ໂພນສະຫວາດໃຕ້ ປະຕິບັດມາດຕະການປ້ອງກັນຢ່າງເຂັ້ມງວດ ຮັບປະກັນໃຫ້ປະຊາຊົນພາຍໃນບ້ານປອດເຊື້ອໂຄວິດ-19

     ບ້ານໂພນສະຫວາດໃຕ້ ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ ເປັນບ້ານໜຶ່ງທີ່ມີຄວາມສ່ຽງຕໍ່ການຕິດເຊື້ອພະຍາດໂຄວິດ-19 ເນື່ອງຈາກວ່າບໍລິເວນບ້ານອ້ອມຂ້າງຂອງບ້ານດັ່ງກ່າວ ໄດ້ມີຜູ້ຕິດເຊື້ອໂຄວິດ-19 ດັ່ງນັ້ນ ເພື່ອເປັນການປ້ອງກັນບໍ່ໃຫ້ພໍ່ແມ່ປະຊາຊົນພາຍໃນບ້ານຕິດເຊື້ອພະຍາດດັ່ງກ່າວ ອໍານາດການປົກຄອງບ້ານໄດ້ເພີ່ມທະວີມາດຕະການປ້ອງກັນ ໂດຍປະຕິບັດຄໍາສັ່ງ ແລະ ແຈ້ງການຕ່າງໆຂອງຂັ້ນເທີງວາງອອກຢ່າງເຂັ້ມງວດ. 

    ທ່ານ ນາງ ມະນີວອນ ວົງສຸລິ ນາຍບ້ານໂພນສະຫວາດໃຕ້ ໃຫ້ສໍາພາດວັນທີ 4 ພຶດສະພາ 2021 ວ່າ:ບ້ານໂພນສະຫວາດໃຕ້ ນອນໃນ 10 ບ້ານຂອງກຸ່ມໜອງດ້ວງ ທີ່ຂຶ້ນກັບເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ ເຊິ່ງພາຍຫຼັງທີ່ໄດ້ຮັບຄໍາສັ່ງເລກທີ 15/ນຍ ຄໍາແນະນໍາເລກທີ 006/ຈນວ ແລະ ທິດຊີ້ນໍາຂອງເມືອງສີໂຄດຕະບອງ ຄະນະໜ່ວຍພັກ ຄະນະນໍາຂອງບ້ານໂພນສະຫວາດໃຕ້ ໄດ້ປຶກສາຫາລືຕາມແຜນຕາມການລ໋ອກດາວ ເລີ່ມແຕ່ວັນທີ 22 ເມສາ ຫາວັນທີ 5 ພຶດສະພາ 2021 ເຊິ່ງໄດ້ລວມອ້າຍນ້ອງກຳລັງປ້ອງກັນຊາດ-ປ້ອງກັນຄວາມສະຫງົບ 7 ທ່ານ ຄະນະນໍາບ້ານ 6 ທ່ານ ແລະ ອາສາສະໝັກຈໍານວນໜຶ່ງ ເພື່ອຕັ້ງຈຸດກວດກາ 1 ຈຸດ ຕາມເສັ້ນທາງຫຼັກເຂົ້າບ້ານ ແລະ ໄດ້ປິດທາງຊອຍເຂົ້າ-ອອກ 5 ເສັ້ນ ຫ້າມເຂົ້າ-ຫ້າມອອກຢ່າງເດັດຂາດ. 

    ໃນກໍລະນີທີ່ພໍ່ແມ່ປະຊາຊົນພາຍໃນບ້ານຈະອອກໄປ ຕ້ອງໄດ້ແຈ້ງຈຸດປະສົງທີ່ຈະໄປ ຖ້າຄົນທາງນອກຈະເຂົ້າບ້ານ ຕ້ອງໄດ້ແຈ້ງຈຸດປະສົງ ແລະ ມີໜັງສືຢັ້ງຢືນຈາກບ້ານ ຫຼື ຂະແໜງການກ່ຽວຂ້ອງຂອງຕົນຢ່າງຄັກແນ່ ຖ້າບໍ່ມີຄວາມຈໍາເປັນແມ່ນບໍ່ໃຫ້ເຂົ້າເດັດຂາດ ເຊິ່ງການປະຈໍາການຂອງຄະນະສະເພາະກິດຂັ້ນບ້ານ ແມ່ນໄດ້ໝູນວຽນກັນປະຕິບັດໜ້າທີ່ຕະຫຼອດ 24 ຊົ່ວໂມງ. 

    ເພື່ອເປັນການສ້າງຄວາມເຂົ້າໃຈ ແລະ ໃຫ້ປະຊາຊົນຮ່ວມມືໃນການປະຕິບັດມາດຕະການຕ່າງໆຂອງຂັ້ນເທິງວາງອອກຢ່າງເຂັ້ມງວດ ອໍານາດການປົກຄອງບ້ານໂພນສະຫວາດໃຕ້ກໍໄດ້ເອົາໃຈໃສ່ໂຄສະນາຂໍ້ມູນຂ່າວສານຜ່ານໂທລະໂຄ່ງປະຈຳບ້ານ ທັງຕອນເຊົ້າ ແລະ ຕອນແລງ ໂດຍສະເພາະອ່ານບົດແນະນໍາເລກທີ 006/ຈນວ ໃນນີ້ ໄດ້ເຮັດໃຫ້ປະຊາຊົນເອົາໃຈໃສ່ປ້ອງກັນຕົນເອງ ເປັນຕົ້ນ ໃສ່ຜ້າອັດປາກ ລ້າງມື ດື່ມນໍ້າຮ້ອນເປັນປະຈໍາ ແລະ ໃຫ້ຢູ່ເຮືອນເປັນປະຈໍາ ບໍ່ຈໍາເປັນບໍ່ໃຫ້ອອກເຮືອນ ຖ້າມີອາການຜິດປົກກະຕິ ໃຫ້ໂທຫາເຈົ້າໜ້າທີ່ການແພດໂດຍດ່ວນ. 

    ສະນັ້ນ ຕາງໜ້າໃຫ້ອົງການປົກຄອງບ້ານໂພນສະຫວາດໃຕ້ ຮຽກຮ້ອງມາບັງພໍ່ແມ່ປະຊາຊົນຕ້ອງປະຕິບັດບົດແນະນໍາຂອງຂັ້ນເທີງຢ່າງເຂັ້ມງວດ ຫວັງວ່າພໍ່ແມ່ປະຊາຊົນລາວບັນດາເຜົ່າ ຈະອົດທົນຜ່ານຜ່າວິກິດການພະຍາດໂຄວິດ-19 ເຊື່ອວ່າພວກຕ້ອງໄດ້ຮັບໄຊຊະນະຢ່າງແນ່ນອນ.

# ຂ່າວ – ພາບ :  ຂັນທະວີ ພິມມະສອນ

error: Content is protected !!