ແກ້ວທະວີຄູນ ຍ້າຍສະຖານທີ່ຈໍາໜ່າຍພືດຜັກ ພ້ອມປະຕິບັດມາດຕະການປ້ອງກັນໂຄວິດ-19

    ທ່ານ ແກ້ວລໍາພອນ ແສງສຸລິເດດ ປະທານບໍລິສັດແກ້ວທະວີຄູນເພີ່ມພູນຊັບ ຂາເຂົ້າ-ຂາອອກ ຈໍາກັດ ໃຫ້ສໍາພາດວັນທີ 3 ພຶດສະພາ 2021 ວ່າ: ເມື່ອກ່ອນທາງບໍລິສັດພວກເຮົາ ພ້ອມດ້ວຍຊາວສວນກະສິກຳອິນຊີຢູ່ເຂດນະຄອນຫຼວງວຽງຈັນ ໄດ້ໄປຂາຍຢູ່ສູນການຄ້າລາວ-ໄອເຕັກ ນະຄອນຫຼວງວຽງຈັນ ໃນມື້ວັນພຸດ ແລະ ວັນເສົາຂອງທຸກໆອາທິດ ເຊິ່ງເລີ່ມມີການແຜ່ລະບາດເຊື້ອພະຍາດໂຄວິດ-19 ຮອບໃໝ່ຢູ່ໃນຊຸມຊົນນະຄອນຫຼວງວຽງຈັນ ແລະ ບັນດາຕ່າງແຂວງຕ່າງໆ ໃນແຕ່ລະມື້ ມີຈໍານວນຜູ້ຕິດເຊື້ອເພີ່ມຂຶ້ນ ດັ່ງນັ້ນ ທາງລັດຖະບານ ກໍຄືນະຄອນຫຼວງວຽງຈັນໄດ້ອອກແຈ້ງການໃຫ້ຢຸດຊົ່ວຄາວການຂາຍພືດຜັກກະສິກຳອິນຊີຂອງຊາວສວນຢູ່ທີ່ສູນການຄ້າລາວ-ໄອເຕັກ ດ້ວຍເຫດຜົນທີ່ກ່າວມານັ້ນ ທາງບໍລິສັດໄດ້ປຶກສາກັບພະແນກກະສິກຳ ແລະ ປ່າໄມ້ ແລະ ພະແນກອຸດສາຫະກໍາ ແລະ ການຄ້ານະຄອນຫຼວງວຽງຈັນ ຈຶ່ງໄດ້ຍົກຍ້າຍເອົາຜົນຜະລິດມາຈໍາໜ່າຍຢູ່ທີ່ສວນບ້ານໂນນຫວາຍ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ເພື່ອແກ້ໄຂການຈໍາໜ່າຍພືດຜັກຂອງຊາວສວນ ຕອບສະໜອງພືດຜັກໃຫ້ລູກຄ້າທີ່ເຄີຍບໍລິໂພກ ເຊິ່ງໃນໄລຍະທີ່ມີການແຜ່ລະບາດຮອບທີ 1 ເມື່ອທຽບໃສ່ການແຜ່ລະບາດຮອບໃໝ່ ໃນປັດຈຸບັນນີ້ ສິນຄ້າບໍລິສັດຍັງມີຈໍາໜ່າຍຄືເກົ່າ ປະກອບມີພືດຜັກທີ່ນໍາມາຈາກປາກຊ່ອງ ແຂວງຈໍາປາສັກ ພືດຜັກຈາກເມືອງສັງທອງ ກຸ່ມບ້ານທ່າຊ້າງ ເມືອງໄຊທານີ ນະຄອນຫຼວງວຽງຈັນ ແລະ ສິນຄ້າຂອງບໍລິສັດຈໍານວນໜຶ່ງ ໂດຍລວມການຈໍາໜ່າຍຢູ່ສວນ ຈະເປີດເປີດເປັນເວລາ 3 ມື້ຄື: ວັນຈັນ ວັນພຸດ ແລະ ວັນເສົາ ເລີ່ມແຕ່ເວລາ 6:00-18:00 ໂມງ ເພື່ອໃຫ້ລູກຄ້າທະຍອຍມາຊື້ໄດ້ໝົດມື້ ໃນນີ້ ລາຄາສິນຄ້າແມ່ນຈໍາໜ່າຍໃນລາຄາປົກກະຕິ ແຕ່ສ່ວນໃຫຍ່ໄດ້ມີຫຼຸດລາຄາລົງປະມານ 10% ໃຫ້ລູກຄ້າ ພ້ອມນັ້ນ ຖ້າວ່າລູກຄ້າຊື້ຮອດ 100.000 ກີບຂຶ້ນໄປ ກໍໄດ້ມີແຖມພືດຜັກທີ່ລູກຄ້າບໍ່ທັນຊື້. 

    ສໍາລັບການຍ້າຍສະຖານທີ່ຈໍາໜ່າຍຜົນຜະລິດມາຢູ່ສວນ ເຫັນວ່າໄດ້ຜົນຕອບຮັບດີ ແລະ ມີລູກຄ້າທີ່ມາຈາກທຸກບ່ອນໃນທົ່ວນະຄອນຫຼວງວຽງຈັນ ເຮັດໃຫ້ມີລູກຄ້າເພີ່ມຂຶ້ນ ພ້ອມນັ້ນ ເພື່ອຮັບປະກັນຄວາມປອດໄພຈາກພະຍາດໂຄວິດ-19 ທາງບໍລິສັດໄດ້ມີການວັດແທກອູນຫະພູມ ມີເຈວລ້າງມີ ແລະ ຖົງມືໃຫ້ກັບລູກຄ້າທີ່ເຂົ້າຊື້ຜັກ ທັງໄດ້ເນັ້ນໜັກໃຫ້ຮັກສາໄລຍະຫ່າງ ເຊິ່ງສວນມີສະຖານທີ່ຕັ້ງຢູ່ບ້ານໂນນຫວາຍ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ມີເສັ້ນທາງໄປມາສະດວກສະບາຍ ເຊິ່ງລູກຄ້າສາມາດມາຕາມເສັ້ນທາງຕັດໃໝ່ ເຂດເສດຖະກິດບຶງທາດຫຼວງ ແລ້ວລ້ຽວຊ້າຍທາງອອກໄປດົງຄໍາຊ້າງປະມານ 500 ແມັດ ຖືວ່າຖິງຈຸດໝາຍດັ່ງກ່າວ ນອກນັ້ນ ລູກຄ້າທ່ານໃດທີ່ບໍ່ສາມາດອອກຈາກບ້ານໄດ້ ກໍສາມາດສົ່ງລູກຄ້າເຖິງສະຖານທີ່ ເຊິ່ງລູກຄ້າສາມາດສັ່ງຜ່ານເຟສຂອງບໍລິສັດ ແກ້ວທະວີຄູນ ເພີ່ມພູນຊັບ.

# ຂ່າວ – ພາບ :  ຂັນທະລີ ພິມມະສອນ

error: Content is protected !!