອງເລືອດພາຍໃນສູນຂາດເຂີນ ບໍ່ສາມາດຕອບສະໜອງຕາມຄວາມຕ້ອງການໃຫ້ກັບຄົນເຈັບຜູ້ຕ້ອງການໃຊ້ເລືອດໃນຍາມວິກິດຄືດັ່ງກ່າວ ແລະ ບັນດາທ່ານຜູ້ໃຈບຸນ ຢາກເຂົ້າມາບໍລິຈາກເລືອດພາຍໃນສູນ ກໍຍັງມີຄວາມລັງເລ ບໍ່ທັນກ້າເຂົ້າມາບໍລິຈາກເລືອດຢູ່ສູນເລືອດ ອັນເນື່ອງມາຈາກຫຼາຍສາເຫດ ໂດຍສະເພາະ ມາດຕະການໃນການສະກັດກັ້ນ ປ້ອງກັນພະຍາດໂຄວິດ-19 ຢູ່ສູນເລືອດແຫ່ງຊາດ.

    ທ່ານ ຈັນທະລາ ສຸກສາຄອນ ຫົວໜ້າສູນເລືອດແຫ່ງຊາດ ອົງການກາແດງລາວ ແຈ້ງໃຫ້ຊາບວ່າ: ເຖິງແມ່ນວ່າຈະພົບກັບວິກິດການຄືດັ່ງກ່າວ ທາງສູນເລືອດພວກເຮົາກໍມີມາດຕະການໃນການກັ່ນຕອງຜູ້ບໍລິຈາກເລືອດທີ່ເຂົ້າມາເຊັ່ນກັນ ໄດ້ມີການພົ່ນຢາຂ້າເຊື້ອໃນສຳນັກງານ ມີບ່ອນລ້າງມື ໃຫ້ໃສ່ຜ້າອັດປາກ-ອັດດັງ (mask) ມີການວັດແທກອຸນຫະພູມ ເຈວລ້າງມື ຮັກສາໄລຍະຫ່າງ ທາງແພດວິຊາການກໍມີການໃສ່ຖົງມື mask face shield spray alcohol ເພື່ອປ້ອງກັນ ພ້ອມທັງມີການກວດຫາເຊື້ອໃນຜູ້ທີ່ໄດ້ສຳຜັດ ຫຼືສ່ຽງກັບຜູ້ຕິດເຊື້ອ ແມ່ນຕ້ອງໄດ້ໄປກວດຢູ່ໂຮງໝໍທີ່ທາງການໄດ້ທຳການກວດ ເຊັ່ນ: ໂຮງໝໍມິດຕະພາບ ໂຮງໝໍເຊດຖາທິຣາດ ຜູ້ທີ່ໄດ້ສຳຜັດ ຫຼືສ່ຽງ ຕ້ອງໄດ້ໄປກວດຢູ່ໂຮງໝໍ  ສະນັ້ນ ການມາບໍລິຈາກເລືອດ ພວກເຮົາກໍໄດ້ໃຊ້ມາດຕະການເຂັ້ມງວດໃນການຮັບປະກັນບໍ່ໃຫ້ມີການຕີດເຊື້ອ ສຳລັບຜູ້ທີ່ໄດ້ສຳຜັດ ຫຼື ສ່ຽງ ແມ່ນ 28 ວັນ ບໍ່ມີອາການຫຍັງຈຶ່ງບໍລິຈາກເລືອດໄດ້ ສ່ວນຜູ້ທີ່ສັກວັກຊິນ sinovac sinopharm 7 ວັນ ແລະ Astrazeneca 28 ວັນ.

    ການປ້ອງກັນພະຍາດ ໂຄວິດ-19  ກໍແມ່ນສໍາຄັນ ການມີເລືອດຊ່ວຍຄົນເຈັບທີ່ຕ້ອງການ ກໍແມ່ນຈໍາເປັນ ເພາະບໍ່ມີເລືອດໃສ່ຄົນເຈັບ ຜູ້ນັ້ນກໍອາດເສຍຊີວິດ ການໃຫ້ຂໍ້ມູນ ແລະ ການປ້ອງກັນຕົນເອງຂອງຜູ້ບໍລິຈາກເລືອດ ລວມທັງມາດຕະການປ້ອງກັນຂອງພະນັກງານສູນເລືອດ ຈະເຮັດໃຫ້ພວກເຮົາສາມາດບໍ່ຕິດເຊື້ອພະຍາດນີ້ໄດ້ ສະເພາະສູນເລືອດພວກເຮົາແມ່ນມີມາດຕະການເຂັ້ມງວດ ສາມາດຮັບປະກັນໄດ້ວ່າ ຜູ້ທີ່ມາຮ່ວມບໍລິຈາກເລືອດ ບໍ່ຕ້ອງກັງວົນວ່າຈະຕິດພະຍາດໂຄວິດ-19 ຈາກການບໍລິຈາກເລືອດ ຫຼື ທ່ານໃດ ຫຼັງຈາກສັກຢາວັກຊິນຊະນິດໃດກໍຕາມ ຫຼັງ 7 ວັນ ສາມາດບໍລິຈາກເລືອດໄດ້ (ຈະເປັນເຂັມທີ 1 ຫຼື ເຂັມທີ 2 ກໍຕາມ).

    ດັ່ງນັ້ນ ຈຶ່ງຂໍເຊີນຊວນທຸກທ່ານທີ່ມີເງື່ອນໄຂໃນການບໍລິຈາກເລືອດໄດ້ ມາຮ່ວມຊ່ວຍໃນການບໍຈາກເລືອດ ເພື່ອຊ່ວຍຄົນເຈັບ ແລະ ຂ້າມຜ່ານວິກິດນີ້ໄປດ້ວຍກັນ.

# ຂ່າວ – ພາບ :  ບຸນມີ ສີວິໄລ

error: Content is protected !!